ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 50.000 ໂດ​ສ ໂດຍ​ລັດ​ຖະ​ບ​ານ ໂອ​ຕາ​ລິດ ມອບ​ໃຫ້

12:00 | 18/11/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສ​າ​ທາ​ລະ​ນະ​ສຸກ ໂດ​ຊວັນ​ຕວຽນ ໄດ້​ຕາງ​ໜ້າ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຕ້ອນ​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca 50.000 ໂດ​ສ ຂອງ ສາ​ທາ​ລະ​ນະ​ລັດ ໂອ​ຕາ​ລິດ ມ​ອບ​ໃຫ້ ຫວຽດ​ນາມ.

ຫວຽດ​ນາມ, ອິນ​ໂດ​ເນ​ເຊຍແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດແລະການ​ທ່ອງ​ທ່ຽວ ຫວຽດ​ນາມ, ອິນ​ໂດ​ເນ​ເຊຍແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດແລະການ​ທ່ອງ​ທ່ຽວ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສືບ​ຕໍ່​ເພີ​່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີສືບ​ຕໍ່​ເພີ​່ມ​ທະ​ວີ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 50.000 ໂດ​ສ ໂດຍ​ລັດ​ຖະ​ບ​ານ ໂອ​ຕາ​ລິດ ມອບ​ໃຫ້
ທ່ານ Hans-Peter Glanzer, ເອກ​ອັກ​ຄະ​ລັດ​ຖະ​ທູດ ສາ​ທາ​ລະ​ນະ​ລັດ​ ໂອ​ຕິ​ລິດ ປະຈຳ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: moh.gov.vn)

ທ່ານ Hans-Peter Glanzer, ເອກ​ອັກ​ຄະ​ລັດ​ຖະ​ທູດ ສາ​ທາ​ລະ​ນະ​ລັດ​ ໂອ​ຕິ​ລິດ ປະຈຳ ຫວຽດ​ນາມ ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ ສາ​ທາ​ລະ​ນະ​ລັດ ໂອ​ຕາ​ລິດ ໄດ້​ມອບ​ຂອງ​ຂວັນ​ເປັນ​ຮູບ​ການໃຫ້​ທ່ານ ໂດ​ຊວັນ​ຕວຽນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ.

ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສາ​ທາ​ລະ​ນະ​ລັດ ໂອ​ຕາ​ລິດ ປະ​ຈຳ​ຫວຽດ​ນາມ ຕີ​ລາ​ຄາ​ສູງ ເລື່ອງ ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ບາດ​ກ້າວ​ໃຫຍ່​ໃນ​ຍຸດ​ທະ​ສາດ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ແລະ ສະ​ແດງ​ຄວາມ​ດີ​ໃຈ ເມື່ອ​ໄດ້​ປະ​ກອ​ບ​ສ່ວນເຂົ້າ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ຜ່ານ​ການມອບ​ວັກ​ຊິນ​ກັນ​ໂຄວິດ - 19 50.000 ໂດ​ສ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​​ຮັບ, ທ່ານ​ຮອ​ງ​ລັດ​ຖະ​ມົນ​ຕີ ໂດ​ຊວັນ​ຕວຽນ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ແລະ ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງລັດ​ຖະ​ບານ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ ແລະ ວິ​ສາ​ຫະ​ກິດ​ໂອ​ຕາ​ລິດ, ຜ່ານ​ບັນ​ດາ​ໂຄງ​ການ​ສະ​ໜອງ​ອຸ​ປະ​ກອນ​ການ​ແພດ ເພື່ອ​ປະ​ກອບ​ສ່ວນ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ສະ​ໜອງ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ ຂອງ ຫວຽດ​ນາມ. ທ່ານ​ລັດ​ຖະ​ມົນ​ຕີ ໂດ​ຊວັນ​ຕວຽນ ໃຫ້​ຮູ້​ວ່າ ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ ໄດ້​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 ກ່​ວາ 135 ລ້ານ​ໂດ​ສ ແລະ ໄດ້​ຜັນ​ຂະ​ຫຍາຍ​ສັກ​ວັກ​ຊິນ ກ່​ວາ 100 ລ້ານ​ໂດສ. ຫວຽດ​ນາມ ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ, ນັບ​ທັງ​ການ​ສັກ​ວັກ​ຊິນ​ໃຫ້​ແກ່​ເດັກ​ນ້ອຍ​ໃນ​ເກນ​ອາ​ຍຸ​ແຕ່ 12 – 17 ປີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.