ທົ່ວ​ໂລກ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ກ່​ວາ 254,5 ລ້ານ​ຄົນ

16:30 | 16/11/2021

ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ກ່ວາ 357.000 ຄົນ ແລະ ຜູ້ເສຍຊີວິດ 4.561 ຄົນ.

ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 3 ລ້ານ​ໂດ​ສ ສົ່ງ​ມາ​ຫວຽດ​ນາມ ມີ​ວັກ​ຊິນ​ກັນ​ໂຄວິດ - 19 ຕື່ມ​ອີກ 3 ລ້ານ​ໂດ​ສ ສົ່ງ​ມາ​ຫວຽດ​ນາມ
ອ​າ​ເມ​ລິ​ກາ ​ມອບເຄື່ອງ​ຈັດລຳດັບ​ແຢ​ນກວດ​​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່ ໂຄວິດ - 19 ອ​າ​ເມ​ລິ​ກາ ​ມອບເຄື່ອງ​ຈັດລຳດັບ​ແຢ​ນກວດ​​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່ ໂຄວິດ - 19
ພາບປະກອບ
ພາບປະກອບ

ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 16 ພະຈິກ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 254,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 5,12 ລ້ານຄົນ. ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ກ່ວາ 357.000 ຄົນ ແລະ ຜູ້ເສຍຊີວິດ 4.561 ຄົນ.

ເຂດໂລກລະບາດຮ້ອນເຮັ່ງທີ່ສຸດແມ່ນ ຢູ່ອາຊີ ແລະ ເອີລົບຕາເວັນອອກ.ໂລກລະບາດພວມແຜ່ລະບາດຄືນ ຢູ່ເອີລົບ ໃນຂະນະທີ່ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງແຮງຢູ່ຫຼາຍປະເທດ ເອີລົບ. ຫຼາຍປະເທດ ໄດ້ເຫັນປະຈັກຕາການແຜ່ລະບາດຂອງເຊື້ອພະຍາດໂຄວິດ - 19 ສາຍພັນໃໝ່ຄື: ອາເມລິກາ, ອັງກິດ, ລັດເຊຍ, ຢູແກຼນ, ຕວັກກີ ແລະ ຈຳນວນຜູ້ຕິດເຊື້ອໃໝ່ຍັງຢູ່ລະດັບສູງ. ຢູ່ເຢຍລະມັນ, ຍ້ອນໂລກລະບາດໂຄວິດ - 19 ນັບມື້ນັບມີການຜັນແປຢ່າງສັບສົນ, ດັ່ງນັ້ນ ທ່ານປະທານາທິບໍດີ Frank – Walter Stainmeier ໄດ້ຮຽກຮ້ອງໃຫ້ພົນລະເມືອງໝົດທຸກຄົນ ທີ່ຍັງມີຄວາມລັ່ງເລໃຈໃນການສັກວັກຊິນ ຈົ່ງໄປສັກວັກຊິນກັນໂຄວິດ - 19 ຢ່າງຮີບດ່ວນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.