ຫວຽດນາມ ໄດ້ສົ່ງອອກຫອຍກີ້ແກະກາບສຳເລັດຮູບ ຊຸດທໍາອິດ ໄປຍັງເອີຣົບ

16:00 | 24/11/2021

ຍສໝ - ໃນຕອນ​ເຊົ້າ​ວັນ​ທີ 22 ພະຈິກ​ນີ້, ຕູ້ຄອນເທນເນີຫອຍກີ້ແກະກາບສຳເລັດຮູບ ຊຸດທໍາອິດຂອງ​ຫວຽດນາມ​ ໄດ້​ສົ່ງ​ອອກ​ໄປຍັງ​ເອີ​ລົບ ​ດ້ວຍ​ຈຳນວນ 200.000 ກ່ອງ.

ການສົ່ງອອກໝາກໄມ້ ແລະ ຜັກຂອງຫວຽດນາມໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງ ການສົ່ງອອກໝາກໄມ້ ແລະ ຜັກຂອງຫວຽດນາມໄປຍັງ ສ.ເກົາຫຼີ ເພີ່ມຂຶ້ນຢ່າງແຮງ
ຫວຽດນາມ ຮ່ວມມືເປີດກວ້າງຕະຫຼາດສົ່ງອອກຜະລິດຕະພັນກະເສດສະບຽງອາຫານ ຫວຽດນາມ ຮ່ວມມືເປີດກວ້າງຕະຫຼາດສົ່ງອອກຜະລິດຕະພັນກະເສດສະບຽງອາຫານ

ຕູ້ຄອນເທນເນີຫອຍກີ້ແກະກາບສຳເລັດຮູບນີ້ ແມ່ນຢູ່ໃນໃບສັ່ງຊື້ສິນຄ້າ ໃຫ້ແກ່ຕະຫຼາດແອັດສະປາຍ ຂອງບໍລິສັດ ອາຫານທະເລ Lenger ຫວຽດນາມ ຈຳກັດ. ໃບສັ່ງຊື້ດັ່ງກ່າວ ມີທັງໝົດ 2 ລ້ານກ່ອງ (10 ຕູ້ຄອນເທນເນີ) ແລະ ຕູ້ຄອນເທນເນີຕໍ່ໄປແມ່ນຈະໄດ້ສືບຕໍ່ຜະລິດ ແລະ ສົ່ງອອກໃນປີ 2022.

ຫອຍກີ້ແກະກາບສຳເລັດຮູບ ແມ່ນຜະລິດຈາກຫອຍທີ່ເອົາມາຈາກສະຖານທີ່ລ້ຽງຫອຍໃນແຂວງນາມດິງ, ໂດຍຜະລິດພາຍໃຕ້ມາດຕະຖານການປຸງແຕ່ງຢ່າງເຂັ້ມງວດ ແລະ ມີຄຸນນະພາບ.

ຫວຽດນາມ ໄດ້ສົ່ງອອກຫອຍກີ້ແກະກາບສຳເລັດຮູບ ຊຸດທໍາອິດ ໄປຍັງເອີຣົບ
ຫວຽດນາມ ໄດ້ສົ່ງອອກຫອຍກີ້ແກະກາບສຳເລັດຮູບ ຊຸດທໍາອິດ ໄປຍັງເອີຣົບ. (ພາບ: nongnghiep)

ທ່ານ ເຈີນດີງລ່ວນ, ຫົວໜ້າ​ກົມໃຫຍ່ກົມ​ການສິນທະເລ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ສັນຍານ​ທີ່​ດີ​ທີ່​ສຸດ: “ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນຫອຍກີ້ແກະກາບສຳເລັດຮູບ ໄປ​ຍັງ​ເອີ​ລົບ ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ​ ພວກ​ເຮົາ​ໄດ້​ມີການຄວບ​ຄຸມ​ເຂດ​ລ້ຽງຫອຍ​ເປັນ​ຢ່າງ​ດີ, ດ້ວຍ​ເຂດວັດຖຸດິບ​ທີ່ໄດ້​ຮັບ​ການ​ຢັ້ງຢືນ ASC ແລະ ​ມີ​ວິວັດ​ການ​ຜະ​ລິດ​ທີ່​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ທີ່​ເຄັ່ງ​ຄັດ​ຂອງ​ຕະ​ຫຼາດ​ເອີ​ຣົບ.”

ທ່ານ ລ່ວນ ​ກ່າວ​ວ່າ ສັນຍາ​ສົ່ງ​ອອກ​ນີ້ ​ແມ່ນ​ໝາກຜົນ​ຂອງ​ສັນຍາ​ການ​ຄ້າ​ເສລີ EVFTA, ຜ່ານ​ນັ້ນ​ໄດ້​ສືບ​ຕໍ່​ຂະຫຍາຍ​ຕະຫຼາດ​ຜະລິດ​ຕະພັນ​ອາຫານ​ທະ​ເລ ​ຂອງ​ຫວຽດນາມ. ການເປັນເຈົ້າການ​ດ້ານ​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ​ນີ້ ​ຈະ​ຊ່ວຍ​ໃຫ້​ຂະ​ແໜງ​ການ​ລ້ຽງ​ຫອຍ​ກີ້​ ບໍ່ເອື່ອຍອີງໃສ່​ຕະຫຼາດ​ສົດ​ຫຼາຍ​ເກີນ​ໄປ, ​ແຕ່​ສາມາດ​ປະຕິບັດ​ຢ່າງ​ເຕັມ​ສ່ວນ​ໃນ​ການ​ຜະລິດ​ວັດຖຸ​ດິບ, ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ຜະ​ລິດ​ຕະ​ພັນຫອຍກີ້.

ຜູ້​ຕາງ​ໜ້າ​ຂອງ​ບໍ​ລິ​ສັດ​ Lenger ​ຫວຽດ​ນາມ ໃຫ້​ຮູ້​ວ່າ ນີ້​ແມ່ນ​ໝາກ​ຜົນ​ແຫ່ງ​ການ​ສ້າງ​ຕ່ອງໂສ້ການ​ຜະ​ລິດຫອຍກີ້ແກະກາບສຳເລັດຮູບ ແລະ ພະຍາຍາມໃນການຊອກ​ຫາ​ລູກ​ຄ້າ​ ແລະ ພັດ​ທະ​ນາ​ຕະ​ຫຼາດ.

ຫວຽດນາມ ໄດ້ສົ່ງອອກຫອຍກີ້ແກະກາບສຳເລັດຮູບ ຊຸດທໍາອິດ ໄປຍັງເອີຣົບ
ບໍລິສັດກໍາລັງປະຕິບັດຂັ້ນຕອນສຸດທ້າຍໃຫ້ສຳເລັດ ເພື່ອນໍາເອົາຫອຍກີ້ແກະກາບສຳເລັດຮູບ ເຂົ້າໄປໃນລະບົບຕ່ອງໂສ້ ຊຸບເປີ້ມາແກັດ, ຮ້ານອາຫານສະອາດ... ພາຍໃນປະເທດ. (ພາບ: nongnghiep)

ຫຼັງຈາກການທົດລອງຈໍຜະລິດ ແລະ ປະຕິບັດສໍາເລັດຂະບວນການຜະລິດ, ຕົວຢ່າງຂອງຫອຍກີ້ແກະກາບສຳເລັດຮູບ ໄດ້ຖືກກວດກາໂດຍລູກຄ້າເອີຣົບ. ມາ​ຮອດ​ປະຈຸ​ບັນ, ບໍລິສັດ​ໄດ້​ມີ​ການ​ສັ່ງ​ຊື້​ສິນຄ້າ​ເປັນ​ຄັ້ງ​ທຳ​ອິດ ​ດ້ວຍ​ຍອດ​ຈຳ​ນວນ 2 ລ້ານ​ກ່ອງ​ໃນ​ປີ 2022 (​ເທົ່າ​ກັບ 2,000 ​ໂຕນຫອຍກີ້​​​ວັດຖຸດິບ).

ບໍລິສັດກໍາລັງປະຕິບັດຂັ້ນຕອນສຸດທ້າຍໃຫ້ສຳເລັດ ເພື່ອນໍາເອົາຫອຍກີ້ແກະກາບສຳເລັດຮູບ ເຂົ້າໄປໃນລະບົບຕ່ອງໂສ້ ຊຸບເປີ້ມາແກັດ, ຮ້ານອາຫານສະອາດ... ພາຍໃນປະເທດ. ບໍລິສັດ ໄດ້ຕັ້ງໜ້າຊອກຫາຕະຫຼາດ ແລະ ລູກຄ້າທີ່ມີທ່າແຮງສໍາລັບຜະລິດຕະພັນຫອຍກີ້ແກະກາບສຳເລັດຮູບຢູ່ ຍີ່ປຸ່ນ, ສ.ເກົາຫຼີ, ລັດເຊຍ...

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.