ນະຄອນໂຮ່ຈິມິນ ຕ້ອງນຳເອົາຖານະບົດບາດ, ພາບລັກຄືນມາໃນທຸກດ້ານ

15:22 | 22/11/2021

ຍສໝ - ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ນະ​ຄອນໂຮ່​ຈິ​ມິນ ຕ້ອງ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ນຳ​ເອົາ​ຖານະບົດບາດ, ພາບ​ລັກຂອງ​ນະ​ຄອນຄືນ​ມາ​ໃນ​ທຸກ​ດ້ານ.

ສະຖານກົງສຸນຂອງບັນດາປະເທດ ສະໜັບສະໜູນບ້ວງເງິນ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ສະກັດກັ້ນ ໂລກລະບາດ COVID-19 ທີ່ ນະຄອນໂຮ່ຈິມິນ ສະຖານກົງສຸນຂອງບັນດາປະເທດ ສະໜັບສະໜູນບ້ວງເງິນ ເພື່ອຮັບໃຊ້ໃນການປ້ອງກັນ ແລະ ສະກັດກັ້ນ ໂລກລະບາດ COVID-19 ທີ່ ນະຄອນໂຮ່ຈິມິນ
ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງ ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງ ວຽງຈັນ ສົມທົບກັນໃນການກໍ່ສ້າງຖັນແຖວພະນັກງານ, ພາລະກອນທີ່ມີຄຸນນະພາບສູງ

ເມື່ອບໍ່ດົນມານີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາຜູ້​ແທນສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ເຂດ​ເລືອກ​ຕັ້ງທີ 10 ໄດ້ມີ​ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກູ໊ຈີ ແລະ ຮອກໂມນ.

ນະຄອນໂຮ່ຈິມິນ ຕ້ອງນຳເອົາຖານະບົດບາດ, ພາບລັກຄືນມາໃນທຸກດ້ານ
ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ອຳນາດ​ການ​ປົກຄອງ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ເມືອງ ກູ່ຈີ ​ແລະ ຮອກໂມນ ທີ່​ໄດ້ປະຕິບັດ​ວຽກ​ງານ​ຕ້ານ, ປ້ອງ​ກັນ​ພະຍາດ​ລະບາດໄດ້​ເປັນ​ຢ່າງ​ດີ. ພາບ: TTXVN

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ໄດ້ມີ​ຄຳ​ເຫັນໃນ​ກອງ​ປະຊຸມ ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ຢ່າງ​ເລິກ​ເຊິ່ງ​ເຖິງ​ປະຊາຊົນ, ອຳນາດ​ການ​ປົກຄອງ ​ແລະ ຄະນະ​ພັກ​ນະຄອນໂຮ່ຈີ​ມິນ ທີ່​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ, ການ​ສູນ​ເສັຍ​ຍ້ອນການ​ລະ​ບາດ​ຂອງ​ພະຍາດ​ໂຄ​ວິດ-19 ທີ່​​ສ້າງ​ຂຶ້ນ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ອຳນາດ​ການ​ປົກຄອງ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ເມືອງ ກູ່ຈີ ​ແລະ ຮອກໂມນ ທີ່​ໄດ້ປະຕິບັດ​ວຽກ​ງານ​ຕ້ານ, ປ້ອງ​ກັນ​ພະຍາດ​ລະບາດໄດ້​ເປັນ​ຢ່າງ​ດີ; ພ້ອມ​ກັນ​ນັ້ນ​ກໍ​ຍ້ອງຍໍ​ນະຄອນ​ໂຮ່ຈິ​ມິນ ກ່ຽວ​ກັບ “ຍຸດ​ທະ​ສາດ” ​ໃຫ້​ຜູ້ອອກແຮງງານຮັບ​ການສັກວັກຊີນແລ້ວ​ກັບ​ຄືນ​ສູ່​ນະຄອນ​ເພື່ອ​ຟື້ນ​ຟູ​ເສດຖະກິດ.

ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຍົກ​ສູງ​ຈິດ​ໃຈ​ເປັນເຈົ້າການໃນ​ການ​ແກ້​ໄຂ​ວຽກ​ງານທີ່ຂຶ້ນກັບຄວາມ​ຮັບ​ຜິດ​ຊອບ​ຂອງຕົນ.ໃນ​ໄລ​ຍະເວ​ລາ​ທີ່​ຈະ​ມາ​ເຖິງ, ທ່ານ​ປະ​ທານ​ປະ​ເທດ ​ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈິ​ມິນ​ ປະ​ຕິ​ບັດ​ເປົ້າ​ໝາຍຈຸດ​ປະ​ສົງ​ຄຽງ​ຄູ່​ທັງ​ການ​​ຕ້ານ​ໂລກ​ລະ​ບາດ ແລະ ທັງ​ການພັດ​ທະ​ນາ​ເສດ​ຖະ​ກິດ.

ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ຮຽກຮ້ອງ​ໃຫ້​ນະຄອນ ​ໂຮ່ຈີ​ມິນ ຕ້ອງ​ກະກຽມ​ແຜນການໃນ​ການຕ້ານ, ​ປ້ອງ​ກັນ​ທີ່​ດີ​ທີ່​ສຸດ​ຕໍ່​ກັບ​ການ​ປະ​ເຊີນການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເປັນ​ຄັ້ງທີ 5 ທີ່​ອາດ​ຈະ​ເກີດ​ຂຶ້ນ. ນະຄອນ​ຕ້ອງ​ຊອກ​ຫາ​ວິທີ​ທາງທີ່​ເໝາະ​ສົມ ​ເພື່ອ​ບັນລຸ​ສອງ​ເປົ້າ​ໝາຍຄຽງ​ຄູ່​ກັນ​ໃນ​ສະພາບ​ການ​ພະຍາດ​ໂຄ​ວິດ-19 ຍັງ​ຄົງ​ມີ​ການ​ຜັນ​ແປ​ທີ່​ສັບສົນ. ທ່ານ​ປະທານ​ປະ​ເທດ ​ໄດ້​ຕັ້ງບັນຫາວ່າ: “ບັນຫາ​ສຳຄັນ​ແມ່ນ​ການນຳ​ເອົາ​ຖານະບົດບາດ, ພາບ​ລັກຂອງ​ນະຄອນ​ໂຮ່ຈິ​ມິນ​ຄືນ​ມາ​ໃນ​ທຸກ​ດ້ານ.

ດ້ວຍ​ຈິດ​ໃຈ​ດັ່ງ​ກ່າວ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ຕັ້ງ​ປະ​ເດັນ​ໃຫ້​ນະຄອນ​ໂຮ່ຈີ​ມິນ ມຸ່ງ​ໄປ​ເຖິງ​ຮູບ​ແບບພື້ນຖານ​ເສດຖະກິດທີ່​ມີ​ຫົວ​ຄິດປະດິດສ້າງ​, ​ໃນ​ນັ້ນ ໃຫ້​ເອົາ​ໃຈ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​​ການ​ລົງທຶນ​ທຸລະ​ກິດ, ປະຕິ​ຮູບ​ນະ​ໂຍບາຍ​ໃຫ້​ເລິກ​ເຊິ່ງກວ້າງ​ຂວາງ, ມີ​ປະສິດທິ​ຜົນ ​ແລະ ທັນ​ການ.

ໄຊພອນ

ເຫດການ
302 Found

Found

The document has moved here.