ຫວຽດນາມ ສຳຫລວດກວດກາສະພາບການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບຊາວອົບພະຍົບຢ່າງຖືກຕ້ອງຕາມກົດໝາຍ

08:49 | 24/11/2021

ທ່ານ ໂຕແອງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມຢັ້ງຢືນວ່າ: ບັນດາກະຊວງ, ອົງການສຳນັກງານ, ທ້ອງຖິ່ນຕ່າງໆຂອງຫວຽດນາມ ໄດ້ຕັ້ງຫນ້າ, ເປັນເຈົ້າການ ຜັນຂະຫຍາຍປະຕິບັດ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງຫວຽດນາມໃນການຜັນຂະຫຍາຍຂໍ້ຕົກລົງ GCM.

ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UNESCO ຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາບໍລິຫານງານ UNESCO
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ
undefined
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: hanoimoi.com)

ກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ຈັດຕັ້ງກອງປະຊຸມສຳຫລວດກວດກາສະພາບການຜັນຂະຫຍາຍຂໍ້ຕົກລົງທົ່ວໂລກກ່ຽວກັບການອົບພະຍົບຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ (ຂໍ້ຕົກລົງ GCM) ຕາມຮູບການໂດຍກົງສົມທົບກັບທາງໄກ. ກອງປະຊຸມສຳຫລວດກວດກາສະພາບການປະຕິບັດແຜນການຜັນຂະຫຍາຍຂໍ້ຕົກລົງ GCM ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ,ປຶກສາຫາລືບັນດາມາດຕະການຍົກສູງປະສິດທິຜົນການຜັນຂະຫຍາຍຂໍ້ຕົກລົງ GCM ກໍ່ຄືແລກປ່ຽນກ່ຽວກັບບົດລາຍງານແຫ່ງຊາດຂອງຫວຽດນາມ ຢູ່ ເວທີປາໄສການສຳຫລວດກວດກາການອົບພະຍົບສາກົນ (IMRF) ຈະດຳເນີນຢູ່ ນິວຢອກ ສະຫະລັດ ອາເມລິກາ ເມື່ອເດືອນພຶດສະພາປີ 2022.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ໂຕແອງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມຢັ້ງຢືນວ່າ: ບັນດາກະຊວງ, ອົງການສຳນັກງານ, ທ້ອງຖິ່ນຕ່າງໆຂອງຫວຽດນາມ ໄດ້ຕັ້ງຫນ້າ, ເປັນເຈົ້າການ ຜັນຂະຫຍາຍປະຕິບັດ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງຫວຽດນາມໃນການຜັນຂະຫຍາຍຂໍ້ຕົກລົງ GCM.

ທ່ານນາງ Park Mi-Hyung ຫົວຫນ້າຄະນະຜູ້ຕາງຫນ້າ IOM ຕີລາຄາສູງການປະກອບສ່ວນຕັ້ງຫນ້າຂອງ ຫວຽດນາມໃນວິວັດດການສ້າງ, ຮອບຮອງເອົາຂໍ້ຕົກລົງ GCM, ຄຳໝັ້ນສັນຍາຢ່າງແຮງຂອງຫວຽດນາມໃນການຊຸກຍູ້ການອົບພະຍົບຖືກຕ້ອງຕາມກົດໝາຍ,ມີຄວາມປອດໄພແລະ ເປັນລະບຽບຮຽບຮ້ອຍ.

vov.world.vn

ເຫດການ
302 Found

Found

The document has moved here.