ADB ແລະ PVN ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຊຸກ​ຍູ້ການ​ພັດ​ທະ​ນາ​ພະ​ລັງ​ງານ​ຂຽວ​ຢູ່ ຫວຽດ​ນາມ

06:18 | 20/11/2021

ຍ​ສ​ໝ - ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ເບື້ອງ​ຕົນ, ADB ຈະ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ ແລະ ລະ​ດົມ​ບັນ​ດາ​ແຫຼ່ງ​ທຶນ​ຕ່າງໆຕື່ມ​ອີກ, ໃນ​ນັ້ນ, ລັດ​ຖະ​ບານ ອົດ​ສະ​ຕາ​ລີ ຢັ້ງ​ຢືນ​ການ​ໜູນ​ຊ່ວຍ​ງົບ​ປະ​ມານ​ໃຫ້​ແກ່​ການ​ສ້າງ​ຍຸດ​ທະ​ສາດ ແລະ ວິ​ວັດ​ການ​ຫັນ​ເປັນ​ພະ​ລັງ​ງານ​ຂຽວ​ຂອງ PVN,

ຊຸກ​ຍູ​້​ການ​ຟື​້​ນ​ຟູ ແລະ ພັດ​ທ​ະ​ນາ​ເສດ​ຖ​ະ​ກິດ​ໄລ​ຍະ 2021 – 2030 ຊຸກ​ຍູ​້​ການ​ຟື​້​ນ​ຟູ ແລະ ພັດ​ທ​ະ​ນາ​ເສດ​ຖ​ະ​ກິດ​ໄລ​ຍະ 2021 – 2030
ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ
ADB ແລະ PVN ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຊຸກ​ຍູ້ການ​ພັດ​ທະ​ນາ​ພະ​ລັງ​ງານ​ຂຽວ​ຢູ່ ຫວຽດ​ນາມ
ADB ແລະ PVN ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຊຸກ​ຍູ້ການ​ພັດ​ທະ​ນາ​ພະ​ລັງ​ງານ​ຂຽວ ​ຢູ່ ຫວຽດ​ນາມ. ພາບ: Vietnam+

ຕອນ​ບ່າຍ​ວັນ​ທີ 18 ພະ​ຈິກ ຢູ່​ຮ່າ​ໂນ້ຍ, ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນອາຍ​ແກັດ ຫວຽດ​ນາມ (PVN) ແລະ ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ (ADB) ໄດ້ລົງ​ນາມໃນ​ບົດ​ບັດ​ທຶນ​ຊ່ວຍ​ຈຳ (MOU) ກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວ​ມື​ຍຸດ​ທະ​ສາດ ໃນ​ໄລ​ຍະ 2021 – 2024 ເພື່ອ​ແນ​ໃສ່​ຊຸກ​ຍູ້​ການພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ ແລະ ຍືນ​ຍົງ ຢູ່ ຫວຽດ​ນາມ ກໍ່​ຄື​ໜູນ​ຊ່ວຍ PVN ບັນ​ລຸ​ໄດ້​ບັນ​ດາ​ເປົ້າ​ໝາຍ​ຫັນ​ເປັນ​ພະ​ລັງ​ງານ​ຂຽວ.

ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ເບື້ອງ​ຕົນ, ADB ຈະ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ ແລະ ລະ​ດົມ​ບັນ​ດາ​ແຫຼ່ງ​ທຶນ​ຕ່າງໆຕື່ມ​ອີກ, ໃນ​ນັ້ນ, ລັດ​ຖະ​ບານ ອົດ​ສະ​ຕາ​ລີ ຢັ້ງ​ຢືນ​ການ​ໜູນ​ຊ່ວຍ​ງົບ​ປະ​ມານ​ໃຫ້​ແກ່​ການ​ສ້າງ​ຍຸດ​ທະ​ສາດ ແລະ ວິ​ວັດ​ການ​ຫັນ​ເປັນ​ພະ​ລັງ​ງານ​ຂຽວ​ຂອງ PVN.

ເລື່ອງ​ລົງ​ນາມໃນ​ບົດ​ບັດ​ທຶ​ກ​ຊ່​ວຍ​ຈຳລະ​ຫວ່າງ​ສອງ​ຝ່າຍ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕ​ັດ​ສິນ​ໃຈຂອງ PVN ໃນ​ການ​ຮ່ວມ​ມື​ສາ​ກົນມຸ່ງ​ໄປ​ເຖິງ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ຢູ່ກອງ​ປະ​ຊຸມ​ຄັ້ງທີ 26 ຂອງ​ບັນ​ດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ແມ່​ຂອງ ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP26) ຢູ່ Glasgow ປະ​ກົດ​ຜົນ​ເປັນ​ຈິງ, ປະ​ຕິ​ບັດ​ຕາມ​ບັນ​ດາ​ກົນ​ໄກ​ຕາມ​ຂໍ້​ຕົກ​ລົງ​ປາ​ຣີ, ເພື່ອບ​ັນ​ລຸ​ໄດ້​ລະ​ດັບ​ການ​ປ່ອຍ​ອາຍ​ພິດ​ລົງ​ລະ​ດັບ 0 ໃນ​ປີ 2050.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.