ຂະ​ແໜງ​ການ​ສຶກ​ສາ ຢຶດ​ໝັ້ນ​ເດີນ​ຕາມ​ເປົ້າ​ໝາຍ​ຄຸນ​ນະ​ພາບ

07:07 | 15/11/2021

ຍ​ສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນ​ກິມ​ເຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງສະ​ມ​າ​ຊິກ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ຂົງ​ເຂດ​ກາ​ນ​ສຶ​ກ​ສາ ແລະ ບຳ​ລຸງ​ສ້າງ…

ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສິນ​ລະ​ປະ 4 ປະ​ເພດ​ການ​ສະ​ແດງ​ດັ້ງ​ເດີມຂອງ​ນະ​ຄອນຫຼວງ ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສິນ​ລະ​ປະ 4 ປະ​ເພດ​ການ​ສະ​ແດງ​ດັ້ງ​ເດີມຂອງ​ນະ​ຄອນຫຼວງ
ຫວຽດ​ນາມ, ອິນ​ໂດ​ເນ​ເຊຍແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດແລະການ​ທ່ອງ​ທ່ຽວ ຫວຽດ​ນາມ, ອິນ​ໂດ​ເນ​ເຊຍແລກ​ປ່ຽນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ, ເສດ​ຖະ​ກິດແລະການ​ທ່ອງ​ທ່ຽວ
ຂະ​ແໜງ​ການ​ສຶກ​ສາ ຢຶດ​ໝັ້ນ​ເດີນ​ຕາມ​ເປົ້າ​ໝາຍ​ຄຸນ​ນະ​ພາບ
ທ່ານ ຫງວຽນ​ກິມ​ເຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ຕອບ​ຄຳ​ຊັກ​ຖາມ

ທ່ານ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ ພາຍຫຼັງ​ເກີດ​​ໂລກ​ລະ​ບາດ​ໂຄວິດ - 19 ມາ​ໄດ້ 2 ປີ ເຊິ່ງ​ໄດ້​ໃຫ້​ທຸກ​ສິ່ງ​ທຸກຢ່າງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ໃນ​ນັ້ນ​ ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ແມ່ນ​ຂົງ​ເຂດ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ. ແຜນ​ການ​ສົກຮຽນຂອງ​ປີ​ຖືກ​ຂາດ​ວັກ​ຂາດ​ຕອນ, ຫຼັກສູດ ແລະ ເນື້ອ​ໃນ ການ​ສຶກ​ສາ​ຕ້ອງ​ປ່ຽນ​ແປງ​ຕາມ​ທິດ​ມີ​ພຽງ​ແຕ່​ເນື້ອ​ໃນຫຼັກ​, ມີ​ນັກ​ຮຽນ, ນັກ​ສຶກ​ສາ ເກືອບ 20 ລ້ານ​ຄົນ ບໍ່​ໄດ້​ໄປ​ໂຮງ​ຮຽນ ໃນ​ໄລ​ຍະ​ເວ​ລາ​ຍາວ​, ມີ​ນັກ​ສຶກ​ສາ ກ່​ວາ 70.000 ຄົນ ບໍ່​ສາ​ມາດ​ຈົບ​ການ​ສຶກສາ​ຖືກ​ຕາມ​ເວ​ລາ​ກຳ​ນົດ, ກໍ່​ຜົນ​ສະ​ທ້ອນ​ຕໍ່​ການ​ສະ​ໜອງ​ແຫຼ່ງ​ບຸ​ກ​ຄະ​ລາ​ກອນ. ການ​ຮຽນ​ແບ​ບ​ທາງ​ໄກ, ຮຽນ​ຜ່ານ​ໂທ​ລະ​ພາບ ໃນ​ເງື່ອນ​ໄຂ​ພື້ນ​ຖານ​ໂຄງ​ລ່າງ​ຍັ​ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ ແລະ ຂາດ​ເຂີນນັ້ນ ໄດ້​ກໍ່​ຜົນ​ຕາມ​ມາ ແລະ ຜົນ​ທະ​ທົບ​ທາງ​ລົບ​ຫຼາຍ​ຢ່າງ, ນັກ​ຮຽ​ນ​ຮູ້​ສຶກ​ເຄັ່ງ​ຕຶງ, ອິດ​ເມື່ອຍ, ຄູ​ສອນຮູ້​ສຶກ​ລຳ​ບາກ ແລະ ກົດ​ດັນ, ພໍ່​ແມ່​ນັກ​ຮຽນ​ຮູ້​ສຶກອຶດ​ອັດ, ສັງ​ຄົມ​ຮູ້​ສຶກ​ກັງ​ວົນ, ຫຼາຍ​ເລື່ອງ​ລາວທີ່​ເສົ້າ​ສະຫຼົດ​ໃຈ​ເກີດ​ຂຶ້ນ.

ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ແລ້ວ, ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ສຳ​ລັບ​ຂະ​ແໜງ​ການ​ສຶກ​ສາ ຕໍ່​ໜ້າ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ເຊິ່ງ​ສົກ​ປີ 2020 – 2021 ແລະ 2021 – 2022 ແມ່ນ​ຊຸມ​ສົກ​ປີຫຼັກ​ແຫຼ່ງ​ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກ​ສາ​ສາ​ມັນ ເວົ້າ​ສະ​ເພາະ ແລະ ປ່ຽນ​ແປງ​ໃໝ່​ການ​ສຶກ​ສາ - ບຳ​ລຸງ​ສ້າງ​ເວົ້າ​ລວມ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າ​ງ​ແບ່ງ​ປັນ​ວ່າ: ເຖິງວ່າ ໂລກ​ລະ​ບາດ​ໂຄວິດ - 19 ຄ່ອຍໆ​ໄດ້​ຮັບ​ການ​ຄວບ​ຄຸມ, ຊີ​ວິດ​ການ​ເປັນ​ຢູ່​ເປັນ​ປົກ​ກະ​ຕິ​ໃໝ່ ຄ່ອຍໆ​ໄດ້​ສ້າງ​ຂຶ້ນ, ເສດ​ຖະ​ກິດ ແລະ ການ​ເຄື່ອນ​ໄຫວ​ສັງ​ຄົມ ຈະ​ຄ່ອຍໆໄດ້​ຮັບ​ການ​ຟື້ນ​ຟູ… ແຕ່​ຂະ​ແໜງ​ການ​ສຶກ​ສາ​ພັດໄດ້​ເລີ່ມ​ກ້າວເຂົ້າ​ເສັ້ນ​ທາງ​ໃໝ່ ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ທີ່​ຍັງ​ຄົງ​ຕົວ ແລະ ຊ້ຳ​ບໍ່​ໜຳ​ແມ່ນ​ໃຫຍ່​ກ່​ວາ​ອີກ​ໃນ​ພາຍ​ພາກ​ໜ້າ. ຜົນ​ຕາມ​ມາ​ຢ້ອນ​ໂລກ​ລະ​ບາດ​ກໍ່​ຂຶ້ນ​ແມ່ນ​ຍາ​ວ​ນານ ແລະ ການ​ແກ້​ໄຂກໍ່​ບໍ່​ແມ່ນ​ງ່າຍ​…

ຂະ​ແໜງ​ການ​ສຶກ​ສາ​ໄດ້​ຜັນ​ຂະ​ຫຍາຍ​ການ​ຕີ​ລາ​ຄາ​ຜົນ​ສະ​ທ້ອນ​ຂອງ​ໂລກ​ລະ​ບາດ, ໃນ​ເບື້ອງ​ຕົ້ນ ມີ​ບັນ​ດາ​ຕົວ​ເລກ ແລະ ດັດ​ຊະ​ນີກ່ຽວ​ກັບ​ຜົນ​ກະ​ທົບ​ທາງ​ລົບ, ມີ​ບັນ​ດາ​ສິ່ງ​ທີ່​ເຫັນ​ໄດ້​ຢ່າງ​ທັນ​ທີ ແລະ ​ກໍ່​ບາງ​ສິ່ງ​ທີ່ຍັງ​ບໍ່​ທັນສາມາດນັບ ຫຼື ​ວັດ​ແທກ​ໄດ້, ພິ​ເສດ​ແມ່ນ​ບັນ​ດາ​ຈຸດ​ຊ່ອງຫວ່າງດ້ານ​ຄວາມ​ຮູ້, ບັນ​ດາ​ຜົນ​ກະ​ທົບ​ດ້ານ​ຈິດ​ໃຈ, ຄວາມ​ຮູ້​ສຶກຂ​ອງ​ນັກ​ຮຽນ.

ໃນ​ການ​ຫັນ​​ສະ​ພາບ​ການ ແລະ ການຮັບ​ມືກັບ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໄລ​ຍະ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕື້ນ​ຕັນ​ໃຈ ເມື່ອ​ຂະ​ແໜງ​ການ​ສຶກ​ສາໃນ​ທົ່ວ​ປະ​ເທດ ໄດ້ຮ່ວມ​ແຮງ​ຮ່ວມ​ໃຈ, ໄດ້​ຮັບ​ການ​ຊີ້​ນຳ​ນຳ​ພາ​ຈາກ ພັກ, ລັດ, ສະ​ພາ​ແຫ່ງ​ຊາດ, ແນວ​ໂຮມ​ປະ​ເທດ​ຊາດ​, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ ບັນ​ດາ​ເປົ້າ​ໝາຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ, ເບີ່ງ​ແຍງ​ດູ​ແລ, ແບ່ງ​ປັນ, ຮ່ວມ​ແຮງ​ຮ່ວມ​ໃຈ, ໜູນ​ຊ່ວຍ. ໂດຍ​ຕາງ​ໜ້າ​ໃຫ້​ແກ່​ຄູ​ສອນ ແລະ ຜູ້​ອອກ​ແຮງ​ງານ ກ່​ວາ 1,5 ລ້ານ​ຄົນ ພ້ອມ​ກັບ​ນັກ​ຮຽນ​ກ່​ວາ 25 ລ້ານ​ຄົນ, ຂ້າ​ພະ​ເຈົ້າ​ຂໍ​ເປັນ​ກ​ຽດ​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ທຸກ​ສິ່ງ​ທຸກ​ຢ່າງ”, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ກ່​າວ​ຄຳ​ເຫັນ​ຕໍ່​​ສະ​ພາ​ແຫ່ງ​ຊາດ.

ທ່ານ​ກໍ່ກ່າວວ່າ ບັນ​ດາ​ຄຳ​ເຫັນ​ຊັກ​ຖາມ​ຂອງບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແນ່ນອນ​ວ່າ​ຈະ​ຊ່ວຍ​ຂະ​ແໜງ​ການ​ສຶກ​ສາ​ເຫັນ​ໄດ້​ວຽກ​ງານ​ທີ່ຈະຕ້ອງ​ປະ​ຕິ​ບັດຢ່າງ​ຈະ​ແຈ້ງກ່​ວາ, ສູ້​ຊົນ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້ເປັນ​ຢ່​າງ​ດີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.