ຊຸກ​ຍູ​້​ການ​ຟື​້​ນ​ຟູ ແລະ ພັດ​ທ​ະ​ນາ​ເສດ​ຖ​ະ​ກິດ​ໄລ​ຍະ 2021 – 2030

06:25 | 17/11/2021

ຕອນເຊົ້າວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງການເງິນ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສການເງິນ ຫວຽດນາມ 2021 ດ້ວຍຫົວຂໍ້ “ຍຸດທະສາດການເງິນໄລຍະ 2021 – 2030 ແລະ ບັນດາມາດຕະການຟື້ນຟູ, ພັດທະນາດເສດຖະກິດ ຫວຽດນາມ” ດ້ວຍການໜູນຊ່ວຍຂອງ ອົງການຮ່ວມມືພັດທະນາເຢຍລະມັນ (GIZ) ເວທີປາໄສຖືກຈັດຕາມຮູບການໂດຍກົງ ແລະ ທາງໄກ.

ແຂວງ ກວ​າງ​ນາມ​ ຈະ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ ອາ​ເມ​ລິ​ກາ 2 ຄ​ະ​ນະ ແຂວງ ກວ​າງ​ນາມ​ ຈະ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ ອາ​ເມ​ລິ​ກາ 2 ຄ​ະ​ນະ
ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ
ເວທີປາໄສການເງິນ ຫວຽດນາມ 2021 ດ້ວຍຫົວຂໍ້ “ຍຸດທະສາດການເງິນໄລຍະ 2021 – 2030 ແລະ ບັນດາມາດຕະການຟື້ນຟູ, ພັດທະນາດເສດຖະກິດ ຫວຽດນາມ”  (ພາບ: TTXVN)
ເວທີປາໄສການເງິນ ຫວຽດນາມ 2021 ດ້ວຍຫົວຂໍ້ “ຍຸດທະສາດການເງິນໄລຍະ 2021 – 2030 ແລະ ບັນດາມາດຕະການຟື້ນຟູ, ພັດທະນາດເສດຖະກິດ ຫວຽດນາມ” (ພາບ: TTXVN)

ໄຂເວທີປາໄສປີນີ້, ທ່ານຮອງລັດຖະມົນຕີກະຊວງການເງິນ ຫວໍແທງຮືງ ເນັ້ນໜັກວ່າພາຍຫຼັງເກືອບ 10 ປີປະຕິບັດ ຍຸດທະສາດການເງິນຮອດປີ 2020, ພື້ນຖານການເງິນແຫ່ງຊາດໄດ້ມີການຫັນປ່ຽນຢ່າງຈະແຈ້ງ ແລະ ບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ. ກະຊວງການເງິນປາດຖະໜາຢາກໃຫ້ບັນດາຂໍ້ສະເໜີແນະຂອງຜູ້ຊຽວຊານພາຍໃນປະເທດ ແລະ ສາກົນຈະຊ່ວຍສ້າງບັນດາມາດຕະການທີ່ບຸກທະລຸ ໃນການປະຕິບັດຍຸດທະສາດການເງິນແຫ່ງ ຊາດໄລຍະ 2021 – 2030, ສ້າງສຳເລັດບັນດາມາດຕະການການເງິນງົບປະມານຊ່ວຍຟື້ນຟູການພັດທະນາເສດຖະກິດ ຫວຽດນາມໃນໄລຍະທີຈະມາເຖິງ.

ເບີ່ງລວມແລ້ວ, ໂລກລະບາດຍັງມີຜັນແປທີ່ສັບສົນ, ຜົນສະທ້ອນຍັງແກ່ຍາວ, ໃນຂະນະການເຕີບໂຕເສດຖະກິດ GDP ຂອງ ຫວຽດນາມ ກຳລັງຊ້າລົງ, ກຳລັງດັນເກີດໄພເງິນເຟີ້ ເພີ່ມຂື້ນ, ການຟື້ນຟູບັນດາລະບົບຜະລິດ, ສະໜອງແມ່ນຫຍຸງຍາກ ແລະ ຕ້ອງການມີເວລາ. ດັ່ງນັ້ນ, ວຽກງານຄົ້ນຄ້ວາ, ສ້າງບັນດາມາດຕະການ, ລວມມີບັນດາມາດຕະການດ້ານການເງິນ, ງົບປະມານຂອງລັດໃຫ້ແກ່ວຽກງານ ຟື້ນຟູ ແລະພັດທະນາເສດຖະກິດ, ຮັບປະກັນການປະຕິບັດບັນດາເປົ້າໝາຍສ້າງເສດຖະກິດມະຫາພາກເປັນປົກກະຕິ, ພັດທະນາເສດຖະກິດ - ສັງຄົມຕາມມະຕິຂອງ ກອງປະຊຸມໃຫຍ່ຂອງພັກໃນໄລຍະທີ່ຈະມາເຖິງ, ໃນສະພາບການປະຈຸບັນ, ແມ່ນສຳຄັນທີ່ສຸດ.

ເວທີປາໄສການເງິນ ຫວຽດນາມ 2021 ມີ 2 ວາລະການປືກສາຫາລື ດ້ວຍຫົວຂໍ້ ຍຸດທະສາດການເງິນໄລຍະ 2021 – 2030 ແລະ ມາດຕະການຟື້ນຟູ ແລະ ພັດທະນາເສດຖະກິດ ຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.