45 ໂຄງການໄດ້ຮັບລາງວັນຫົວຄິດປະດິດສ້າງວິທະຍາສາດເຕັກໂນໂລຢີ ຫວຽດນາມ ປີ 2020

16:14 | 15/11/2021

ຍສໝ - ເມື່ອບໍ່ດົນມານີ້, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກຫວຽດນາມ ​ແລະ ກອງທຶນ​ປະດິດ​ສ້າງ​ເຕັກນິກ​ຫວຽດນາມ Vifotec ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ປະດິດ​ສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ຫວຽດນາມ - WIPO 2020.

ໂປຼແກມເຕັກໂນໂລຢີດິຈິຕອນ ນຳປະຫວັດສາດ ຍັບເຂົ້າໃກ້ກັບໄວໜຸ່ມກວ່າອີກ ໂປຼແກມເຕັກໂນໂລຢີດິຈິຕອນ ນຳປະຫວັດສາດ ຍັບເຂົ້າໃກ້ກັບໄວໜຸ່ມກວ່າອີກ
ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ ແລະບໍລິຫານຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງ ແລະບໍລິຫານຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ

ລາງວັນ Vifotec 2020 ປະກອບມີບັນດາສາຂາ ຄື: ກົນຈັກ-ອັດຕະໂນມັດ; ເຕັກໂນໂລຊີວັດຖຸອຸປະກອນ; ເຕັກໂນໂລຊີປະຫຍັດພະລັງງານ ແລະ ການນໍາໃຊ້ພະລັງງານໃໝ່; ຊີວະວິທະຍາຮັບໃຊ້ການຜະລິດ ແລະ ຊີວິດ; ເຕັກ​ໂນ​ໂລ​ຊີ​ ເພື່ອ​ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ ແລະ ​ການ​ນໍາ​ໃຊ້​ຊັບ​ພະ​ຍາ​ກອນ​ຢ່າງ​ສົມ​ເຫດ​ສົມ​ຜົນ​.

ຄະນະກຳມະການສອບເສັງ ​ໄດ້​ພິຈາລະນາ ແລະ ຕີ​ລາຄາ​ບັນດາ​ຜົນງານ ​ແລະ ​ໄດ້​ເລືອກເພື່ອມອບ 45 ລາງວັນ​, ປະກອບມີ: ລາງວັນ​ທີ 1 ຈຳນວນ 5 ລາງວັນ, ລາງວັນ​ທີ 2 ຈຳນວນ 11 ລາງວັນ, ລາງວັນ​ທີ 3 ຈຳນວນ 13 ລາງວັນ, ລາງວັນ​ຊົມ​ເຊີຍ ຈຳນວນ 16 ລາງວັນ.

45 ໂຄງການໄດ້ຮັບລາງວັນຫົວຄິດປະດິດສ້າງວິທະຍາສາດເຕັກໂນໂລຢີ ຫວຽດນາມ ປີ 2020

45 ໂຄງການ​ໄດ້​ຮັບ​ລາງວັນ​ຫົວຄິດ​ປະດິດ​ສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ຫວຽດນາມ ​ປີ 2020. (ພາບ: tuoitre)

5 ລາງວັນທີໜຶ່ງ ເປັນຂອງຂະແໜງກົນຈັກ-ອັດຕະໂນມັດ; ເຕັກໂນໂລຊີວັດຖຸອຸປະກອນ; ເຕັກໂນໂລຊີປະຫຍັດພະລັງງານ ແລະ ການນໍາໃຊ້ພະລັງງານໃໝ່; ຊີວະວິທະຍາຮັບໃຊ້ການຜະລິດ ແລະ ຊີວິດ; ເຕັກ​ໂນ​ໂລ​ຊີ​ ເພື່ອ​ຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ ແລະ ​ການ​ນໍາ​ໃຊ້​ຊັບ​ພະ​ຍາ​ກອນ​ຢ່າງ​ສົມ​ເຫດ​ສົມ​ຜົນ​.

​ເນື່ອງ​ໃນ​ໂອກາດ​ນີ້, ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ (WIPO) ປີ 2020 ​ໄດ້​ມອບ​ໃບ​ຢັ້ງຢືນ ​ແລະ ຫຼຽນ​ຄຳ​ໃຫ້​ແກ່​ໂຄງການ “ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຄື່ອງບົດແຫຼກທີ່ສຸດ​ໃນ​ການ​ຜະລິດກະໂລ້ Cotto ຄຸນ​ນະພາ​ບສູງ” ຂອງ​ກຸ່ມຜູ້ປະດິດ ທ່ານ ປອ. ຫງວຽນກວາງເມົ່າ; ທ່ານ ປທ. ດົງດຶກຈິງ; ນັກວິສະວະກອນ ເຈີ່ນວັນຕວນ - ບໍລິສັດຫຸ້ນສ່ວນ ເຊລາມິກ ເດີດ ຫວຽດ-ແຂວງກວາງນິງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.