ຊຸກຍູ້ການຮ່ວມມືເພື່ອຮັບປະກັນສະພາບແວດລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ

13:28 | 17/11/2021

ໂດຍຮັບຄຳເຊີນຈາກທ່ານປະທານສະພາສູງ ແລະ ປະທານສະພາແຫ່ງຊາດ ກຳປູເຈຍ, ຕອນບ່າຍວັນທີ 16/11, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມເຈີ່ນແທງເໝີ້ນ ຫົວໜ້າ ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄູ່ຮ່ວມມືລັດຖະສະພາອາຊີ-ເອີລົບ ຄັ້ງທີ 11 (ASEP 11) ຊຶ່ງຖືກຈັດຂຶ້ນຕາມຮູບການທາງໄກ.

ຫວຽດນາມ ແລະອິນໂດເນເຊຍ ແມ່ນສອງຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ ແລະ ໃນໂລກ ຫວຽດນາມ ແລະອິນໂດເນເຊຍ ແມ່ນສອງຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ ແລະ ໃນໂລກ
ສະພາບການໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ແລະ ໃນໂລກ ສະພາບການໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ແລະ ໃນໂລກ
ຊຸກຍູ້ການຮ່ວມມືເພື່ອຮັບປະກັນສະພາບແວດລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມເຈີ່ນແທງເໝີ້ນ. ພາບ: TTXVN

ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລັດຖະສະພາເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນໄລຍະ ແລະ ພາຍຫຼັງໂລກລະບາດໂຄວິດ-19”.

ກ່າວຄຳເຫັນທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນແທງເໝີ້ນ ໄດ້ມີບັນດາຂໍ້ສະເໜີກ່ຽວຂ້ອງເຖິງການຮັກສາຄຳໝັ້ນສັນຍາດ້ານການເມືອງ, ເພີ່ມທະວີການຮ່ວມມື, ສະໜັບສະໜູນການເຂົ້າເຖິງການສັກຢາວັກຊິນປ້ອງກັນພະຍາດໂຄວິດ - 19; ຊຸກຍູ້ ບົດບາດກົນໄກຮ່ວມມືສົນທະນາ, ແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງລັດຖະສະພາ, ຄວບຄຸມໂລກລະບາດ, ຊຸກຍູ້ການຟື້ນຟູເສດຖະກິດໂດຍໄວ, ຮັບປະກັນຊີວິດສັງຄົມ; ສືບຕໍ່ປ່ຽນໃໝ່ຢ່າງແຂງແຮງບັນດາການເຄື່ອນໄຫວຂອງກົນໄກຮ່ວມມືລະຫວ່າງລະຖະສະພາຕໍ່ໜ້າການພັດທະນາຢ່າງວ່ອງໄວຂອງການປະຕິວັດອຸດສາຫະກຳ 4.0. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມເຈີ່ນແທງເໝີ້ນ ກ່າວວ່າ :

“ຊຸກຍູ້ການຮ່ວມມືເພື່ອຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເໜືອໂດຍອີງໃສ່ລະບຽບກົດໝາຍ, ປົກປ້ອງຄວາມເຄົາລົບກົດໝາຍຢູ່ທະເລ ແລະ ມະຫາສະໝຸດ, ໃນນັ້ນມີການຮັກສາທະເລຕາເວັນອອກເປັນເຂດທະເລແຫ່ງສັນຕິພາບ ແລະ ການຮ່ວມມື, ຮັບປະກັນຄວາມໝັ້ນຄົງປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ. ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ 1982.

vovworld.vn

ເຫດການ
302 Found

Found

The document has moved here.