ຍສໝ - ສະມາຄົມນັກທຸລະກິດ ແລະ ການລົງທຶນ ຫວຽດນາມ - ສ.ເກົາຫຼີ (VKBIA) ໄດ້ສົມທົບກັບບັນດາອົງການ, ໜ່ວຍງານພາຍໃນປະເທດ ໄປມອບໝາກໄມ້ຜັກສົດ, ເຄື່ອງຂອງທີ່ຈຳເປັນໃຫ້ແກ່ປະຊາຊົນນະຄອນໂຮ່ຈີມິນ ທີ່ປະສົບກັບຄວາມຫຍຸ້ງຍາກ ຈາກໂລກລະບາດໂຄວິດ - 19 ຜ່ານໂຄງການ “ຖົງຢາໜູນຊ່ວຍການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອ (FO)” ແລະ “ບັນດາຖ້ຽວບິນແຫ່ງຄວາມເມດຕາ”.
ຍສໝ - ສະຫະພັນກິລາເທັນນິສຫວຽດນາມ ໃຫ້ຮູ້ວ່າ ທີມເທັນນິສຫວຽດນາມ ໄດ້ເຂົ້າແຂ່ງຂັນ play-off ກຸ່ມ II ຂອງໂລກ ໃນການແຂ່ງຂັນເທັນນິສທີມຊາຍຂອງ Davis Cup ໃນປີ 2022.
ກອງພົນ 5 (ທະຫານເຂດ 7) ໄດ້ຈັດສົ່ງພະນັກງານ, ນັກຮົບຫຼາຍພັນຄົນໄປໜູນຊ່ວຍນະຄອນໂຮ່ຈີມິນ ປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ.
ຍສໝ - ທີ່ເວທີປາໄສສະຫະປະຊາຊາດ (ສປຊ), ຫວຽດນາມຈະສົ່ງສານອັນແຮງກ້າເຖິງເພື່ອນມິດສາກົນກ່ຽວກັບພາບພົດຂອງປະເທດຫວຽດນາມທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ມີຄວາມມຄາດຫວັງໃນການພັດທະນາ, ຮັກຫອມສັນຕິພາບ, ປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງສະຫະປະຊາຊາດ ແລະປະຊາຄົມສາກົນ.
ຫວຽດນາມ ຖືກຈັດອັນດັບທີ 44/132 ປະເທດ ແລະ ພື້ນຖານເສດຖະກິດ ແລະ ແມ່ນ 1 ໃນ 4 ປະເທດທີ່ມີລາຍຮັບປານກາງໄດ້ຮັບການຕີລາຄາຈາກ WIPO ວ່າພວມໄປທັນກັບທ່ວງທ່າເພີ່ມດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງໃນທົ່ວໂລກ. ບັນດານັກຊ່ຽວຊານຖືວ່າ ສິ່ງທີ່ໜ້າສົນໃຈໃນບົດຕີລາຄາປີນີ້ແມ່ນ ຫວຽດນາມ ສືບຕໍ່ຮັກສາອັນດັບທີ 1 ໃນກຸ່ມ 34 ປະເທດທີ່ມີລາຍຮັບປານກາງຕ່ຳ ມີຊື່ໃນບັນຊີລາຍຊື່ຈັດອັນດັບ GII ປີ 2021.
ປະຊາຊົນ ຫວຽດນາມ ວິລະຊົນຍາມໃດກໍ່ນອນໃນບັນດາເພື່ອນມິດຈິ່ງໃຈທີ່ສຸດຂອງກຸຍບາ ໃນບັນດາສະພາບການທີ່ສັບສົນ.
ຍສໝ - ໃນຊຸມວັນຜ່ານມາ, ບັນດາຂ່າວ, ພາບຖ່າຍແລະບົດຂຽນໄດ້ລົງເປັນຈຳນວນຫຼາຍໃນບັນດາພາຫະນະສື່ມວນຊົນຢ່າງເປັນທາງການຂອງກູບາກ່ອນການຢ້ຽມຢາມສັນຖະວະໄມຕີຂອງທ່ານປະທານປະເທດຫວຽດນາມຫງວຽນຊວັນຟຸກໄປຍັງກູບາໃນລະຫວ່າງວັນທີ 18 ກັນຍາຫາວັນທີ 20 ກັນຍາ.
ຍສໝ - ແຂວງກວາງນິງຫາກໍ່ໄດ້ມອບໃບທະບຽນການລົງທຶນຂອງໂຄງການເຕັກໂນໂລຢີ ແຜ່ນ Silic Jinko Solar ຫວຽດນາມ (Jinko Solar 2) ໃຫ້ກັບບໍລິສັດເຕັກໂນໂລຍີ Jinko Solar ຈໍາກັດ. ໂຄງການມີມູນຄ່າການລົງທຶນທັງໝົດ 8.382 ຕື້ດົ່ງ (ເກືອບ 366 ລ້ານ ໂດລາສະຫະລັດ).
ຍສໝ - ວັນທີ 16 ກັນຍາ, ຈີນ ໄດ້ຍື່ນໃບຄໍາຮ້ອງ ເພື່ອເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ. ຖ້າໄດ້ຮັບການອະນຸມັດ, ຈີນຈະກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດ CPTPP ແລະ ຈະມີຜົນກະທົບບໍ່ໜ້ອຍຕໍ່ການພົວພັນການຄ້າຫວຽດນາມ-ຈີນ.
ຍສໝ - ຫວ່າງແລ້ວນີ້, ທ່າເຮືອຫາປາ ຫ່ອນເຣີ ແລະ ຕະຫຼາດຂາຍສົ່ງອາຫານທະເລຕອນກາງພາກໃຕ້, ຢູ່ນະຄອນຍາຈາງ, ແຂວງແຄັງຮວ່າ ໄດ້ເລີ່ມດໍາເນີນການເຄື່ອນໄຫວຄືນໃໝ່ ພາຍຫຼັງທີ່ໄດ້ໂຈະການເຄື່ອນໄຫວມາເປັນເວລາຫຼາຍກວ່າ 2 ເດືອນ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ -19.
ຍສໝ - ຮ່າໂນ້ຍໄດ້ຮັບການແຈກຢາຍວັກຊິນກັນໂຄວິດ - 19 1,3 ລ້ານໂດສ ໃນຈຳນວນວັກຊິນກັນໂຄວິດ - 19 Vero Cell 8 ລ້ານໂດສ ໂດຍບໍລິສັດຫຸ້ນສ່ວນໜູນຊ່ວຍ ກຸ່ມບໍລິສັດ ວ້ານທິງຟາດ ອຸປະຖຳ ໃຫ້ສູນຄວບຄຸມໂລກລະບາດໂຄວິດ - 19 ຈາກບັນດາແຂວງ, ນະຄອນ.
ຍສໝ - ສູນຄວບຄຸມໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ (HCDC) ໃຫ້ຮູ້ວ່າ ຕອນເຊົ້າວັນທີ 19 ກັນຍາ, ນະຄອນໂຮ່ຈີມິນໄດ້ຮັບວັກຊິນກັນໂຄວິດ - 19 AstraZeneca 54.700 ໂດສ ໂດຍກະຊວງສາທາລະນະສຸກສະໜອງ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫາກໍ່ລົງນາມໃນຂໍ້ຕົກລົງອະນຸມັດການປະຕິບັດໂຄງການ “ສ້າງຄວາມເຂັ້ມແຂງພູມປັນຍາໜຸ່ມ ທີ່ອາສາສະໝັກເຮັດວຽກຢູ່ບັນດາເຂດເສດຖະກິດ - ປ້ອງກັນຊາດ” ຮອດທ້າຍປີ 2030.
ຍສໝ - ເມື່ອບໍ່ດົນມານີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ໄດ້ເປັນປະທານກອງປະຊຸມກັບບັນດາຜູ້ຊ່ຽວຊານຂອງສະຫະສະມາຄົມແພດສາດຫວຽດນາມ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມການລະບາດຂອງພະຍາດ COVID-19 ໃນສະພາບການໃຫມ່.
ຍສໝ - “ສື່ມວນຊົນ ຢູ່ແນວໜ້າການປ້ອງກັນຕ້ານໂລກລະບາດໂຄວິດ - 19” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາແບບທາງໄກ ໂດຍ ວາລະສານຜູ້ເຮັດວຽກງານການຂ່າວ (ສະມາຄົມນັກຂ່າວ ຫວຽດນາມ) ສົມທົບກັບ ກົມສື່ສານ ແລະ ການແຂ່ງຂັນຍ້ອງຍໍ (ກະຊວງສາທາລະນະສຸກ) ຈັດຂຶ້ນໃນວັນທີ 18 ກັນຍາ, ເພື່ອແນໃສ່ຍົກສູງປະສິດທິຜົນໃນວຽກງານໂຄສະນາ, ລະດົມກຳລັງໃຈ, ສົ່ງເສີມບັນດາຜູ້ເຮັດວຽກງານການຂ່າວ ຢູ່ແນວໜ້າໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19.
ຕາມທ່ານລັດຖະມົນຕີ ຫງວຽນຈິຢຸງ ແລ້ວ, ສະພາບການລວມຂອງທົ່ວປະເທດຈະອີງໃສ່ໝາກຜົນຂອງການຕ້ານໂລກລະບາດ, ຖ້າຫາກວ່າ ການຄວບຄຸມໂລກລະບາດໂຄວິດ - 19 ໄດ້ຮັບການປະຕິບັດເປັນຢ່າງດີ, ການເຕີບໂຕໃນປີ 2021 ອາດຈະບັນລຸໄດ້ແຕ່ 3,5% - 4%.
ຍສໝ - ການສະເໜີນຳເອົາວິສາຫະກິດຂະໜາດນ້ອຍ ຢູ່ໃນຕະຫຼາດທ້ອງຖິ່ນ ເຂົ້າໃນຊ່ອງການຄ້າເອເລັກໂຕຣນິກຂອງບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ Viettel (Viettel Post) ໄດ້ຖືກພິຈາລະນາວ່າ ເປັນບາດກ້າວທີ່ສະຫຼາດສ່ອງໃສ ແລະ ເໝາະສົມເພື່ອປະຕິບັດຢ່າງກວ້າງຂວາງໃນສະພາບ “ປົກກະຕິໃໝ່”.
ປະຈຸບັນ, ຢູ່ນະຄອນ ໂຮ່ຈີມິນ ມີຜູ້ເຄີຍຕິດເຊື້ອພະຍາດໂຄວິດ - 19 ຫຼາຍຄົນ ພາຍຫຼັງທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ໄດ້ຈົດທະບຽນເປັນອາສາສະໝັກຢູ່ບັນດາທ້ອງຖິ່ນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ເປັນສຳຄັນ.
ຍສໝ - ໃນວັນທີ 14 ກັນຍາ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກິ່ນເທີ (ສະຫະພັນເກິ່ນເທີ) ໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະ ມອບອຸປະກອນການແພດໃຫ້ 4 ຫົວໜ່ວຍ ດ່ານໜ້າປະຕິບັດໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ -19 ຢູ່ເມືອງເກິ່ນເທີ.
ຍສໝ - ວັນທີ 15 ກັນຍາ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບກອງທຶນປະຊາກອນ ສປຊ (UNFPA) ປະຈຳ ຫວຽດນາມ ແລະ ກະຊວງພາຍໃນ ໄດ້ລົງນາມແບບທາງໄກໃນເອກະສານວ່າດ້ວຍການໜູນຊ່ວຍຂໍ້ລິເລີ່ມຊາວໜຸ່ມໄປອອກແຮງງານຢູ່ຕ່າງປະເທດ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຢູ່ 3 ແຂວງ ເງະອານ, ຮ່າຕິງ ແລະ ກວ໋າງຈິ.
ຍສໝ - ຫວ່າງແລ້ວນີ້, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ນະຄອນຫຼວງຮ່າໂນ້ຍ ແຈ້ງໃຫ້ຮູ້ວ່າ ທ້ອງຖິ່ນຕ່າງໆໃນຕົວເມືອງໄດ້ຕົກລົງໜູນຊ່ວຍເຈົ້າຂອງໂຮງຮຽນອະນຸບານເອກະຊົນ ຈຳນວນ 721 ແຫ່ງທີ່ມີເງື່ອນໄຂເຄື່ອນໄຫວຄົບຖ້ວນ ແຕ່ຕ້ອງຢຸດການເຄື່ອນໄຫວໃນເວລາ 15 ມື້ຕິດຕໍ່ກັນຂຶ້ນໄປ. ຈຳນວນເງິນໜູນຊ່ວຍແມ່ນ 2,16 ຕື້ດົ່ງ.
ຍສໝ - ບໍລິສັດ Bato Ausales (ທີ່ຕັ້ງຢູ່ໃນລັດ Victoria) ຫາກໍ່ປະກາດວ່າ ໄດ້ຂາຍໝາກທຸລຽນ Ri6 ຫວຽດນາມ ແຊ່ແຂງໝົດ 7 ໂຕນ ໃນພຽງສອງສາມຊົ່ວໂມງ ພາຍຫຼັງທີ່ຜະລິດຕະພັນໄດ້ຜ່ານດ່ານແລ້ວ.
ຍສໝ - ນັບແຕ່ວັນທີ 14 ກັນຍາ, ຕຳຫຼາດນະຄອນຮ່າໂນ້ຍ ຈະສົມທົບກັບກົມຕຳຫຼວດຄຸ້ມຄອງການບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍສັງຄົມ (ກະຊວງຕຳຫຼວດ) ໄດ້ຜັນຂະຫຍາຍການຕິດຕັ້ງບັນດາ Camera Scan QR Code ຢູ່ປ້ອມປ້ອງກັນຕ້ານໂລກລະບາດ 67 ປ້ອມກວດການເຂົ້າອອກນະຄອນ ດ້ວຍໂປແກຼນ VNEID.
ຍສໝ - ຕາມທ່ານນາງ Dorsati Madani ນັກຊ່ຽວຊານເສດຖະກິດຂັ້ນສູງຂອງຫ້ອງວ່າການທະນາຄານໂລກ (WB) ປະຈຳ ຮ່າໂນ້ຍ ແລ້ວ, ເສດຖະກິດ ຫວຽດນາມ ຈະຟື້ນຟູພາຍຫຼັງຍົກເລີກຄຳສັ່ງ ລ໋ອກດາວ.
ຍສໝ - ລັດຖະບານຫາກໍ່ປະກາດມະຕິເລກທີ 105 ກ່ຽວກັບການໜູນຊ່ວຍວິສາຫະກິດ, ສະຫະກອນ, ຄອບຄົວດຳເນີນທຸລະກິດ ໃນສະພາບການເກີດໂລກລະບາດໂຄວິດ - 19.
ຍສໝ - ບໍລິສັດພັດທະນາເຕັກໂນໂລຢີເອເລັກໂຕນິກ ບິ່ງອານ ຈຳກັດ (BA GPS) ໃຫ້ຮູ້ວ່າ ວິສາຫະກິດ ຫາກໍ່ເປີດນຳໃຊ້ວິທີການ “ເດີນທາງຢ່າງປອດໄພ” ໃນພາຫະນະຄົມມະນາຄົມດ້ວຍເຕັກໂນໂລຢີປັນຍາປະດິດ (AI).
ວັນທີ 15 ກັນຍາ, ຢູ່ Viettel Innovation Lab, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel), ກຸ່ມບໍລິສັດ Ericsson ແລະກຸ່ມບໍລິສັດ Qualcomm Technologies, Inc. ໄດ້ຮ່ວມມືຄົ້ນຄວ້າ, ທົດລອງ ແລະສົ່ງຂໍ້ມູນ 5G ທີ່ບັນລຸຄວາມໄວກວ່າ 4,7Gb/ວິນາທີ ສໍາເລັດ.
ຍສໝ - ໃນວັນທີ 14 ກັນຍາ, ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ຄາດຄະເນຈະດໍາເນີນ ຫຼືເລີ່ມການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າເສລີ (FTA) ກັບບັນດາຄູ່ການຄ້າຈາກອາຊີເວັນອອກສ່ຽງໃຕ້ ແລະອາເມຣິກາລາຕິນໃນປີນີ້ ໃນຄວາມພະຍາຍາມເພື່ອຫຼຸດຜ່ອນການເອື່ອຍອີງໃສ່ບັນດາປະເທດທີ່ມີພື້ນຖານເສດຖະກິດໃຫຍ່.
ຍສໝ - ເມື່ອບໍ່ດົນມານີ້, ຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຫວູ ໄດ້ມີການພົບປະ ແລະເຮັດວຽກທາງອອນລາຍ ກັບທ່ານ Manuel Pauser, ຮອງປະທານ ກ່ຽວກັບການພົວພັນລັດຖະບານ ແລະປະຊາຄົມ ແລະ ທ່ານນາງ Hoa Ly, ຮອງປະທານຂັ້ນສູງກ່ຽວກັບການສະໜອງທົ່ວໂລກ ຂອງກຸ່ມບໍລິສັດ Adidas.