ໜູນຊ່ວຍສະຫວັດດີການສັງຄົມ ສໍາລັບຫ້ອງຮຽນອະນຸບານເອກະຊົນ 721 ຫ້ອງ ຢູ່ຮ່າໂນ້ຍ

13:30 | 18/09/2021

ຍສໝ - ຫວ່າງແລ້ວນີ້, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ນະຄອນຫຼວງຮ່າໂນ້ຍ ແຈ້ງໃຫ້ຮູ້ວ່າ ທ້ອງຖິ່ນຕ່າງໆໃນຕົວເມືອງໄດ້ຕົກລົງໜູນຊ່ວຍເຈົ້າຂອງໂຮງຮຽນອະນຸບານເອກະຊົນ ຈຳນວນ 721 ແຫ່ງທີ່ມີເງື່ອນໄຂເຄື່ອນໄຫວຄົບຖ້ວນ ແຕ່ຕ້ອງຢຸດການເຄື່ອນໄຫວໃນເວລາ 15 ມື້ຕິດຕໍ່ກັນຂຶ້ນໄປ. ຈຳນວນເງິນໜູນຊ່ວຍແມ່ນ 2,16 ຕື້ດົ່ງ.

ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອຊ່ວຍເຫຼືອປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ
ນະຄອນຫຼວງຮ່າໂນ້ຍ ພະຍາຍາມຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດຈຳນວນ 11 ລ້ານເທື່ອຄົນ  ໃນ 6 ເດືອນ ທ້າຍປີ 2020 ນະຄອນຫຼວງຮ່າໂນ້ຍ ພະຍາຍາມຕ້ອນຮັບນັກທ່ອງທ່ຽວພາຍໃນປະເທດຈຳນວນ 11 ລ້ານເທື່ອຄົນ ໃນ 6 ເດືອນ ທ້າຍປີ 2020

ບັນດາທ້ອງຖິ່ນ ໄດ້ໜູນຊ່ວຍແຮງງານ 132 ຄົນທີ່ເຮັດວຽກຢູ່ສະຖາບັນການສຶກສາທີ່ເອກະຊົນ ໃນລະດັບອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ແລະ ການສຶກສາວິຊາຊີບ ທີ່ຕ້ອງຢຸດສັນຍາແຮງງານ ໃນລະຫວ່າງວັນທີ 1 ພຶດສະພາ 2021 ຫາວັນທີ 31 ທັນວາ 2021. ຈຳນວນເງິນໜູນຊ່ວຍກຸ່ມເປົ້າໝາຍນີ້ແມ່ນ 200 ລ້ານດົ່ງ.

ໜູນຊ່ວຍສະຫວັດດີການສັງຄົມ ສໍາລັບຫ້ອງຮຽນອະນຸບານເອກະຊົນ 721 ຫ້ອງ ຢູ່ຮ່າໂນ້ຍ
ພາບປະກອບ

ນະຄອນຫຼວງຮ່າໂນ້ຍໄດ້ອະນຸມັດນະໂຍບາຍໜູນຊ່ວຍໃຫ້ແຮງງານ 1,305 ຄົນ ທີ່ເຮັດວຽກຢູ່ສະຖາບັນການສຶກສາພາກເອກະຊົນຢູ່ໂຮງຮຽນອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ແລະ ການສຶກສາວິຊາຊີບ ທີ່ໄດ້ເຊັນສັນຍາແຮງງານ, ຢຸດວຽກແບບບໍ່ໄດ້ຮັບເງິນ ເນື່ອງຈາກ ສະຖາບັນການສຶກສາຕ້ອງຢຸດການເຄື່ອນໄຫວ. ຈຳນວນເງິນສະໜັບສະໜູນກຸ່ມນີ້ແມ່ນ 2,82 ຕື້ດົ່ງ.

ທັງໝົດ 30/30 ເມືອງ, ເທດສະບານຂອງນະຄອນ ໄດ້ສໍາເລັດການເບີກຈ່າຍໜູນຊ່ວຍໃຫ້ 282,654 ຄົນທີ່ຈັດເຂົ້າປະເພດຜູ້ທີ່ມີຄຸນງາມຄວາມດີ; ການອຸປະຖຳສັງຄົມ; ຄົວເຮືອນທີ່ທຸກຍາກ.

ດັ່ງນັ້ນ, ມາຮອດຈຸດນີ້ ນະໂຍບາຍໜູນຊ່ວຍເງິນສົດໂດຍກົງສະເພາະຂອງຮ່າໂນ້ຍ ໄດ້ເຂົ້າເຖິງເກືອບ 285.000 ຄົນ ແລະ ຄົວເຮືອນດ້ວຍຍອດເງິນທັງໝົດ ເກືອບ 288 ຕື້ດົ່ງ, ໄດ້ຮັບທຶນຈາກງົບປະມານຂອງນະຄອນ. ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນຕ່າງໆໃນນະຄອນ ໄດ້ລະດົມແຫຼ່ງກຳລັງສັງຄົມ ເພື່ອໜູນຊ່ວຍສະບຽງອາຫານ, ສິນຄ້າ... ຢ່າງຮີບດ່ວນ ໃຫ້ປະຊາຊົນເກືອບ 700.000 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ, ມູນຄ່າແຫຼ່ງຊັບພະຍາກອນທັງໝົດທີ່ໄດ້ໃຊ້ຈ່າຍ ເພື່ອໜູນຊ່ວຍແມ່ນເກືອບ 211 ຕື້ດົ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.