ບັນດານັກວິທະຍາສາດ ສະເໜີວິທີການແກ້ໄຂ ເພື່ອກ້າວໄປສູ່ການຢູ່ຮ່ວມກັນທີ່ປອດໄພກັບ SARS-CoV-2

19:06 | 20/09/2021

ຍສໝ - ເມື່ອບໍ່ດົນມານີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ໄດ້ເປັນປະທານກອງປະຊຸມກັບບັນດາຜູ້ຊ່ຽວຊານຂອງສະຫະສະມາຄົມແພດສາດຫວຽດນາມ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມການລະບາດຂອງພະຍາດ COVID-19 ໃນສະພາບການໃຫມ່.

ໜັງສືພິມອາກຊັງຕິນ: “ບັ້ນຕໍ່ສູ້ຕ້ານເຊື້ອໄວຣັດ SARS-CoV-2: ຮູບແບບຫວຽດນາມ - ແບບຢ່າງຂອງໂລກ” ໜັງສືພິມອາກຊັງຕິນ: “ບັ້ນຕໍ່ສູ້ຕ້ານເຊື້ອໄວຣັດ SARS-CoV-2: ຮູບແບບຫວຽດນາມ - ແບບຢ່າງຂອງໂລກ”
ບໍລິສັດຫວຽດນາມມອບຊຸດວິໄຈກວດຫາເຊື້ອໄວຣັດ SARS – CoV- 2 ໃຫ້​ອໍານາດ​ການ​ປົກຄອງ Moldova ຈໍານວນ 600 ຊຸດ ບໍລິສັດຫວຽດນາມມອບຊຸດວິໄຈກວດຫາເຊື້ອໄວຣັດ SARS – CoV- 2 ໃຫ້​ອໍານາດ​ການ​ປົກຄອງ Moldova ຈໍານວນ 600 ຊຸດ

ໃນກອງປະຊຸມ, ບັນດາຜູ້ຊ່ຽວຊານ ແລະ ນັກວິທະຍາສາດ ໄດ້ກ່າວວ່າ ການລະບາດຂອງພະຍາດ COVID-19 ຈະສືບຕໍ່ເປັນໄລຍະເວລາຍາວນານ, ໂດຍມີຄວາມເປັນໄປໄດ້ທີ່ຈະປະກົດຕົວສາຍພັນໃໝ່ຂອງ SARS-CoV-2 ຢ່າງຕໍ່ເນື່ອງ, ສະນັ້ນ ຕ້ອງມີການດັດປັບວິທີການແກ້ໄຂ ແລະ ຍຸດທະສາດການປ້ອງກັນ.

ບັນດານັກວິທະຍາສາດ ສະເໜີວິທີການແກ້ໄຂ ເພື່ອກ້າວໄປສູ່ການຢູ່ຮ່ວມກັນທີ່ປອດໄພກັບ SARS-CoV-2
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. (ພາບ: TTXVN)

ບາງຄວາມຄິດເຫັນຖືວ່າ ທ້ອງຖິ່ນຕ່າງໆ ທີ່ພວມຄວບຄຸມພະຍາດໄດ້ ຕ້ອງສືບຕໍ່ປ້ອງກັນ, ກວດພົບແຕ່ຫົວທີ, ຕິດຕາມ, ປີດເຂດ, ແຍກອອກຫ່າງທັນທີ ແລະ ປິ່ນປົວຢ່າງມີປະສິດທິພາບ.

ສຳລັບບັນດາທ້ອງຖິ່ນທີ່ມີການແຜ່ລະບາດສັບສົນເຊັ່ນ: ນະຄອນໂຮ່ຈີມິນ, ບິ່ງເຢືອງ, ດົງນາຍ, ລອງອານ ແລະ ອື່ນໆ, ຄວນມີມາດຕະການຕ້ານພະຍາດລະບາດເປັນພິເສດ, ໃນນັ້ນ ຕ້ອງສຸມໃສ່ຄວບຄຸມແຫຼ່ງແຜ່ເຊື້ອພະຍາດ ເພື່ອຫຼຸດຈຳນວນຂອງກໍລະນີຕິດເຊື້ອໃໝ່, ຫຼຸດຈຳນວນການເສຍຊີວິດລົງ, ເລັ່ງຄວາມໄວການສັກຢາປ້ອງກັນພະຍາດໂຄວິດ -19; ຈາກນັ້ນ ຄ່ອຍໆຜ່ອນການເຄື່ອນໄຫວຜະລິດ ແລະ ທຸລະກິດຕາມສະພາບປົກກະຕິໃໝ່; ຕັ້ງເຂດລ້ອມຮອບປອດໄພອ້ອມແອ້ມບໍລິເວນນີ້, ຄວບຄຸມຄົນເຂົ້າ ແລະ ອອກຢ່າງເຂັ້ມງວດ, ປ້ອງກັນບໍ່ໃຫ້ພະຍາດແຜ່ລາມໄປສູ່ທ້ອງຖິ່ນອື່ນ.

ເພື່ອກ້າວໄປສູ່ການຢູ່ຮ່ວມກັນທີ່ປອດໄພກັບ SARS-CoV-2, ຜູ້ຊ່ຽວຊານ ແນະນໍາໃຫ້ເສີມສ້າງຄວາມສາມາດ ໃນການຕອບສະໜອງທາງການແພດ "4 ກັບທີ່": ກຳລັງຄວາມສາມາດໃນການວິເຄາະ ຕິດພັນກັບການສືບສວນຫາພະຍາດ; ການແຍກຫ່າງ, ເກັບກຳ ແລະ ຈັດປະເພດໄລຍະທຳອີດ; ຮາກຖານປິ່ນປົວ ມີຢາປິ່ນປົວຢ່າງພຽງພໍ, ລະບົບອົກຊີໃນລາຄາຖືກ, ວັກຊີນ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.