ທຸລຽນ Ri6 ຂອງຫວຽດນາມ ຄອງຄວາມເປັນເຈົ້າຕະຫຼາດອົດສະຕາລີ

11:35 | 18/09/2021

ຍສໝ - ບໍລິສັດ Bato Ausales (ທີ່ຕັ້ງຢູ່ໃນລັດ Victoria) ຫາກໍ່ປະກາດວ່າ ໄດ້ຂາຍໝາກທຸລຽນ Ri6 ຫວຽດນາມ ແຊ່ແຂງໝົດ 7 ໂຕນ ໃນພຽງສອງສາມຊົ່ວໂມງ ພາຍຫຼັງທີ່ຜະລິດຕະພັນໄດ້ຜ່ານດ່ານແລ້ວ.

ຜະລິດຕະພັນກະເສດເກືອບ 30 ໂຕນ ໜູນຊ່ວຍປະຊາຊົນຢູ່ພາກໃຕ້ ຜະລິດຕະພັນກະເສດເກືອບ 30 ໂຕນ ໜູນຊ່ວຍປະຊາຊົນຢູ່ພາກໃຕ້
ຊາວກະສິກອນປະຕິບັດການຊົມໃຊ້ຜະລິດຕະພັນກະເສດໃນຕະຫຼາດການຄ້າເອເລັກໂຕຣນິກ Sendo ຊາວກະສິກອນປະຕິບັດການຊົມໃຊ້ຜະລິດຕະພັນກະເສດໃນຕະຫຼາດການຄ້າເອເລັກໂຕຣນິກ Sendo

ຫຼັງຈາກໄລຍະກວ່າສອງປີຂອງການສົ່ງເສີມໂຄສະນາ ແລະ ພັດທະນາຕະຫຼາດຢ່າງຕໍ່ເນື່ອງ, ໝາກທຸລຽນ Ri6 ແຊ່ແຂງຂອງຫວຽດນາມກໍາລັງຄອງຄວາມເປັນເຈົ້າຕະຫຼາດ ຢູ່ໃນປະເທດອົດສະຕາລີ, ເປັນທີ່ນິຍົມ ແລະ ຊອກຫາຈາກຜູ້ບໍລິໂພກຂອງປະເທດນີ້.

ບໍລິສັດ Bato Ausales ຫາກໍ່ປະກາດວ່າ ໄດ້ຂາຍໝາກທຸລຽນ Ri6 ຫວຽດນາມ ແຊ່ແຂງໝົດ 7 ໂຕນ ໃນພຽງສອງສາມຊົ່ວໂມງ ພາຍຫຼັງທີ່ຜະລິດຕະພັນໄດ້ຜ່ານດ່ານແລ້ວ. ທ່ານ ພຸກເຈື່ອງ - ຜູ້ອຳນວຍການບໍລິສັດ Bato Ausales ກ່າວວ່າ ລາວຈະສັ່ງຊື້ ແລະ ນຳເຂົ້າໝາກທຸລຽນ ຕື່ມອີກ 200 ໂຕນ ຢ່າງໄວວາ ເພື່ອຕອບສະໜອງຄວາມຕ້ອງການຂອງບັນດາຜູ້ຈຳໜ່າຍຜະລິດຕະພັນກະເສດຂອງອົດສະຕາລີ.

ທຸລຽນ Ri6 ຂອງຫວຽດນາມ ຄອງຄວາມເປັນເຈົ້າຕະຫຼາດອົດສະຕາລີ
ທຸລຽນ Ri6 ຂອງຫວຽດນາມ ຄອງຄວາມເປັນເຈົ້າຕະຫຼາດອົດສະຕາລີ. ພາບປະກອບ

ອີກໜຶ່ງບໍລິສັດນຳເຂົ້າ ແມ່ນບໍລິສັດ Uu Dam Australia, ຫວ່າງແລ້ວນີ້ ກໍ່ປະສົບຜົນສຳເລັດໃນການຂາຍໝາກທຸລຽນ Ri6 ຫວຽດນາມ ແຊ່ແຂງໝົດ 80 ໂຕນ ແລະ ກຳລັງກະກຽມຮັບສິນຄ້າອີກ 49 ໂຕນ, ເຊິ່ງກຳລັງຈະມາຮອດອົດສະຕາລີ.

ຢູ່ຫ້າງສັບພະສິນຄ້າ ແລະ ຮ້ານຂາຍເຄື່ອງຍ່ອຍຢູ່ນະຄອນ Sydney, ໝາກທຸລຽນ Ri6 ຫວຽດນາມ ຖືກວາງຂາຍຢູ່ເທິງຫິ້ງທີ່ດູດດື່ມໃຈທີ່ສຸດ. ຢູ່ໃນຕະຫຼາດອາຊີ, ໃນເຂດທີ່ຄຶກຄັກໜາແໜ້ນ ເຊັ່ນ: Marickville, Banktown ແລະ Cabramatta, ໝາກທຸລຽນ Ri6 ຂອງຫວຽດນາມ ໄດ້ຮັບການໂຄສະນາຂາຍຢ່າງກວ້າງຂວາງ ແລະ ຂາຍໃນລາຄາຕັ້ງແຕ່ 17-20 AUD/kg (270,000-340,000 VND/kg).

ນອກຈາກໝາກທຸລຽນແລ້ວ, ຜະລິດຕະພັນກະເສດທີ່ມີທ່ານແຮງອື່ນໆຂອງຫວຽດນາມ ກໍ່ໄດ້ສົ່ງອອກໄປອົດສະຕາລີ ເຊັ່ນ: ຊາ, ເຂົ້າສານ, ຂີງແຊ່ແຂງ, ໝາກລິນຈີ່, ໝາກມ່ວງ, ໝາກລຳໄຍ, ໝາກມັງກອນ ... ແລະ ກຳລັງຂະຫຍາຍຕົວດີ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.