ນະ​ຄອນ​ໂຮ່​ຈີ​ມິນ​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca ຕື່ມ​ອີກ 54.700 ໂດສ

06:25 | 21/09/2021

ຍ​ສ​ໝ - ສູນ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ນະ​ຄອນ​ໂຮ່​ຈີ​ມິນ (HCDC) ໃຫ້​ຮູ້​ວ່າ ຕອນ​ເຊົ້າ​ວັນ​ທີ 19 ກັນ​ຍາ, ນະ​ຄອນ​ໂຮ່​ຈີ​ມິນ​ໄດ້​ຮັ​ບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca 54.700 ໂດ​ສ ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ສະ​ໜອງ.

ເອົາ​ໃຈ​ໃສ່​ໜູນ​ຊ່ວຍປະ​ຊາ​ຊົນບັນ​ດາເຜົ່າສ່ວນໜ້ອຍ​​ໃນ​ໄລ​ຍະ​ເກີດໂລກ​ລະ​ບາດ​ໂຄວິດ - 19 ເອົາ​ໃຈ​ໃສ່​ໜູນ​ຊ່ວຍປະ​ຊາ​ຊົນບັນ​ດາເຜົ່າສ່ວນໜ້ອຍ​​ໃນ​ໄລ​ຍະ​ເກີດໂລກ​ລະ​ບາດ​ໂຄວິດ - 19
ສັກວັກຊີນກັນພະຍາດ ໂຄວິດ -19  ໃຫ້ກັບນັກສຶກສາລາວ ແລະກໍາປູເຈຍ ເກືອບ 40 ຄົນ ສັກວັກຊີນກັນພະຍາດ ໂຄວິດ -19 ໃຫ້ກັບນັກສຶກສາລາວ ແລະກໍາປູເຈຍ ເກືອບ 40 ຄົນ
ນະ​ຄອນ​ໂຮ່​ຈີ​ມິນ​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca ຕື່ມ​ອີກ 54.700 ໂດສ
ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ (ພາບ: tuoitre.vn)

HCDC ໄດ້​ແຈກຢ​າຍ​ຈຳ​ນວນ​ວັກ​ຊິນ​ດັ່ງ​ກ່ວ​ໃຫ້​ແກ່​ບັນ​ດາ​ເມືອງ, ນະ​ຄອນ ຖຸ​ດຶກ ເພື່ອ​ບໍ່ໃຫ້​ຖືກ​ຂາດ​ວັກ​ຂາດ​ຕອນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ.

ວັນ​ທີ 18 ກັນ​ຍາ, ມີ​ການ​ນຳ​​ຂອງ​ບັນ​ດາ​ເມືອງຈຳ​ນວນ​ໜຶ່ງ ຢູ່​ນະ​ຄອນ ໃຫ້​ຮູ້​ວ່າ ​ວັກ​ຊິນໄດ້​ໝົດແລ້ວ ຫຼື​ ຍັງ​ເຫຼືອວັກ​ຊິນ​ຈຳ​ນວນ​ໜ້ອຍ​ເພື່ອ​ສັກ​ໃຫ້​ແກ່​ປະ​ຊາ​ຊົນ.

ກໍ່​ຕາມ HCDC ແລ້ວ, ມີ​ວັກ​ຊິ​ນ​ກັນ​ໂຄວິດ - 19 AstraZeneca ເກືອບ 55.000 ໂດສນີ້ ແມ່ນບໍ່​ຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ຄວາມ​ໄວ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຂອງ​ນະ​ຄອນ ຢູ່​ບັນ​ດາ​ເມືອງ ໃນ​ວັນ​ໜຶ່ງ, ເຖິງ​ຢ່າງ​ໃດ​ກໍ່​ຕາມ​ບັນ​ດາ​ທ້ອງ​ຖິ່ນ​ຈະ​ຊັ່ງຊາເພື່ອ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ປະ​ຊາ​ຊົນ.

ຕາມ​ແຫຼ່ງ​ຂ່າວ​ຈາກ ສະ​ຖາ​ບັນ Pasteur ນະ​ຄອນ​ໂຮ່​ຈີ​ມິນ ແລ້ວ, ງວດ​ວັກ​ຊິ​ນ​ກັ​ນ​ໂຄວິດ - 19 Vero Cell ຈຳ​ນວນ 500.000 ໂດ​ສ ທີ່​ນຳ​ເຂົ້າ​ແຕ່​ວັນ​ທີ 18 ກັນ​ຍາ ຄາດ​ວ່າ ຈະ​ໃຊ້​ເວ​ລາ 2 ວັນ​ເພື່ອກວດ​ກາ, ຫຼັງ​ຈາກ​ນັ້ນ​ຈະ​ສົ່ງ​ໄປ​ຍັງ HCDC ເພື່ອ​ຜັນ​ຂະ​ຫຍາຍ​ການ​ສັກ​ວັກ​ຊິນ.

ຈຳ​ນວນ​ວັກ​ຊິນ Vero Cell ​ທີ່ນອນ​ໃນ​ແຜນ​ການ​ແຈກ​ຢາຍ 8 ລ້ານ​ໂດ​ສ ຂອງສະ​ຖາ​ບັນອະ​ນາ​ໄມ​​ພະຍາດລະ​ບາດ​ວິ​ທ​ະ​ຍາ​ສູນ​ກາງ ໃຫ້​ແກ່ 25 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ, ໃນ​ນັ້ນ​ມີ​ນະ​ຄອນ ໂຮ່​ຈີ​ມິນ ​ນັບ​ແຕ່​ວັນ​ທີ 16 ກັນ​ຍາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.