ສື່ມວນ​ຊົນ​ກູ​ບາລົງ​ຂ່າວ​ເປັນ​ຈຳ​ນວ​ນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມຕີຂອງ ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ

16:38 | 21/09/2021

ຍ​ສໝ - ໃນ​ຊຸມ​ວັນ​ຜ່ານ​ມາ, ບັ​ນ​ດາຂ່າວ, ພາບ​ຖ່າຍແລະບົດ​ຂຽນໄດ້​ລົງ​ເປັນ​ຈຳ​ນວນຫຼາຍໃນ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ຢ່າງ​ເປັນ​ທາງ​ການ​ຂອງກູ​ບາກ່ອນ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີຂອງທ່ານ​ປະ​ທານ​ປະ​ເທດຫວຽດ​ນາມຫງວຽນ​ຊວັນ​ຟຸກໄປ​ຍັງ​ກູ​ບາໃນ​ລະ​ຫວ່າງວັນ​ທີ 18 ກັນ​ຍາຫາວັນ​ທີ 20 ກັນ​ຍາ.

ທ່ານ​ປະ​ທານປະ​ເທດ​ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ: ປະ​ຊາ​ຊົນ ຫວຽດ​ນາມ​ ຍາ​ມ​ໃດ​ກໍ່​ຮຽງບ່າ​ຮຽງ​ໄລ່​ກັບ​ປ​ະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ ທ່ານ​ປະ​ທານປະ​ເທດ​ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ: ປະ​ຊາ​ຊົນ ຫວຽດ​ນາມ​ ຍາ​ມ​ໃດ​ກໍ່​ຮຽງບ່າ​ຮຽງ​ໄລ່​ກັບ​ປ​ະ​ຊາ​ຊົນ ກູ​ບາ ອ້າຍ​ນ້ອງ
ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັ​ນ​ຟຸກ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ກູ​ບາ ຢ່າງ​ເປັນ​ທາງ​ການ ທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັ​ນ​ຟຸກ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ກູ​ບາ ຢ່າງ​ເປັນ​ທາງ​ການ
ສື່ມວນ​ຊົນ​ກູ​ບາລົງ​ຂ່າວ​ເປັນ​ຈຳ​ນວ​ນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມຕີຂອງ ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ແລະ ທ່ານ ເລ​ຂາ​ຜູ້​ທີ​ໜຶ່ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ເທດ​ທານ​ປະ​ເທດ ກູ​ບາ Miguel Díaz-Canel (ພາບ: TTXVN)

ໃນ​ລາຍ​ການ​ພິ​ເສດ​ຂອງ​ສື່​ເອ​ເລັກ​ໂຕ​ນິກ, ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດກູ​ບາ (ACN) ໄດ້​ລົງ​ບົດ​ຂຽນ: “ຫວຽດ​ນາມ - ກູ​ບາ, ເພື່ອນ​ມິດ​ກັນ​ໃນ​ໄລ​ຍະ 6 ທົດ​ສະ​ວັດ”, ໃນ​ນັ້ນ​ໄດ້​ຫວນ​ຄືນ​ບັນ​ດາຫຼັກ​ໝາຍ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ກໍ່​ຄື​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ນ້ຳ​ໃຈ​ສາ​ມັກ​ຄີ ແລະ ອ້າຍນ້ອງທີ່ສະໜິດຕິດພັນລະ​ຫວ່າງ​ສອງ​ປະ​ເທດ​.

ບົດ​ຂຽນ​ໄດ້​ເນັ້ນ​ໜັກ​ວ່ານັບ​ແຕ່​ເວ​ລາສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດໃນ​ວັນ​ທີ 2 ທັນ​ວາ 1960, ກູ​ບາ ແລະຫວຽດ​ນາມ ໄດ້​ເລີ່ມ​ການ​ພົວ​ພັນ​ສອງ​ຝ່າຍ​ທີ່ພິ​ເສດດ້ວຍ​ການ​ສະ​ໜັບ​ສະ​ໜູ​ນ​ແບບ​ບໍ່​ມີ​ເງື່ອນ​ໄຂ ແລະຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເລິ​ກ​ເຊິ່ງເຊິ່ງ​ກັນ​ ແລະ​ກັນ.

ໃນ​ຕະຫຼອດ​ໄລ​ຍະ 6 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ກາ​ນ​ພົວ​ພັນ​ລະ​ຫວ່າງຫວຽດ​ນາມ - ກູ​ບາ ໂດຍ​ປະ​ທານ ​ໂຮ່​ຈີ​ມິນ ແລະປະ​ມຸກ​ລັດ Fidel Castro Ruz ສ້າງ​ຕັ້ງ​ຂຶ້ນ, ນັບ​ມື້​ນັບ​ສະ​ໜິດ​ແໜ້ນ​, ໝັ້ນ​ແກ່ນ​ກ່​ວາ​ອີກ ​ໂດຍຜ່ານ​ການ​ນຳ​ລຸ້ນ​ຕ່າງ.

ບົດ​ຂຽນໄດ້​ຢັ້ງ​ຢືນ​ນ້ຳ​ໃຈ​ສາ​ມັກ​ຄີລະ​ຫວ່າງຫວຽດ​ນາມ - ກູ​ບາ, ເມື່ອ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສະ​ພາບ​ການ​ຫຍຸ້ງ​ຍາກກໍ່ຍິ່ງ​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ການ​ພົວ​ພັ​ນ​ປະ​ເທດອ້າຍ​ນ້ອງຢ່າງ​ຈະ​ແຈ້ງກ່​ວາ​ອີກ.

ພາຍຫຼັງ​ເຮືອ​ບິນ​ຂອງທ່ານ​ປະ​ທານ​ປະ​ເທດຫງວຽນ​ຊວັນ​ຟຸກລົງ​ຈອດ​ຢູ່​ສະ​ໜາ​ມ​ບິນ Jose Marti ຢູ່​ ນະ​ຄອນຫຼວງ, ທຸກ​ການ​ເຄື່ອນ​ໄຫວ​ຂອງທ່ານ​ປະ​ທານ​ປະ​ເທດ ແລະຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມ, ວົງການນັກຂ່າວລ້ວນ​ແຕ່​ໄດ້ລົງ​ຂ່າວ​ເປັນ​ທາງ​ການ​ຢ່າງ​ລະ​ອຽດ ແລະເປັນ​ຈຳ​ນວນຫຼາຍ.

ໜັງ​ສື​ພິມ Granma, ອົງ​ການ​ກະບອກສຽງ​ທາງ​ການ​ຂອງພັກ​ກອມ​ມູ​ນິດກູ​ບາ, ໄດ້​ລົງ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ “ກູ​ບາ ແລະຫວຽດ​ນາມ: ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ຍືນ​ຍົງ​ຄົງ​ຕົວໃນ​ທຸກສະພາບການ” ເພື່ອ​ວາດ​ພາບ​ກ່ຽວ​ກັບ​ການ​ພົບ​ປະ​ລະ​ຫວ່າງທ່ານ​ປະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ແລະທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກູ​ບາ Manuel Marrero, ໃນ​ນັ້ນທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ບາ ໄດ້ເນັ້ນ​ໜັກ​ເຖິງເລື່ອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ແລະຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມ ໄປ​ຍັງກູ​ບາໃນ​ຈຸດ​ເວ​ລານີ້​ ໄດ້​ຢັ້ງ​ຢືນ​ຄືນ​ໃໝ່​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ ລະ​ຫວ່າງ​ ບັນ​ດາ​ຊາດຫວຽດ​ນາມ ແລະກູ​ບາ.

​ພິ​ເສດ, ຊ່​ອງ​ໂທ​ລະ​ພາບ Canal Caribe ຂອງ​ກູ​ບາໄດ້​ອອກ​ອາ​ກາດ​ລາຍ​ການ​ພິ​ເສດ​ໃນ​ວັນ​ທີ 19 ກັ​ນ​ຍາໂດຍ​ລົງ​ຂ່າວ​ໂດຍ​ກົງ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ຂອງທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃນ​ຊຸມ​ວັນ​ເຮັດ​ວຽກ​ນີ້, ແຕ່​ໄປ​ຄຽງ​ຄູ່​ກັນ​ນັ້ນແມ່ນ​ສົມ​ທົບ​ກັບ​ບັນ​ດາ​ບົດ​ສາ​ລະ​ຄະ​ດີກ່ຽວ​ກັບ​ການ​ພົວ​ພັນ​ປະ​ຫ​ວັດ​ສາດລະ​ຫວ່າງ​ສອງ​ລັດກໍ່​ຄື​ການ​ສຳ​ພາດ​ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມ ປະ​ຈຳ ກູ​ບາ ເລ​ແທັງ​ຕຸງ ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໃນ​ໂອ​ກາດນີ້.

ນອກ​ຈາກ​ນັ້ນບັນ​ດາ​ໜັງ​ສື​ພິ​ມ​ປະ​ຈຳ​ວັນ, ສື່​ເອ​ເລັກ​ໂຕ​ນິກຢ່າງ​ເປັນ​ທາງ​ການ ແລະບັນ​ດາ​ຊ່ອງ​ອອ​ກະ​ຈາຍ​ສຽງ ແລະໂທ​ລະ​ພາບຕ່າງໆ​ຂອງ​ກູ​ບາກໍ່​ພ້ອມ​ກັນ​ລົງ​ບັນ​ດາຂ່າວ ແລະສະ​ລະ​ຄະ​ດີກ່ຽວ​ກັບ​ການ​ຢ້ຽມ​ຢາມກູ​ບາຂອງ​ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ຫງວຽນ​ຊວັນ​ຟຸກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.