BAGPS ໜູນ​ຊ່ວຍ​ການ​ຕິດ​ຕັ້ງ “ການ​ເດີນ​ທາງ​ຢ່າງ​ປອດ​ໄພ” ໂດຍ​ບໍ່​ເສຍ​ຄ່າ ເພື່ອ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

16:44 | 17/09/2021

ຍ​ສ​ໝ - ບໍ​ລິ​ສັດພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ເອ​ເລັກ​ໂຕ​ນິກ ບິ່ງ​ອານ ​ຈຳ​ກັດ (BA GPS) ໃຫ້​ຮູ້​ວ່າ ວິ​ສາ​ຫະ​ກິດ ຫາ​ກໍ່​ເປີດ​ນຳ​ໃຊ້​ວິທີ​ການ “ເດີນ​ທາງ​ຢ່າງ​ປອດ​ໄພ” ໃນ​ພາ​ຫະ​ນະ​ຄົມ​ມະ​ນາ​ຄົມ​ດ້ວຍ​ເຕັກ​ໂນ​ໂລ​ຢີ​ປັນ​ຍາ​ປະ​ດິດ (AI).

ເອົາ​ໃຈ​ໃສ່​ໜູນ​ຊ່ວຍປະ​ຊາ​ຊົນບັນ​ດາເຜົ່າສ່ວນໜ້ອຍ​​ໃນ​ໄລ​ຍະ​ເກີດໂລກ​ລະ​ບາດ​ໂຄວິດ - 19 ເອົາ​ໃຈ​ໃສ່​ໜູນ​ຊ່ວຍປະ​ຊາ​ຊົນບັນ​ດາເຜົ່າສ່ວນໜ້ອຍ​​ໃນ​ໄລ​ຍະ​ເກີດໂລກ​ລະ​ບາດ​ໂຄວິດ - 19
ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄວໜຸ່ມ​ນະ​ຄອນ​ປະ​ຕິ​ບັດ​ອາ​ທິດຈຸດ​ສຸມ​ໃນ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
BAGPS ໜູນ​ຊ່ວຍ​ການ​ຕິດ​ຕັ້ງ “ການ​ເດີນ​ທາງ​ຢ່າງ​ປອດ​ໄພ” ໂດຍ​ບໍ່​ເສຍ​ຄ່າ ເພື່ອ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.
ພາບ​ປະ​ກອບ: Bnews

ນີ້​ແມ່ນ​ວິ​ທີ​ການ​ສັງ​ລວມ ເພື່ອ​ແນ​ໃສ່ບັນທຶກການ​ເຄື່ອນ​ໄຫວ​ຂອງ​ຜູ້ໂດຍ​ສານ, ຜູ້​ຂັບ​ລົດ, ແອັດ​ລົດ ທີ່​ອາດ​ຈະ​ພາ​ໄປ​ເຖິງ​ການ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລວມ​ມີ: ໃສ່​ຜ້າ​ອັດ​ປາກດັງ, ຮັກ​ສາ​ໄລ​ຍະ​ຫ່າງ ແລະ ຈຳ​ນວນ​ແຂກ​ໂດຍ​ສານ. ລະ​ອຽດ​ແມ່ນ, ໂປ​ແກຼມ ຄວບ​ຄຸມ​ພາ​ຫະ​ນະ ຂອງ BA GPS ຈະ​ປະ​ສົມ 3 ໜ້າ​ທີ່ໃນການແຈ້ງຄື: “ບໍ່​ໃສ່​ຜ້າ​ອັດ​ປາກ​ດັງ”, “ຮັກ​ສາ​ໄລ​ຍະ​ຫ່າງ” ແລະ “​ຈຳ​ນວນ​ຜູ້​ໂດຍ​ສານຫຼາຍ​ກ່າວ​ກຳ​ນົດ.”

ກ່ອນ​ໜ້າ​ນັ້ນ, ເດືອນ​ມິ​ຖຸ​ນາ ປີ 2021, BA GPS ກໍ່ໄດ້​ສະ​ໜອງ​ການ​ບໍ​ລິ​ການ​ແຈ້ງເຕືອນ​ບໍ່​ໃສ່​ຜ້​າ​ອັດ​ປາກ​ດັງ​ໃນ​ບັນ​ດາ​ພາ​ຫະ​ນະ​ຈະ​ລາ​ຈອນ​ໂດຍ​ບໍ່​ເສຍ​ຄ່າ. ການ​ບໍ​ລິ​ການນີ້​ນຳ​ໃຊ້​ປັນ​ຍາ​ປະ​ດິດ​ເພື່ອ​ວິ​ໄຈ​ຂໍ້​ມູນພາບ​ຖ່າຍ​ຈາກ​ກ້ອງຖ່າຍທີ່​ໄດ້​ຕິດ​ຕັ້ງ​ຢູ່​ພາ​ຫະ​ນະ​ຈະ​ລາ​ຈອນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.