ສືບຕໍ່ຍົກສູງບົດບາດ ແລະທີ່ຕັ້ງຂອງຫວຽດນາມ

19:57 | 22/09/2021

ຍສໝ - ທີ່ເວທີປາໄສສະຫະປະຊາຊາດ (ສປຊ), ຫວຽດນາມຈະສົ່ງສານອັນແຮງກ້າເຖິງເພື່ອນມິດສາກົນກ່ຽວກັບພາບພົດຂອງປະເທດຫວຽດນາມທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ມີຄວາມມຄາດຫວັງໃນການພັດທະນາ, ຮັກຫອມສັນຕິພາບ, ປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງສະຫະປະຊາຊາດ ແລະປະຊາຄົມສາກົນ.

ຂົວຕໍ່ມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະອາເມເນຍ ຂົວຕໍ່ມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະອາເມເນຍ
ການຮ່ວມມືດ້ານການທ່ອງທ່ຽວ ແລະການສຶກສາປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະອາເມເນຍ ການຮ່ວມມືດ້ານການທ່ອງທ່ຽວ ແລະການສຶກສາປະກອບສ່ວນຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະອາເມເນຍ

ແຕ່ວັນທີ 21-24 ກັນຍາ 2021, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະເຂົ້າຮ່ວມວາລະການປືກສາຫາລືລະດັບສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ທີ່ນິວຢອກ ແລະ ປະຕິບັດການເຄື່ອນໄຫວສອງຝ່າຍຈໍານວນໜື່ງຢູ່ ສະຫະລັດອາເມລິກາ.

ສືບຕໍ່ຍົກສູງບົດບາດ ແລະທີ່ຕັ້ງຂອງຫວຽດນາມ
ສືບຕໍ່ຍົກສູງບົດບາດ ແລະທີ່ຕັ້ງຂອງຫວຽດນາມ. ພາບ: TTXVN

ວາລະປຶກສາຫາລືລວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 76 ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ນຳລະດັບສູງຂອງຫຼາຍປະເທດ, ຜູ້ນຳຂອງບັນດາອົງການຈັດຕັ້ງສາກົນ, ບັນດາສະຖາບັນການເງິນສາກົນ, ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ... ເພື່ອພ້ອມກັນປຶກສາຫາລື ແລະຊອກຫາວິທີແກ້ໄຂບັນດາບັນຫາຂ້າງເທິງ ແລະໂດຍສະເພາະແມ່ນບັນດາວິທີແກ້ໄຂໃນການປ້ອງກັນ ແລະຜ່ານຜ່າ ໂລກລະບາດ COVID-19.

ການເຂົ້າຮ່ວມ ແລະກ່າວຄຳປາໄສຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ໃນສັບປະດາຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ແລະບັນດາກິດຈະກຳໃຫຍ່ທີ່ສຸດໃນປີຂອງສະຫະປະຊາຊາດ ແມ່ນມີຄວາມໝາຍພິເສດທີ່ສຸດ, ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງ ແລະຄໍາໝັ້ນສັນຍາຢ່າງແຮງກ້າຂອງຫວຽດນາມ ໂດຍໃນຖານະເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ນອກຈາກວາລະການປືກສາຫາລືຫຼັກ ທີ່ກອງປະຊຸມສະມັດຊາໃຫຍ່, ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ຈະເຂົ້າຮ່ວມກອງປະຊຸມຂັ້ນສູງສາມຄັ້ງ ລວມມີ ກອງປະຊຸມກ່ຽວກັບລະບົບຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ, ກອງປະຊຸມຂັ້ນສູງກ່ຽວກັບຄວາມປອດໄພດ້ານດິນຟ້າອາກາດທີ່ສະພາຄວາມໝັ້ນຄົງ ແລະກອງປະຊຸມປືກສາຫາລືຂັ້ນສູງທົ່ວໂລກກ່ຽວກັບການຮັບມືກັບການລະບາດຂອງພະຍາດໂຄວິດ -19. ນີ້ແມ່ນໂອກາດເພື່ອໃຫ້ ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ແລກປ່ຽນກັບປະມຸກລັດບັນດາປະເທດກ່ຽວກັບບັນດາການກໍານົດທິດທາງສໍາລັບມະນຸດຊາດທັງໝົດ, ເພື່ອສືບຕໍ່ປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງຈົນເຖິງປີ 2030.

ທ່ານປະທານປະເທດ ຫງວຽນຊວນຟຸກ ຈະພົບປະກັບບັນດາວິສາຫະກິດຜະລິດວັກຊີນຊັ້ນນຳ ຂອງສະຫະລັດອາເມລິກາເພື່ອໃຫ້ໄດ້ບັນດາຄຳໝັ້ນສັນຍາໃນການມອບໂອນວັກຊີນທີ່ໄວທີ່ສຸດ, ຫຼາຍທີ່ສຸດໃຫ້ກັບຫວຽດນາມ ພ້ອມທັງຢາປົວພະຍາດ, ອຸປະກອນການແພດ ເພື່ອຕ້ານ ພະຍາດ Covid-19.

ການປະຕິບັດງານຢຸ່ຕ່າງປະເທດຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ໃນຄັ້ງນີ້ແມ່ນການຈັດຕັ້ງປະຕິບັດທີ່ແທດຈິງຢູ່ໃນລະດັບສູງສຸດຂອງແຜນນະໂຍບາຍ, ນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ແລະຄໍາສັ່ງເລກທີ 25 ວ່າດ້ວຍການຍູ້ແຮງ ແລະຍົກລະດັບການພົວພັນການຕ່າງປະເທດຫຼາຍຝ່າຍ, ສົ່ງສານຢ່າງແຮງກ້າເຖິງເພື່ອນມິດສາກົນທັງໝົດກ່ຽວກັບພາບພົດປະເທດຫວຽດນາມທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ມີຄວາມມຄາດຫວັງໃນການພັດທະນາ, ຮັກຫອມສັນຕິະພາບ, ປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງສະຫະປະຊາຊາດ ແລະປະຊາຄົມສາກົນ ແລະປະກອບສ່ວນໃນການຍົກສູງບົດບາດ ແລະທີ່ຕັ້ງຂອງຫວຽດນາມໃນລະດັບທົ່ວໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.