WB: ເສດ​ຖະ​ກິດ ຫ​ວຽດ​ນາມ ຈະ​ຟື້ນ​ຟູ​ພາຍຫຼັງ​ຍົກ​ເລີກ​ຄຳ​ສັ່ງ​ ລ໋ອກ​ດາວ

19:13 | 17/09/2021

ຍ​ສ​ໝ - ຕາມ​ທ່ານ​ນາງ Dorsati Madani ນັກຊ່ຽວ​ຊານ​ເສດ​ຖະ​ກິດ​ຂັ້ນ​ສູງ​ຂອງຫ້ອງວ່າ​ການ​ທະ​ນາ​ຄານ​ໂລກ (WB) ປະ​ຈຳ ຮ່າ​ໂນ້ຍ ແລ້ວ, ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຟື້ນ​ຟູ​ພາຍຫຼັງຍົກ​ເລີກ​ຄຳ​ສັ່ງ ລ໋ອກ​ດາວ.

ຫວຽດ​ນາມ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ເທື່ອ​ລະ​ກ້າວ ຫວຽດ​ນາມ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ເທື່ອ​ລະ​ກ້າວ
ປະ​ສົບ​ການ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ UAE ປະ​ສົບ​ການ​ໃນ​ການ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ UAE
WB: ເສດ​ຖະ​ກິດ ຫ​ວຽດ​ນາມ ຈະ​ຟື້ນ​ຟູ​ພາຍຫຼັງ​ຍົກ​ເລີກ​ຄຳ​ສັ່ງ​ ລ໋ອກ​ດາວ
ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ອາດ​ຈະ​ຟື້ນ​ຟູ​ຢ່າງ​ແຮງ (ພາບ: TTXVN)

ທ່ານ​ນາງ Madani ໃຫ້​ຂໍ້​ສັງ​ເກດ​ວ່າ ນັບ​ແຕ່​ທ້າຍ​ໄຕ​ມາດ​ທີ 3 ປິ 2021 ມານີ້, ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ອາດ​ຈະ​ຟື້ນ​ຟູ​ຢ່າງ​ແຮງ, ຄື​ກັນ​ກັບ​ການ​ຟື້ນ​ຟູ​ພາຍຫຼັງ​ຄຳ​ສັ່ງ​ ລ໋ອກ​ດາວ ເຊິ່ງ​ປະ​ເທດນີ້ ຈັດ​ວາງ​ໃນ​ເດືອນ​ເມ​ສາ ປີ 2020 ໄດ້ຮັບການ​ຍົກ​ເລີກ, ສ່ວນ​ໜຶ່ງ ກໍ່ຍ້ອນ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ແກ່ນ​ໃນ​ຕົ້ນ​ປີນີ້.

ຕາມ​ທ່ານ Madaniແລ້ວ, ເຖິງວ່າ ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ສ່ຽງ​ດ້ານ​ເສດ​ຖະ​ກິດ ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ກໍ່ຕາມ, ແຕ່​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດນີ້​ໄດ້​ພິ​ສູດ​ໃຫ້​ເຫັນ​ຄວາມ​ທົນ​ທານ ແລະ ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ​ຕົນ.

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ຈຳ​ນວ​ນ​ໜ້ອຍ​ປະ​ເທດ​ໃນ​ໂລກ ທີ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ເປັນ​ບວກ​ໃນ​ປີ 2020 ໃນ​ຂະ​ນະ​ນັ້ນ​ທຸກ​ປະ​ເທດ​ໃນ​ພາກ​ພື້ນ, ນອກ​ຈາກ​ຈີນ ລ້ວນ​ແຕ່​ມີ​ການ​ເຕີບ​ໂຕ​ເປັນ​ລົບ.

ທ່ານ​ນາງ​ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ອາດ​ຈະ​ຟື້ນ​ຟູ​ໃນ​ອະ​ນາ​ຄົດ ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ຕະຫຼາດ​ການ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ​ປະ​ເທດນີ້, ໃນ​ນັ້ນ​ແມ່ນ ອາ​ເມ​ລິ​ກາ, ຈີນ, ສະ​ຫະ​ພາບ ເອີ​ລົບ (EU)... ລ້ວນ​ແຕ່​ພວມຢູ່​ໃນ​ທ່າ​ຟື້ນ​ຟູ.

ກ່ອນ​ໜ້​າ​ນັ້ນ​ໃນ​ວັນ​ທີ 24 ສິງ​ຫາ, WB ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ຈະມີ​ການ​ຟື້ນ​ຟູ​ໃນ 6 ເດືອນ​ທ້າຍ​ປີ 2021 ຫຼື​ບໍ່ ແມ່ນຍັງ​ອີງ​ໃສ່​ໝາກ​ຜົນ​ຂອງ​ການຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ເກີດ​ຂຶ້ນ​ໃນ​ປັດ​ຈຸ​ບັນ.

ຕາມ WB ແລ້ວ, ເຖິງວ່າ​ບັນ​ດາ​ຄວາມ​ສ່ຽງ​ຫຼຸດລົງໄດ້​ເພີ່ມ​ຂຶ້ນ​, ແຕ່​ບັນ​ດາ​ປັດ​ໄຈ​ພື້ນ​ຖານ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ຍັງ​ມີ​ຄວາມ​ໝັ້ນ​ແກ່ນ ແລະ ພື້ນ​ຖານ​ເສດ​ຖະ​ກິດ​ອາ​ດ​ຈະ​ກັບ​ຄືນ​ດ້ວຍ​ອັດ​ຕາ​ເຕີ​ບ​ໂຕ GDP ຕໍ່​ສະພາບ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ລະ​ດັບ​ແຕ່ 6,5 – 7% ນັບແຕ່​ປີ 2022 ຂຶ້ນ​ໄປ.

ປັດ​ຈຸ​ບັນ, WB ພວມ​ລໍ​ຖ້າ​ຕົວ​ເລກ​ໃນ​ເດືອນ​ກັນ​ຍາ​ຂອງ​ກົ​ມ​ໃຫ​ຍ່​ສະ​ຖິ​ຕິ ຫວຽດ​ນາມ (GSO) ກໍ​ຄື​ເບິ່ງ​ຂໍ້​ຕົກ​ລົງ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເປີດ​ປະ​ຕູ​ພື້ນ​ຖານ​ເສດ​ຖະ​ກິດ ຈິ່ງຈະ​ຍົກ​ອອກ​​ການ​ປັບ​ປຸງ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ປະ​ເທດນີ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.