VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

07:07 | 24/09/2021

ຍ​ສ​ໝ - ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ແລະ ການລົງ​ທຶນ ຫວຽດ​ນາມ - ສ.ເກົາຫຼີ (VKBIA) ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ, ໜ່ວຍ​ງານ​ພາຍ​ໃນ​ປະ​ເທດ ໄປມອບ​ໝາກ​ໄມ້​ຜັກ​ສົ​ດ, ເຄື່ອງ​ຂອງ​ທີ່​ຈຳ​ເປັນໃຫ້​ແກ່​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ທີ່​ປະ​ສົບ​ກັບ​ຄວ​າມ​ຫຍຸ້ງ​ຍາກ ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ຜ່ານ​ໂຄງ​ການ “ຖົງ​ຢາ​ໜູນ​ຊ່ວຍ​ການ​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ (FO)” ແລະ “ບັນ​ດາ​ຖ້ຽວ​ບິນ​ແຫ່ງ​ຄວາມ​ເມດ​ຕາ”.

VKBIA  ມະ​ຫາ​ວິ​ທະ​ຍາ​ໄລ Songgok (ສ.ເກົາຫຼີ) ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ VKBIA ມະ​ຫາ​ວິ​ທະ​ຍາ​ໄລ Songgok (ສ.ເກົາຫຼີ) ຮ່ວມ​ສຳ​ພັນ​ພັດ​ທະ​ນາ​ແຫຼ່ງ​ບຸກ​ຄະ​ລາ​ກອນ​ທີ່​ມີ​ຄຸນ​ນະ​ພາບ​ສູງ
ຕ່ຽນຢາງ ປາດຖະໜາວ່າ VKBIA ແມ່ນຂົວເຊື່ອມຕໍ່ການຮ່ວມມືກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ ຕ່ຽນຢາງ ປາດຖະໜາວ່າ VKBIA ແມ່ນຂົວເຊື່ອມຕໍ່ການຮ່ວມມືກັບບັນດາທ້ອງຖິ່ນຂອງ ສ.ເກົາຫຼີ
VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ
VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ແລະ ກ​ານ​ລົງ​ທຶນ ຫວຽດ​ນາມ - ສ.ເກົາຫຼີ (VKBIA) ​ສົມ​ທົບ​ກັບ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຕະ​ກຸນ ເຢືອງ ຢູ່​ພາກ​ໃຕ້ ຫວຽດ​ນາມ, ສະ​ພາ​ພາກວິ​ຊາ ພາ​ສາຫວຽດ​ - ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ພາ​ສາ​ຕ່າງ​ປະ​ເທດ ບູ​ຊານ ( ສ.ເກົາຫຼີ), ບໍ​ລິ​ສັດ​ການ​ຢາ ກຶວ​ລອງ, ບໍ​ລິ​ສັດ​ການ​ຢາ​ໄຕ​ງວຽນ ໄດ້​ປະ​ຕິ​ບັດ​ໂຄງ​ການ “ຖົງ​ຢາ​ໜູນ​ຊ່ວຍ​ການ​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ (FO)”, ພ້ອມ​ທັງ​ສືບ​ຕໍ່ “ບັນ​ດາ​ຖ້ຽວ​ບິນ​ແຫ່ງ​ຄວາມ​ເມດ​ຕາ” ຂົນ​ສົ່ງ ແລະ ມອບ​ໝາກ​ໄມ້​ຜັກ​ສົດ, ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ເພື່ອ​ເພີ່ມ​ກຳ​ລັງ​ແຮງ ແລະ ລະ​ດົມ​ກຳ​ລັງ​ໃຈ​ຢ່າງ​ທັນ​ການ​ໃຫ້​ແກ່​ເຂດ​ແຍກ​ຕົວ, ລ໋​ອກ​ດາວ ແລະ ປະ​ຊາ​ຊົນ​ນະ​ຄອ​ນ ໂຮ່​ຈີ​ມິນ ທີ່ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ໂຄງ​ການ​ໄດ້​ມອບ​ຢາ 5000 ຖົງ ໃຫ້​ແກ່​ບັນ​ດາ​ຄອບ​ຄົວ ທີ່ໄດ້ ແລະ ພວມ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເຊິ່ງໄດ້​ຮັບ​ການ​ປິ່ນ​ປົວ​ຢູ່​ເຮືອນ, ຂົນ​ສົ່ງ​ຜັກ​ໝາກ​ໄມ້ 100 ໂຕນ ໄປ​ຍັງ​ບັນ​ເຂດ​ທີ່​ມີ​ປະ​ຊາ​ຊົນ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່​ບັນ​ດາ​ເມືອງ ໃນ​ບໍ​ລິ​ເວນ​ນະ​ຄອນ ໂຮ່​ຈີ​ມິນ.

ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ VKIBA ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ຜູ້​ອາ​ສາ​ສະ​ໝັກ ໄດ້​ແບ່ງ​ຜັກ​ໝາກ​ໄມ້ ແລະ ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ ເປັນ​ຂອງ​ຂວັນ ປະ​ມານ 20.000 ພູດ​. ແຕ່​ລະ​ພູດ​ອີງ​ຕາມ​ແຕ່​ລະ​ພາກ​ພື້ນ ໂດຍມີ ເຂົ້າ​ສານ, ໄຂ່, ນົມ, ເຂົ້າ​ໜົມ, ໝີ່​ສຳ​ເລັດ​ຮູບ...

ທ່ານ​ ເຢືອງກວາງ​ຝຸ ແບ່ງ​ປັນ​ວ່າ: “ມີ​ເດັກ​ນ້ອຍ, ຜູ້​ອາ​ຍຸ​ສູງຫຼາຍ​ຄົນ ໃນ 2 – 3 ເດືອນນີ້ ບໍ່​ມີໂພ​ຊະ​ນະ ຍ້ອນ​ຄອບ​ຄົວບໍ່​ມີ​ວຽກ​ເຮັດ​ງານ​ທຳ, ແຫຼ່ງ​ສະ​ໜອງ​ສະ​ບຽງ​ອາ​ຫານ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ບັນ​ດາ​ຖົງ​ຢາ​ໜູນ​ຊ່ວຍ​ການ​ປິ່ນ​ປົວ F0 ພ້ອມ​ກັບ​ບັນ​ດາ​ຂອງຂວັນເຄື່ອງ​ຂອງ​ທີ່​ຈຳ​ເປັນ​ໂດຍ​ພື້ນ​ຖານນີ້ ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໜູນ​ຊ່ວຍ, ແບ່ງ​ປັນ​ຄວາມ​ຮັກ​ແພງ, ລະ​ດົມ​ກຳ​ລັງ​ໃຈ​ປະ​ຊາ​ຊົນ​ທີ່​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້, ໂດຍ​ແມ່ນ​ສະ​ຖານ​ທີ່​ທີ່​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ”.

ທ່ານ Lim Kil Chul, ສະ​ມາ​ຄົມ​ບໍ​ລິ​ຫານ​ສະ​ພາ​ພາກວິ​ຊາ​ພາ​ສາຫວຽດ​, ​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ ບູ​ຊານ ໃຫ້​ຮູ້​ວ່າ ສະ​ມາ​ຄົມ​ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງກັບ​ສະ​ມາ​ຄົມນັກ​ທຸ​ລະ​ກິດ ແລະ ການ​ລົງ​ທຶນ ຫວຽດ​ນາມ - ສ.ເກົາຫຼີ. ພ້ອມ​ທັງ, ສະ​ມາ​ຄົມ​ຈະ​ຮ່ວມ​ເດີນ​ທາ​ງໃນ​ການ​ໜູນ​ຊ່ວຍພັດ​ທະ​ນາ​ການ​ພົວ​ພັນ​ການ​ຄ້າ, ຊຸກ​ຍູ້​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.