ບັນດາຜົນກະທົບດ້ານການຄ້າເມື່ອຈີນເຂົ້າຮ່ວມ CPTPP

15:17 | 21/09/2021

ຍສໝ - ວັນທີ 16 ກັນຍາ, ຈີນ ໄດ້ຍື່ນໃບຄໍາຮ້ອງ ເພື່ອເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ. ຖ້າໄດ້ຮັບການອະນຸມັດ, ຈີນຈະກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດ CPTPP ແລະ ຈະມີຜົນກະທົບບໍ່ໜ້ອຍຕໍ່ການພົວພັນການຄ້າຫວຽດນາມ-ຈີນ.

ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ  Elizabeth Truss ໃຫ້​ຮູ້​ວ່າ: ຫວຽດ​ນາມ​ໃນ​ການ​ສະ​ໜັບ​ສະ​ໜູນ​ອັງ​ກິດ ເຂົ້າ​ຮ່ວມ CPTPP ທ່ານນາງ ລັດຖະມົນຕີກະຊວງການຄ້າ ສາກົນ ອັງກິດ Elizabeth Truss ໃຫ້​ຮູ້​ວ່າ: ຫວຽດ​ນາມ​ໃນ​ການ​ສະ​ໜັບ​ສະ​ໜູນ​ອັງ​ກິດ ເຂົ້າ​ຮ່ວມ CPTPP
ສັນຍາ CPTPP ຈະກະ​ຕຸກ​ຊຸກ​ຍູ້ ເສດ​ຖະ​ກິ​ດ​ລະ​ຫວ່ງ ຫວຽດນາມ - ການາດາ ສັນຍາ CPTPP ຈະກະ​ຕຸກ​ຊຸກ​ຍູ້ ເສດ​ຖະ​ກິ​ດ​ລະ​ຫວ່ງ ຫວຽດນາມ - ການາດາ
ພາບປະກອບ
ພາບປະກອບ

ຖ້າຈີນເຂົ້າຮ່ວມ CPTPP, ສິນຄ້າຂອງຫວຽດນາມ ແລະ 10 ປະເທດສະມາຊິກ CPTPP (ການາດາ, ເມັກຊິໂກ, ເປຣູ, ຊິລີ, ນິວຊີແລນ, ອົດສະຕາລີ, ຍີ່ປຸ່ນ, ສິງກະໂປ, ບຣູໄນ, ມາເລເຊຍ) ຈະບໍ່ໄດ້ເສຍພາສີນໍາເຂົ້າສິນຄ້າເຂົ້າຈີນ. ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຫວຽດນາມສາມາດແກ່ງແຍ້ງກັບບັນດາຄູ່ຮ່ວມມືການຄ້າອື່ນໆຂອງຈີນ.

ໂດຍໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດເມື່ອຈີນເຂົ້າຮ່ວມ CPTPP ແມ່ນໝວດຜະລິດຕະພັນກະເສດ ແລະ ສິນໃນນໍ້າ, ເພາະວ່າສິນຄ້າສ່ວນຫຼາຍແມ່ນໄດ້ສົ່ງອອກໄປຈີນ. ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລ້ວ, ໃນ 8 ເດືອນ ຕົ້ນປີ 2021, ອັດຕາສ່ວນກວມຕະຫຼາດສົ່ງອອກຜະລິດຕະພັນກະເສດ ແລະ ສິນໃນນ້ຳ ຂອງຫວຽດນາມ ມີດັ່ງນີ້: ທະວີບ ອາຊີ ກວມ 41,5%; ທະວີບ ອາເມລິກາ 31,3%; ທະວີບ ເອີຣົບ 11,3%; ທະວີບ ອາຟຣິກາ 1,9%; ທະວີບ ມະຫາສະໝຸດ 1.5%.

ຢູ່ໃນອາຊີ, ໃນ 8 ເດືອນຕົ້ນປີ 2021, ວົງເງິນການສົ່ງອອກຜະລິດຕະພັນກະເສດ-ເຄື່ອງປ່າຂອງດົ່ງ-ສິນໃນນໍ້າຂອງຫວຽດນາມໄປຍັງຈີນ ບັນລຸເກືອບ 6,1 ຕື້ ໂດລາສະຫະລັດ (ກວມເອົາ 18,9% ໃນ 41,5% ຂອງອັດຕາສ່ວນກວມການສົ່ງອອກຜະລິດຕະພັນກະເສດ, ສິນໃນນໍ້າ ຂອງຫວຽດນາມໃນຕະຫຼາດອາຊີ). ບັນດາໝວດສິນຄ້າປະກອບເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງອຸປະໂພກບໍລິໂພກຂອງຫວຽດນາມກໍ່ໄດ້ຮັບຜົນປະໂຫຍດຄືກັນ.

ແນວໃດກໍ່ຕາມ, ໃນທາງກົງກັນຂ້າມ, ສິນຄ້າພາຍໃນຂອງວິສາຫະກິດຫວຽດນາມຈະຕ້ອງແຂ່ງຂັນກັນຢ່າງດຸເດືອດກັບສິນຄ້ານໍາເຂົ້າຈາກຈີນ. ອັດຕາສ່ວນການຂາດດຸນການຄ້າຈະເພີ່ມຂຶ້ນ, ດຸນການຄ້າຈະອຽງໄປຝ່າຍຈີນ.

ຕາມສະຖິຕິຂອງຂະແໜງພາສີອາກອນຫວຽດນາມ ແລ້ວ, ປີ 2020 ຍອດມູນຄ່າວົງເງິນນຳເຂົ້າ-ສົ່ງອອກ ລະຫວ່າງຫວຽດນາມ ແລະ ຈີນ ບັນລຸ 133,1 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 13,82% ເມື່ອທຽບໃສ່ກັບປີ 2019. ໃນນັ້ນ, ການສົ່ງອອກໄປຈີນ ບັນລຸ 48,9 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 17,95%; ການນຳເຂົ້າຈາກຈີນ ບັນລຸ 84,18 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 11,55%.

ໃນ 7 ເດືອນ ຕົ້ນປີ 2021, ວົງເງິນການຄ້າທັງໝົດລະຫວ່າງຫວຽດນາມ ແລະ ຈີນບັນລຸ 91,41 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 40,4% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020, ໃນນັ້ນ ການສົ່ງອອກບັນລຸ 28,54 ຕື້ ໂດລາສະຫະລັດ (ເພີ່ມຂຶ້ນ 23,25%), ການນໍາເຂົ້າບັນລຸ 62,86 ຕື້ ໂດລາສະຫະລັດ (ເພີ່ມຂຶ້ນ 49,87%).

ໄຊພອນ

ເຫດການ
302 Found

Found

The document has moved here.