ການທົດລອງ 5G ຢູ່ຫວຽດນາມ ບັນລຸຄວາມໄວກວ່າ 4,7Gb/ວິນາທີ

06:25 | 17/09/2021

ວັນທີ 15 ກັນຍາ, ຢູ່ Viettel Innovation Lab, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel), ກຸ່ມບໍລິສັດ Ericsson ແລະກຸ່ມບໍລິສັດ Qualcomm Technologies, Inc. ໄດ້ຮ່ວມມືຄົ້ນຄວ້າ, ທົດລອງ ແລະສົ່ງຂໍ້ມູນ 5G ທີ່ບັນລຸຄວາມໄວກວ່າ 4,7Gb/ວິນາທີ ສໍາເລັດ.

ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021 ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021
ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4% ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%
ພາບປະກອບ
ພາບປະກອບ

ຄວາມໄວນີ້ສູງກວ່າທົບ 40 ເທົ່າເມື່ອທຽບໃສ່ຄວາມໄວ 4G ແລະທົບກວ່າ 2 ເທົ່າເມື່ອທຽບໃສ່ຄວາມໄວ 5G ໃນປັດຈຸບັນ, ຊ່ວຍໃຫ້ Viettel ກາຍເປັນໜຶ່ງໃນບັນດາບໍລິສັດໂທລະຄົມມະນາຄົມທີ່ມີຄວາມໄວ 5G ໄວທີ່ສຸດໃນອາຊີ.

ໝາກຜົນນີ້ໄດ້ຢັ້ງຢືນຄວາມສາມາດລື່ນກາຍຂອງເຕັກໂນໂລຢີ 5G ຄື້ນສັ້ນ (mmWave) ເຊິ່ງ Viettel ກໍາລັງຜັນຂະຫຍາຍຢູ່ຫວຽດນາມ. ເຄືອຂ່າຍ 5G ດ້ວຍຄວາມໄວສູງແມ່ນພື້ນຖານເພື່ອກໍ່ສ້າງໂຮງງານອັດສະລິຍະ, ກະສິກໍາອັດສະລິຍະ, ຕົວເມືອງອັດສະລິຍະ, ນະຄອນອັດສະລິຍະ, ສາທາລະນະສຸກອັດສະລິຍະ, ການສຶກສາອັດສະລິຍະ...

ການຄົ້ນຄວ້າ, ຜັນຂະຫຍາຍ 5G ແມ່ນໜຶ່ງໃນ 6 ກໍານົດທິດພັດທະນາໃນຍຸດທະສາດ “ນໍາໜ້າ, ເປັນກໍາລັງຫຼັກແຫຼ່ງໃນການສ້າງສັງຄົມດີຈີຕອນ” ເຊິ່ງ Viettel ວາງອອກໃນປີ 2019. ມາຮອດປັດຈຸບັນ, Viettel ທັງເປັນ ຫົວໜ່ວຍນໍາໜ້າໃນການຜັນຂະຫຍາຍ 5G ຢູ່ຫວຽດນາມ ແລະກໍ່ແມ່ນບໍລິສັດໂທລະຄົມມະນາຄົມໜຶ່ງດຽວໃນໂລກທີ່ມີຄວາມສາມາດຄົ້ນຄວ້າພັດທະນາອຸປະກອນ 5G.

ທ່ານ ດ່າວຊວນຫວູ, ຜູ້ອໍານວຍການ Viettel Networks ຢັ້ງຢືນວ່າ: “ບາດກ້າວບຸກທະລຸກ່ຽວກັບຄວາມໄວນີ້ຈະຊ່ວຍເພີ່ມປະສິດທິພາບລະບົບເຄືອຂ່າຍ 5G ຂອງ Viettel. ພວກຂ້າພະເຈົ້າຈະສືບຕໍ່ຊຸກຍູ້ເຕັກໂນໂລຢີນີ້ໃຫ້ພັດທະນາຢ່າງແຮງກວ່າເພື່ອໃຫ້ປະຊາຊົນ, ວິສາຫະກິດ, ອໍານາດການປົກຄອງ ແລະສັງຄົມ ໄດ້ນໍາໃຊ້ບໍລິການຕ່າງໆຂອງ 5G ເວົ້າສະເພາະ ແລະເຕັກໂນໂລຢີ 4.0 ເວົ້າລວມ”.

ຕາມທ່ານ ST Liew ຮອງປະທານ Qualcomm CDMA Technologies Asia-Pacific Pte. Ltd. ທັງເປັນປະທານ Qualcomm ໄຕ້ຫວັນ (ຈີນ) ແລະອາຊີຕາເວັນອອກສ່ຽງໃຕ້ ໃຫ້ຮູ້ວ່າ: “Qualcomm Technologies ມີຄວາມປິຕິຊົມຊື່ນຕໍ່ໝາກຜົນທີ່ 5G ຂອງ Viettel ບັນລຸຄວາມໄວທີ່ສຸດຢູ່ຫວຽດນາມ - ແມ່ນເຫດການໜຶ່ງທີ່ຈະຊຸກຍູ້ວິວັດການຫັນປ່ຽນດີຈີຕອນໃນຫຼາຍຂົງເຂດ ດ້ວຍປະສິດທິພາບລື່ນກາຍ. ພວກເຮົາໄດ້ກ້າວຂຶ້ນອີກບາດໜຶ່ງທີ່ສໍາຄັນໃນການສ້າງເງື່ອນໄຂໃຫ້ຊາວຫວຽດນາມ ໄດ້ເຂົ້າເຖິງອຸປະກອນ 5G ທີ່ມີຄວາມໄວສູງຢູ່ທຸກທີ່ທຸກເວລາ. ພວກຂ້າພະເຈົ້າ ຫວັງວ່າຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນການພັດທະນາເຕັກໂນໂລ ຢີ 5G mmWave ຢູ່ຫວຽດນາມ”.

la.qdnd.vn

ເຫດການ
302 Found

Found

The document has moved here.