ທ່າເຮືອຫາປາທີ່ໃຫຍ່ທີ່ສຸດ ຢູ່ເຂດຕອນກາງພາກໃຕ້ ໄດ້ດໍາເນີນການເຄື່ອນໄຫວຄືນໃໝ່

11:30 | 21/09/2021

ຍສໝ - ຫວ່າງແລ້ວນີ້, ທ່າເຮືອຫາປາ ຫ່ອນເຣີ ແລະ ຕະຫຼາດຂາຍສົ່ງອາຫານທະເລຕອນກາງພາກໃຕ້, ຢູ່ນະຄອນຍາຈາງ, ແຂວງແຄັງຮວ່າ ໄດ້ເລີ່ມດໍາເນີນການເຄື່ອນໄຫວຄືນໃໝ່ ພາຍຫຼັງທີ່ໄດ້ໂຈະການເຄື່ອນໄຫວມາເປັນເວລາຫຼາຍກວ່າ 2 ເດືອນ ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ -19.

ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ
ແຂວງບິ່ງດິ້ງ: ເຮືອຫາປາ 100% ຕ້ອງມີໃບຢັ້ງຢືນຄວາມປອດໄພດ້ານສະບຽງອາຫານ ໃນເດືອນມິຖຸນາ ແຂວງບິ່ງດິ້ງ: ເຮືອຫາປາ 100% ຕ້ອງມີໃບຢັ້ງຢືນຄວາມປອດໄພດ້ານສະບຽງອາຫານ ໃນເດືອນມິຖຸນາ

ໃນມື້ທໍາອິດທ່າເຮືອຫາປາ ໄດ້ດໍາເນີນການເຄື່ອນໄຫວຄືນໃໝ່ພຽງແຕ່ 1/3 ຂອງສະມັດຕະພາບກຳລັງການຫາປາ, ກໍາລັງປະຕິບັດງານໄດ້ຄວບຄຸມຄົນ ແລະ ພາຫະນະເຂົ້າອອກຈາກທ່າເຮືອຢ່າງເຂັ້ມງວດ.

ບັນດາເຈົ້າຂອງກຳປັ່ນ, ເຈົ້າຂອງວິສາຫະກິດສະຫນອງການບໍລິການພ້ອມກັນກັບຜູ້ອອກແຮງງານສ່ວນໃຫຍ່ມາທ່າເຮືອ ຫ່ອນເຣີ ເພື່ອຊອກຫາຂໍ້ມູນ, ຂໍ້ກຳນົດ ແລະ ລະບຽບການເພື່ອເຂົ້າສູ່ການເຄື່ອນໄຫວ.

ທ່າເຮືອຫາປາທີ່ໃຫຍ່ທີ່ສຸດ ຢູ່ເຂດຕອນກາງພາກໃຕ້ ໄດ້ດໍາເນີນການເຄື່ອນໄຫວຄືນໃໝ່
ທ່າເຮືອຫາປາທີ່ໃຫຍ່ທີ່ສຸດ ຢູ່ເຂດຕອນກາງພາກໃຕ້ ໄດ້ດໍາເນີນການເຄື່ອນໄຫວຄືນໃໝ່. (ພາບ: laodong)

ໃນເບື້ອງຕົ້ນ, ມີເຮືອຫາປາຫ່າງອອກໂປໄກຝັ່ງທະເລ 20 ລຳ ໃນແຂວງທີ່ກຳລັງດຳເນີນຂັ້ນຕອນ, ກະກຽມນ້ຳກ້ອນ ແລະ ອາຫານເພື່ອອອກໄປກາງວັງຫາປາ. ທ່າເຮືອຫາປາໄດ້ກັບຄືນສູ່ການເຄື່ອນໄຫວຄືນໃໝ່, ບັນດາຮາກຖານສະໜອງການບໍລິການໄດ້ເປີດປະຕູ, ເຮືອຫາປາໄດ້ອອກໄປກາງວັງ ສ້າງບັນຍາກາດທີ່ຄຶກຄື້ນຢູ່ທ່າເຮືອຫາປາທີ່ໃຫຍ່ທີ່ສຸດ ຢູ່ຕອນກາງພາກໃຕ້ນີ້.

ໃນເບື້ອງຕົ້ນ, ທ່າເຮືອ ຫ່ອນເຣີ ຈະດໍາເນີນການເຄື່ອນໄຫວສູງສຸດພຽງແຕ່ 30% ຂອງສະມັດຕະພາບກຳລັງການຫາປາເທົ່ານັ້ນ.

ນອກຈາກນັ້ນ ກໍ່ໃນໄລຍະນີ້, ຄະນະຄຸ້ມຄອງທ່າເຮືອ ຈະອະນຸຍາດໃຫ້ເຮືອຫາປາພຽງແຕ່ຂົນຖ່າຍອາຫານທະເລຂຶ້ນລົດເທົ່ານັ້ນ, ບໍ່ໃຫ້ມີການຈັດປະເພດອາຫານທະເລ ແລະ ການເປີດຕະຫຼາດຢູ່ທີ່ທ່າເຮືອ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.