ຮ່າ​ໂນ້ຍຕ້ອນ​ຮັບ​ວັກ​ຊິນ​ Vero Cell 1,3 ລ້ານ​ໂດ​ສ.

09:00 | 21/09/2021

ຍ​ສ​ໝ - ຮ່າ​ໂນ້ຍ​ໄດ້ຮັບ​ການ​ແຈກ​ຢາຍ​ວັກ​ຊິນ​ກັນ​ໂຄວິດ - 19 1,3 ລ້ານ​ໂດ​ສ ໃນ​ຈຳ​ນວນວັກ​ຊິນ​ກັນ​ໂຄວິດ - 19 Vero Cell 8 ລ້ານ​ໂດ​ສ ໂດຍ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ໜູນ​ຊ່ວຍ ກຸ່ມ​ບໍ​ລິ​ສັດ ວ້ານ​ທິງຟາດ ອຸ​ປະ​ຖຳ ໃຫ້ສູນ​ຄ​ວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຈາກ​ບັນ​ດາ​ແຂວງ, ນະ​ຄ​ອນ.

ຮ່າ​ໂນ້ຍ: ປະ​ຊາ​ຊົນ​ກວ່າ 2,6 ລ້ານ​ຄົນ​ໄດ້​ຮັບ​ການ​ຊ່ວຍ​ໜູນ​ສັງ​ຄົມ ຮ່າ​ໂນ້ຍ: ປະ​ຊາ​ຊົນ​ກວ່າ 2,6 ລ້ານ​ຄົນ​ໄດ້​ຮັບ​ການ​ຊ່ວຍ​ໜູນ​ສັງ​ຄົມ
ຈ​ີນ​ຈະ​ໜູນ​ຊ່ວຍ​ວັກ​ຊິນ​ໃຫ້​ແກ່ຫວຽດ​ນາມ ຕື່ມ​ອີກ 3 ລ້ານ​ໂດ​ສ​ ຈ​ີນ​ຈະ​ໜູນ​ຊ່ວຍ​ວັກ​ຊິນ​ໃຫ້​ແກ່ຫວຽດ​ນາມ ຕື່ມ​ອີກ 3 ລ້ານ​ໂດ​ສ​
ຮ່າ​ໂນ້ຍຕ້ອນ​ຮັບ​ວັກ​ຊິນ​ Vero Cell 1,3 ລ້ານ​ໂດ​ສ.
ພາບປະກອບ

ຕາມ​ຂໍ້​ຕົກ​ລົງ​ແຈກ​ຢາຍ​ວັກ​ຊິນ​ຂອງ ສະ​ຖາ​ບັນອະ​ນາ​ໄມ​​ພະຍາດລະ​ບາດ​ວິ​ທ​ະ​ຍາ​ສູນ​ກາງ, ຮ່າ​ໂນ້ຍ​ໄດ້​ຮັບ​ກ່​ວາ 1,3 ລ້ານ​ໂດ​ສ, ກວາງ​ນິງ​ກ່​ວາ 700.000 ໂດ​ສ, ນະ​ຄອນ​ໂຮ່​ຈີ​ມິນ, ລ້າງ​ເຊີນ, ຫ໋າຍ​ຟ່ອງ ແລະ ອຽນ​ບ້າຍ, ແຕ່​ລະ​ແຂວງ 500.000 ໂດສ. ບັກນິງ​ໄດ້​ຮັບ 400.000 ໂດ​ສ, ແຄ້ງ​ຮ່​ວາ, ກຽນ​ຢາງ​ແຕ່​ລະ​ແຂວງ​ແມ່ນ 300.000 ໂດ​ສ.

ບັກ​ຢາງ, ນາມ​ດິງ, ແທງ​ຮ​ວາ, ເງະ​ອານ, ກ໋​ວາງ​ຈິ, ບິ່ງ​ດິ້ງ, ລອງ​ອານ, ດົ່ງ​ທາບ, ເລິມ​ດົ່ງ, ໄຕ​ນິງ... ແຕ່​ລະ​ແຂວງ​ແມ່ນ 200.000 ໂດ​ສ, ບັນ​ດາ​ທ້ອງ​ຖິ່ນ​ຕ່າງໆ​​ປະ​ມານ 100.000 ໂດ​ສ.

ສະ​ຖາ​ບັນອະ​ນາ​ໄມພະຍາດ​​ລະ​ບາດ​ວິ​ທ​ະ​ຍາ​ສູນ​ກາງຮຽກ​ຮ້ອງ​ໃຫ້​ຫ້ອງ​ການ​ໂຄງ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ແຫ່ງ​ຊາດ​ສົມ​ທົບ​ກັນ​ເພື່ອ​ສົ່ງ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ຫ້ອງວ່າ​ການ​ສັກ​ວັກ​ຊິນ​ເປີດ​ກ້​ວາງ​ຕາມ​ແຕ່ລະເຂດ. ສູນ​ຄວ​ບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ບັນ​ດາ​ແຂວງ, ນະ​ຄອນ​ຈະ​ຈັດ​ຕັ້ງ​ການ​ສັກ​ວັກ​ຊິນໂຄວິດ - 19 ຕາມ​ຈຳ​ນວນທີ່​ໄດ້​ຮັບ​ການ​ແຈກ​ຢາຍ​ຢ່າງ​ທັນ​ທີ ລວມ​ມີ​ເຂັມ​ທີ 1 ແລະ ທີ 2.

ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ ໄດ້​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 ເກືອບ 48 ລ້ານ​ໂດ​ສ, ແຈກ​ຢາຍ​ເປັນ 43 ຄັ້ງ​ໃຫ້​ແກ່​ບັນ​ດາແຂວງ, ນະ​ຄອນໃນ​ທົ່ວ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.