ໄວໜຸ່ມນະຄອນປະຕິບັດອາທິດຈຸດສຸມໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 | |
ຮ່າໂນ້ຍ: ປະຊາຊົນກວ່າ 2,6 ລ້ານຄົນໄດ້ຮັບການຊ່ວຍໜູນສັງຄົມ |
![]() |
ຮ່າໂນ້ຍຜັນຂະຫຍາຍ Camera Scan QR Code ຢູ່ ປ້ອມປ້ອງກັນຕ້ານໂລກລະບາດ 67 ປ້ອມກວດການເຂົ້າອອກນະຄອນ. |
ບັນດາປ້ອມຄວບຄຸມເລີ່ມກວດກາເງື່ອນໄຂຂອງຜູ້ເຂົ້າອອກນະຄອນຮ່າໂນ້ຍຜ່ານລະບົບ camera, ຜູ້ເຂົ້າຮ່ວມການຈະລາຈອນ ເມື່ອຜ່ານບັນດາປ້ອມຄວບຄຸມໂລກລະບາດໂຄວິດ - 19 ຈະໄດ້ຮັບການ Scan ລະຫັດ QR ແທນທີ່ການແຈ້ງອາການສຸຂະພາບຢູ່ປ້ອມ.
ຕາມປົກກະຕິແລ້ວ, ພາຍຫຼັງພົນລະເມືອງແຈ້ງອາການສຸຂະພາບຜ່ານລະບົບແຈ້ງອາການສຸຂະພາບທາງເອເລັກໂຕນິກ ພະນັກງານຈະກວດດ້ວຍໂທລະສັບສ່ວນຕົວ ເພື່ອ Scan ລະຫັດ QR, ແຕ່ດ້ວຍ ລະຫັດ QR ໃໝ່, ພົນລະເມືອງພຽງແຕ່ຢືນຢູ່ຕໍ່ໜ້າ camera ເພື່ອແຈ້ງອາການສຸຂະພາບ. ຜ່ານ camera, ຄວາມໄວຂອງການ Scan ຈະໄດ້ຮັບການປັບປຸງຕື່ມເມື່ອທຽບໃສ່ກັບການນຳໃຊ້ໂທລະສັບ, ບາງເທື່ອກໍ່ພົບບັນຫາກ່ຽວກັບຄຸນນະພາບພາບຖ່າຍ.
ກ່ອນທີ່ຈະເຂົ້າຮ່ວມການຈະລາຈອນ, ພົນລະເມືອງຕ້ອງແຈ້ງຂໍ້ມູນສ່ວນຕົວຢ່າງຄົບຖ້ວນ ດ້ວຍໂທລະສັບມືຖືທີ່ມີການເຊື່ອມຕໍ່ອິນເຕີເນັດ ແລ້ວກົດເຂົ້າທີ່ຢູ່: http://suckhoe.dancuquocgia.gov.vn ຫຼື ໃນໂປແກຼມ VNEID. ພາຍຫຼັງໄດ້ແຈ້ງອາການຢ່າງຄົບຖ້ວນ, ລະບົບຈະອະນຸຍາດ ອອກ/save ລະຫັດ QR. ເມື່ອພົນລະເມືອງຜ່ານບັນດາປ້ອມປ້ອງກັນ ພຽງແຕ່ແຈ້ງລະຫັດ QR ເພື່ອໃຫ້ພະນັກງານກວດກາ. ລະບົບ Camera Scan QR Code ໄດ້ຮັບການໜູນຊ່ວຍບົນພື້ນຖານໂປແກຼມຂອງກະຊວງຕຳຫຼວດ ຢູ່ເວັບໄຊ kiemdich.dancuquocgia.gov.vn ເຊິ່ງມີການຕິດຕັ້ງຢ່າງງ່າຍດາຍ ແລະ ເວລາ Scan ກໍ່ໄວ ໂດຍໃຊ້ເວລາ ແຕ່ 2 – 5 ວິນາທີ ເທົ່ານັ້ນ.
ພາຍຫຼັງ Scan ລະຫັດ QR, ລະບົບຂອງກົມຕຳຫຼວດຄຸ້ມຄອງບໍລິຫານກ່ຽວກັບຄວາມເປັນລະບຽບຮຽບຮ້ອຍສັງຄົມ ຈະກວດກາຂໍ້ມູນແບບອັດຕະໂນມັດ. ນີ້ແມ່ນບັນດາໂປແກຼມທີ່ໄດ້ຢັ້ງຢຶນໂດຍລະບົບຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ, ອາດຈະກຳນົດໄດ້ບັນດາກໍລະນີ ຜູ້ຕິດເຊື້ອ, ຜູ້ສຳຜັດໃກ້ກັບຜູ້ຕິດເຊື້ອ ແລະ ບັນດາຜູ້ໄດ້ຮັບການສັກວັກຊິນຢ່າງຄົບຖ້ວນ 2 ເຂັມແລ້ວ ເພື່ອຈຳກັດ ຫຼື ອະນຸຍາດໃຫ້ພົນລະເມືງອຜ່ານປ້ອມໄປໂດຍໄວ, ປະກອບສ່ວນເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.
ລະຫັດ QR ທີ່ໄດ້ອອກ/save ໃນບັນດາໂປແກຼມນີ້ ສາມາດນຳໃຊ້ໄດ້ໃນໄລຍະເວລາ 72 ຊົ່ວໂມງ, ຮັບໃຊ້ໃຫ້ແກ່ວິວັດການເດີນທາງໄປມາຂອງພົນລະເມືອງຢ່າງສະດວກ, ວ່ອງໄວ. ໂປແປຼມ VNEID ແລະ ເວັບໄຊ ສຸຂະພາບພົນລະເມືອງແຫ່ງຊາດ ດ້ວຍການນຳໃຊ້ຢ່າງງ່າຍດາຍ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ, ເພີ່ມອັດຕາການແກ້ໄຂແບບອັດຕະໂນມັດໃຫ້ແກ່ລະບົບຄວບຄຸມການເດີນທາງໄປມາ, ຊ່ວຍແກ້ໄຂຂໍ້ມູນໂດຍໄວ, ຫຼີກລ້ຽງການອັ່ງອໍຢູ່ບັນດາປ້ອມປ້ອງກັນພະຍາດ.
ບຸນຄົງ