ໜູນຊ່ວຍ 29 ຂໍ້ລິເລີ່ມຂອງຊາວໜຸ່ມໄປອອກແຮງງານຢູ່ຕ່າງປະເທດ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19

17:00 | 18/09/2021

ຍສໝ - ວັນທີ 15 ກັນຍາ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບກອງທຶນປະຊາກອນ ສປຊ (UNFPA) ປະຈຳ ຫວຽດນາມ ແລະ ກະຊວງພາຍໃນ ໄດ້ລົງນາມແບບທາງໄກໃນເອກະສານວ່າດ້ວຍການໜູນຊ່ວຍຂໍ້ລິເລີ່ມຊາວໜຸ່ມໄປອອກແຮງງານຢູ່ຕ່າງປະເທດ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຢູ່ 3 ແຂວງ ເງະອານ, ຮ່າຕິງ ແລະ ກວ໋າງຈິ.

USAID ໜູນຊ່ວຍ​ເງິນ​ເກືອບ 10 ລ້ານ USD ເພື່ອຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ - 19 USAID ໜູນຊ່ວຍ​ເງິນ​ເກືອບ 10 ລ້ານ USD ເພື່ອຊ່ວຍ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ ແລະ ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດໂຄວິດ - 19
ງານຕະຫຼາດນັດການທ່ອງທ່ຽວສາກົນຮ່າໂນ້ຍ ຈະຈັດຕັ້ງແຕ່ວັນທີ 29 ກໍລະກົດ ຮອດວັນທີ 1 ສິງຫາ ງານຕະຫຼາດນັດການທ່ອງທ່ຽວສາກົນຮ່າໂນ້ຍ ຈະຈັດຕັ້ງແຕ່ວັນທີ 29 ກໍລະກົດ ຮອດວັນທີ 1 ສິງຫາ
ພາບປະກອບ
ພາບປະກອບ

ພິທີລົງນາມ ແມ່ນນອນໃນໂຄງການຫຼຸດຜ່ອນຜົນກະທົບ ຈາກໂລກລະບາດຕໍ່ກຸ່ມປະຊາກອນທີ່ມີຄວາມສ່ຽງສູງ ໂດຍລັດຖະບານ ຍີ່ປຸ່ນ ອຸປະຖຳ ດ້ວຍການຊ່ວຍເຫຼືອດ້ານເຕັກນິກຈາກ UNFPA ປະຈຳ ຫວຽດນາມ. ຊາວໜຸ່ມໄປອອກແຮງງານຢູ່ຕ່າງປະເທດ ແມ່ນໜຶ່ງໃນບັນດາເປົ້າໝາຍທີ່ຖືກຜົນກະທົບຫຼາຍ ຈາກໂລກລະບາດໂຄວິດ - 19.

ຫຼາຍຄົນຖືກວ່າງງານ, ໃນນັ້ນມີຄົນຈໍານວນໜຶ່ງຕ້ອງແບກຫາບໜີ້ ທີ່ຈະໃຊ້ຈ່າຍໃນການດໍາລົງຊີວິດປະຈໍາວັນຂອງເຂົາເຈົ້າ, ໃນຂະນະທີ່ຄົນອື່ນຕ້ອງກັບຄືນປະເທດ. ແນວໃດກໍ່ຕາມ, ເມື່ອເຂົາເຈົ້າກັບຄືນມາ, ເຂົາເຈົ້າຍັງປະເຊີນກັບບັນຫາໃນການເຊື່ອມໂຍງຄືນເຂົ້າກັບຕະຫຼາດແຮງງານຂອງທ້ອງຖິ່ນ.

ຕໍ່ໜ້າສະພາບການດັ່ງກ່າວ, ສູນກາງຊາວໜຸ່ມ ໄດ້ສົມທົບກັບ ຄະນະຊາວໜຸ່ມ 3 ແຂວງ ເງະອານ, ຮ່າຕິງ ແລະ ກວາງຈິ ຜັນຂະຫຍາຍການໜູນຊ່ວຍຊາວໜຸ່ມທີ່ໄປອອກແຮງງານຢູ່ຕ່າງປະເທດ ຕ້ອງກັບຄືນເມືອປະເທດ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19.

ຕາມນັ້ນແລ້ວ, ໂຄງການດັ່ງກ່າວ ຈະໃຫ້ການໜູນຊ່ວຍແກ່ 29 ຂໍ້ລິເລີ່ມກ່ຽວກັບການຫັນປ່ຽນວຽກເຮັດງານທຳ ສ້າງລາຍຮັບເພີ່ມ; ສະໜອງຄວາມຮູ້ກ່ຽວກັບສຸຂະພາບຈະເລີນພັນ, ທັກສະດຳລົງຊີວິດໃຫ້ແກ່ຊາວໜຸ່ມ. ໂຄງການມີຍອດມູນຄ່າປະມານ 2 ຕື້ດົ່ງ ເຊິ່ງຈະໄດ້ຜັນຂະຫຍາຍແຕ່ນີ້ຮອດທ້າຍເດືອນ ມີນາ 2022.

ທີ່ພິທີ, ທ່ານນາງ Naomi Kitahara ຫົວໜ້າຄະນະຜູ້ຕາງໜ້າ UNFPA ປະຈຳ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ UNFPA ປະຈຳ ຫວຽດນາມ ຈະສົມທົບກັບສູນກາງຊາວໜຸ່ມຢ່າງແໜ້ນແຟ້ນ ເພື່ອບໍ່ໃຫ້ຊາວໜຸ່ມ ຫວຽດນາມ ຄົນໃດຖືກປະໄວ້ຢູ່ເບື້ອງຫຼັງ ໃນວິວັດການພັດທະນາຂອງປະເທດຊາດ.

ໄຊພອນ

ເຫດການ
302 Found

Found

The document has moved here.