ທີມເທັນນິສ ຫວຽດນາມ ແຂ່ງຂັນຮອບ play-off ກຸ່ມ II Davis Cup ປີ 2022

19:07 | 23/09/2021

ຍສໝ - ສະຫະພັນກິລາເທັນນິສຫວຽດນາມ ໃຫ້ຮູ້ວ່າ ທີມເທັນນິສຫວຽດນາມ ໄດ້ເຂົ້າແຂ່ງຂັນ play-off ກຸ່ມ II ຂອງໂລກ ໃນການແຂ່ງຂັນເທັນນິສທີມຊາຍຂອງ Davis Cup ໃນປີ 2022.

ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021 ທີມ ຫວຽດນາມ ຢືນອັນດັບ 7 ໃນຈຳນວນ 43 ປະເທດ ແລະ ເຂດແຄວ້ນໃນໂລກທີ່ເຂົ້າຮ່ວມງານມະຫາກຳກິລາ ອາມີເກມ 2021
ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ ອັດງານມະຫາກຳກິລາການທະຫານສາກົນ Army Games 2021 ຢູ່ຫວຽດນາມ: ຫວຽດນາມຄ້ວາໄດ້ 1 ຫຼຽນຄຳ ແລະ 1 ຫຼຽນ ເງິນ

ຫຼັງຈາກເອົາຊະນະທີມມາເລເຊຍ ດ້ວຍຄະແນນ 2-0 ໃນຮອບ Play-off ຂອງ Davis Cup ກຸ່ມ III ພາກພື້ນອາຊີ-ປາຊີຟິກ ເຊິ່ງຫາກໍ່ຈັດຂຶ້ນທີ່ປະເທດຈໍແດນ. ສະຫະພັນກິລາເທັນນິສຫວຽດນາມ ໃຫ້ຮູ້ວ່າ ທີມເທັນນິສຫວຽດນາມ ໄດ້ເຂົ້າຮອບ ແຂ່ງຂັນກຸ່ມ II ຂອງໂລກ ໃນການແຂ່ງຂັນເທັນນິສທີມຊາຍຂອງ Davis Cup ໃນປີ 2022.

ທີມເທັນນິສ ຫວຽດນາມ ແຂ່ງຂັນຮອບ play-off ກຸ່ມ II Davis Cup ປີ 2022
ທີມເທັນນິສ ຫວຽດນາມ ແຂ່ງຂັນຮອບ play-off ກຸ່ມ II Davis Cup ປີ 2022. (ພາບ: nld)

ຫຼັງຈາກຍາດໄດ້ອັນດັບທີ 1 ໃນກຸ່ມ B ຍ້ອນການຊະນະທີມ Pacific Oceania (ລວມທັງນັກກິລາຂອງທີມຊາດໂອເຊອານີ, ບໍ່ລວມ ອົດສະຕາລີ ແລະ ນິວຊີແລນ, ອັນດັບທີ 122, ຄະແນນ 2-1) ແລະ ທີມກາຕາ (ອັນດັບທີ 111, ຄະແນນ 2-1), ຫວຽດນາມ ເຂົ້າສູ່ຮອບ play-off ກັບຄູ່ແຂ່ງອັນດັບສອງຂອງກຸ່ມ A, ມາເລເຊຍ (ອັນດັບທີ 127) ເພື່ອຍາດໄດ້ປີ້ເຂົ້າຮອບ Play-off ຂອງກຸ່ມ II ຂອງໂລກໃນປີ 2022 ໃນການແຂ່ງຂັນໃນຕອນບ່າຍຂອງວັນທີ 18 ກັນຍາ (ຕາມເວລາທ້ອງຖິ່ນ). ການແຂ່ງຂັນ play-off ນີ້ ຄາດວ່າຈະຈັດຂຶ້ນໃນເດືອນມີນາ 2022..

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.