ປະທານ Miguel Diaz Canel Bermudez: ກຸຍບາ ບໍ່ຢູ່ໂດດດ່ຽວຍ້ອນມີນ້ຳໃຈສາມັກຄີຂອງຫວຽດນາມ

07:07 | 22/09/2021

ປະຊາຊົນ ຫວຽດນາມ ວິລະຊົນຍາມໃດກໍ່ນອນໃນບັນດາເພື່ອນມິດຈິ່ງໃຈທີ່ສຸດຂອງກຸຍບາ ໃນບັນດາສະພາບການທີ່ສັບສົນ.

ຫວຽດນາມ ແລະ ກຸຍບາ, ສາຍພົວພັນທີ່ເປັນແບບຢ່າງໃນການພົວພັນສາກົນ ຫວຽດນາມ ແລະ ກຸຍບາ, ສາຍພົວພັນທີ່ເປັນແບບຢ່າງໃນການພົວພັນສາກົນ
ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ ກຸຍບາ ແລະ ອິນເດຍ ຕີລາຄາສູງບົດບາດນຳພາຂອງພັກກອມມູນິດຫວຽດນາມ
ທ່ານປະທານ Miguel Diaz Canel Bermudez (ພາບ: AFP/TTXVN)
ທ່ານປະທານ Miguel Diaz Canel Bermudez (ພາບ: AFP/TTXVN)

“ຍາມໃດພວກຂ້າພະເຈົ້າກໍ່ຮູ້ສຶກສາບໍ່ຢູ່ໂດດດ່ຽວຍ້ອນມີນ້ຳໃຈສາມັກຄີທີ່ໄດ້ຜ່ານຜ່າສິ່ງທົດສອບຂອງຫວຽດນາມ”, ນີ້ແມ່ນຄຳຢືນຢັນຂອງທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກຸຍບາ, ປະທານປະເທດກຸຍບາ Miguel Diaz Canel Bermudez, ໃນບົດຕອບສຳພາດຕໍ່ສຳນັກຂ່າວສານຫວຽດນາມ ເນື່ອງໃນໂອກາດການຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ. ທ່ານປະທານ Miguel Diaz Canel Bermudez ເນັ້ນໜັກວ່າ: ປະຊາຊົນ ຫວຽດນາມ ວິລະຊົນຍາມໃດກໍ່ນອນໃນບັນດາເພື່ອນມິດຈິ່ງໃຈທີ່ສຸດຂອງກຸຍບາ ໃນບັນດາສະພາບການທີ່ສັບສົນ. ກຸຍບາ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນຂອງຫວຽດນາມ ສຳລັບການຕໍ່ສູ້ຂອງ ກຸຍບາ ຮຽກຮ້ອງຍົກເລີກຄຳສັ່ງປິດລ້ອມ, ຂວ້ຳບາດທາງດ້ານເສດຖະກິດ, ການຄ້າ ແລະ ການເງິນທີ່ຂາດຄວາມຍຸຕິທຳເຊິ່ງ ອາເມລິກາ ຈັດວາງຕໍ່ ກຸຍບາ.

ທ່ານປະທານ Miguel Diaz Canel Bermudez ຖືວ່າ: ໂລກລະບາດໂຄວິດ-19 ບໍ່ສາມາດກີດຂວາງການເຈລະຈາດ້ານການເມືອງຂັ້ນສູງສຸດລະຫວ່າງ 2 ປະເທດ. ການນຳຂັ້ນສູງຂອງ 2 ປະເທດຈະສືບຕໍສະຫງວນຄວາມເອົາໃຈໃສ່ສ່ວນຕົວ ແລະ ໃຫ້ບຸລິມະສິດຢ່າງສຸດຂີດໃຫ້ແກ່ສາຍພັວພັນເປັນແບບຢ່າງລະຫວ່າງ 2 ປະເທດ. ສາຍພົວພັນພິເສດ ແລະ ປະຫວັດສາດຕິດພັນກັບ 2 ຊາດ, 2 ພັກ ແລະ 2 ລັດແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ 2 ປະເທດຍົກລະດັບບັນດາການພົວພັນທາງດ້ານເສດຖະກິດ, ການຄ້າ, ການເງິນ ແລະ ການຮ່ວມມືດ້ານການເມືອງອັນດີງາມໃຫ້ຂຶ້ນສູ່ລະດັບສູງໃໝ່. ກຸຍບາ ສືບຕໍ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ພວມເຄື່ອນໄຫວຢູ່ ກຸຍບາ.

vovworld.vn

ເຫດການ
302 Found

Found

The document has moved here.