ມີຕື່ມອີກວິສາຫະກິດແຫ່ງໜຶ່ງ ທີ່ລົງທຶນຜະລິດຖ່ານໄຟນຳໃຊ້ແຫຼ່ງພະລັງງານແສງຕາເວັນຢູ່ຫວຽດນາມ

16:30 | 21/09/2021

ຍສໝ - ແຂວງກວາງນິງຫາກໍ່ໄດ້ມອບໃບທະບຽນການລົງທຶນຂອງໂຄງການເຕັກໂນໂລຢີ ແຜ່ນ Silic Jinko Solar ຫວຽດນາມ (Jinko Solar 2) ໃຫ້ກັບບໍລິສັດເຕັກໂນໂລຍີ Jinko Solar ຈໍາກັດ. ໂຄງການມີມູນຄ່າການລົງທຶນທັງໝົດ 8.382 ຕື້ດົ່ງ (ເກືອບ 366 ລ້ານ ໂດລາສະຫະລັດ).

ຫວຽດນາມ - ເປັນຂົວເຊື່ອມຕໍ່ທີ່ມີປະສິດທິຜົນລະຫວ່າງອາຊຽນ ແລະ ຈີນ ຫວຽດນາມ - ເປັນຂົວເຊື່ອມຕໍ່ທີ່ມີປະສິດທິຜົນລະຫວ່າງອາຊຽນ ແລະ ຈີນ
ບັນດາຜົນກະທົບດ້ານການຄ້າເມື່ອຈີນເຂົ້າຮ່ວມ CPTPP ບັນດາຜົນກະທົບດ້ານການຄ້າເມື່ອຈີນເຂົ້າຮ່ວມ CPTPP
ພາບປະກອບ
ພາບປະກອບ

ກ່ວາ 5 ເດືອນກ່ອນ (ວັນທີ 31 ມີນາ 2021), ກວາງນິງໄດ້ມອບໃບທະບຽນການລົງທຶນໃຫ້ໂຄງການເຕັກໂນໂລຢີຈຸລັງແສງໄຟຟ້າ Jinko Solar PV ຫວຽດນາມ (Jinko Solar 1) ຂອງບໍລິສັດ Jinko Solar Hong Kong Limited ດ້ວຍທຶນລົງທຶນ 11,500 ຕື້ດົ່ງ (ເທົ່າກັບ 498 ລ້ານ ໂດລາສະຫະລັດ).

ດັ່ງນັ້ນ, ມູນຄ່າລົງທຶນທັງໝົດຂອງສອງໂຄງການ ໂດຍກຸ່ມບໍລິສັດ Jinko Solar ລົງທຶນ ຢູ່ກວາງນິງ ແມ່ນຂຶ້ນເຖິງ 19,882 ຕື້ ດົ່ງ, ເທົ່າກັບ 865,6 ລ້ານ ໂດລາສະຫະລັດ. ຜະລິດຕະພັນຂອງໂຄງການ Jinko Solar 2 ແມ່ນວັດຖຸດິບສົ້ນເຂົ້າຂອງໂຄງການ Jinko Solar 1. ການປະຕິບັດໂຄງການຈະປະກອບເປັນຕ່ອງໂສ້ການເຊື່ອມຕໍ່ຜະລິດຕະພັນ, ຍົກສູງປະສິດທິຜົນຂອງທັງສອງໂຄງການໃນເວລາດຽວກັນ.

ທ່ານ Huang Jinxing, ຜູ້ອໍານວຍການໃຫຍ່ບໍລິສັດເຕັກໂນໂລຢີ Jinko Solar ຈໍາກັດ (ຫວຽດນາມ) ໃຫ້ຄໍາໝັ້ນສັນຍາວ່າຈະນຳໂຄງການເຂົ້າດໍາເນີນງານ, ຜະລິດງວດຜະລິດຕະພັນຊຸດທໍາອິດໃນທ້າຍປີ 2021, ຊ້າທີ່ສຸດແມ່ນໃນເດືອນມັງກອນ 2022.

ບັນດານັກຜະລິດຖ່ານໄຟນຳໃຊ້ແຫຼ່ງພະລັງງານແສງຕາເວັນຂອງຈີນ ໄດ້ເລີ່ມສ້າງຕັ້ງໂຮງງານຜະລິດຢູ່ຫວຽດນາມ ກວ່າຫ້າປີກ່ອນ. ເຖິງແນວໃດກໍ່ຕາມ, First Solar ຂອງສະຫະລັດ ອາເມລິກາ ຈຶ່ງແມ່ນໂຮງງານທີ່ມີຂະໜາດລາຍຮັບຫຼາຍທີ່ສຸດ, ໃນປີ 2020 ບໍລິສັດແຫ່ງນີ້ ໄດ້ມີລາຍຮັບບັນລຸ 21.300 ຕື້ດົ່ງ. ບໍລິສັດ Vina Solar Technology ແລະ ບໍລິສັດ Vina Cell Technology (ຈີນ) ຢືນອັນດັບສອງ, ມີລາຍຮັບທັງໝົດບັນລຸ 17,500 ຕື້ດົ່ງ.

ໄຊພອນ

ເຫດການ
302 Found

Found

The document has moved here.