ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ໂອ້ລົມທາງໂທລະສັບກັບ ປະທານາທິບໍດີລັດເຊຍ

18:46 | 18/09/2021

ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ເປັນສຳຄັນ.

ສະຖານທູດຫວຽດນາມ ປະຈຳລັດເຊຍ ຊຸກຍູ້ການຕ່າງປະເທດປະຊາຊົນໃນສະພາບການໃໝ່ ສະຖານທູດຫວຽດນາມ ປະຈຳລັດເຊຍ ຊຸກຍູ້ການຕ່າງປະເທດປະຊາຊົນໃນສະພາບການໃໝ່
ເຊີນລາ ສົ່ງອອກໝາກມັງກອນແດງ ຈຳນວນ 10 ໂຕນໄປຍັງລັດເຊຍ ເຊີນລາ ສົ່ງອອກໝາກມັງກອນແດງ ຈຳນວນ 10 ໂຕນໄປຍັງລັດເຊຍ

ຕອນບ່າຍວັນທີ 16 ກັນຍາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີລັດເຊຍ Valdimir Putin. ທີ່ການໂອ້ລົມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນລັດເຊຍ ເປັນສຳຄັນ; ທ່ານປາດຖະໜາຢາກເພີ່ມທະວີການຮ່ວມມືໃນການປ້ອງກັນ ຕ້ານໂລກລະບາດໂຄວິດ-19 ແລະ ໃນທຸກຂົງເຂດ.

ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ໂອ້ລົມທາງໂທລະສັບກັບ ປະທານາທິບໍດີລັດເຊຍ
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີລັດເຊຍ Valdimir Putin. (ພາບ: TTXVN)

ເມື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ການນຳ 2 ທ່ານຢືນຢັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສພາກພື້ນ, ໃນນັ້ນເຫັນດີແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຊົມເຊີຍ ແລະ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ລັດເຊຍ ເປີດກວ້າງການຮ່ວມມືກັບ ອາຊຽນ ແລະ ພາກພື້ນອາຊີ - ປາຊີຟິກ.

ເນື່ອງໃນໂອກາດນີ້, ທ່ານປະທານາທິບໍດີລັດເຊຍ ໄດ້ເຊື້ອເຊີນທ່ານປະທານປະເທດ ຫງວຽນຊວັນຟຸກ ມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຮັບຄຳເຊື້ອເຊີນ ແລະ ປາດຖະໜາວ່າຈະໄດ້ຮັບທ່ານປະທານາທິບໍດີ Putin ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

vovworld.vn

ເຫດການ
302 Found

Found

The document has moved here.