ສ.ເກົາຫຼີ ເປີດກວ້າງ FTA ​​ກັບບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນໃນອາຊຽນ ແລະອາເມລິກາລາຕິນ

13:00 | 16/09/2021

ຍສໝ - ໃນວັນທີ 14 ກັນຍາ, ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ຄາດຄະເນຈະດໍາເນີນ ຫຼືເລີ່ມການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າເສລີ (FTA) ກັບບັນດາຄູ່ການຄ້າຈາກອາຊີເວັນອອກສ່ຽງໃຕ້ ແລະອາເມຣິກາລາຕິນໃນປີນີ້ ໃນຄວາມພະຍາຍາມເພື່ອຫຼຸດຜ່ອນການເອື່ອຍອີງໃສ່ບັນດາປະເທດທີ່ມີພື້ນຖານເສດຖະກິດໃຫຍ່.

ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ກອງປະຊຸມໃຫຍ່ຄັ້ງທີ 8 ຂອງສະມາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສວມ​ບົດ​ບາດ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ອາ​ຊຽນ - ສ.ເກົາຫຼີ
ພາບປະກອບ
ພາບປະກອບ

ກະຊວງການຄ້າ, ອຸດສາຫະກຳ ແລະພະລັງງານຂອງ ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ຄາດຄະເນຈະລົງນາມໃນ FTA ກັບ ກຳປູເຈຍຢ່າງເປັນທາງການໃນເດືອນຕຸລາ, ໝາຍຄວາມວ່າ 7 ເດືອນຫຼັງຈາກສຳເລັດບັນດາການເຈລະຈາທີ່ກ່ຽວຂ້ອງ.

ກະຊວງດັ່ງກ່າວໃຫ້ຮູ້ວ່າ FTA ຈະຊ່ວຍໃຫ້ບັນດາບໍລິສັດ ສ.ເກົາຫຼີ ມີຄວາມຫຼາກຫຼາຍທາງດ້ານຕ່ອງໂສ້ການຜະລິດຂອງຕົນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ນອກຈາກຈີນ ແລະຫວຽດນາມ.

ຄຽງຄ້າງນັ້ນ, ສ.ເກົາຫຼີ ຍັງລໍຖ້າສະພາແຫ່ງຊາດອິນໂດເນເຊຍ ອະນຸມັດ FTA ລະຫວ່າງສອງປະເທດ, ຫຼັງຈາກທີ່ ເຊີອຸນ ສໍາເລັດບັນດາຂັ້ນຕອນພາຍໃນປະເທດໃນເດືອນມິຖຸນາ.

ກະຊວງການຄ້າ, ອຸດສາຫະກຳ ແລະພະລັງງານຂອງ ສ.ເກົາຫຼີ ຍັງສະແດງຄວາມຫວັງວ່າບັນດາການເຈລະຈາ ທີ່ພວມດໍາເນີນກັບຟີລິບປິນ ຈະນຳມາເຊິ່ງໝາກຜົນອັນຕັ້ງໜ້າ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.