ຍສໝ - ຫວຽດນາມ ບັນລຸໄດ້ບັນດາຄວາມກ້າວໜ້າໃນການປະຕິບັດບັນດາສິດທິດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ ເຊິ່ງໄດ້ສ່ອງແສງຜ່ານບັນດາການປັບປຸງໃນດັດຊະນີຄວາມທຸກຍາກຫຼາຍແງ່ມູມ, ຄວາມກ້າວໜ້າໃນການບໍລິຫານພາກລັດ ແລະ ລັດແຫ່ງສິດອຳນາດນິຕິບັນຍັດ…
ຍສໝ - ວັນທີ 14 ກໍລະກົດ, ສະຖາບັນວິທະຍາສາດການສຶກສາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ການສຶກສາຫວຽດນາມ 2011 – 2020” ພາຍໃຕ້ຮູບການທາງອອນລາຍ ສົມທົບກັບໂດຍກົງ. ເຂົ້າຮ່ວມກອງປະຊຸມສຳມະນາມີ ນັກບໍລິຫານ, ພະນັກງານສ້າງນະໂຍບາຍ, ນັກຊ່ຽວຊານ, ນັກວິທະຍາສາດທີ່ມີຊື່ສຽງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ກວ່າ 1.000 ຄົນ...
ຍສໝ - ຄະນະກຳມະການປະຊາຊົນແຂວງເທືອທຽນເຫວ້ ໄດ້ປະກາດໃຊ້ຂໍ້ກຳນົດວ່າດ້ວຍການອະນຸມັດໂຄງການ “ພັດທະນາການທ່ອງທ່ຽວ ແຂວງເທືອທຽນເຫວ້ ກາຍເປັນຂະແໜງເສດຖະກິດປາຍແຫຼມ”.
ທ່ານຮອງລັດຖະມົນຕີ ໂດຊວັນຕວຽນ ໄດ້ແນະນຳທ້ອງຖິ່ນໂດຍກົງ ໃຫ້ຂັ້ນຕອນຄວບຄຸມໂລກລະບາດຢູ່ບ່ອນທີ່ຖືກປິດເຂດວ່າ ໃນເບື້ອງຕົ້ນ ແມ່ນຕ້ອງປິດເຂດໃນວົງກ້ວາງ, ພາຍຫຼັງກວດກາ, ຕີລາຄາໂລກລະບາດ, ເອົາຕົວຢາງວິໄຈຫາເຊື້ອແລ້ວ ຈະຮັດແຄບເຂົ້າ.
ແຕ່ວັນທີ 13 ກໍລະກົດ, ເວັບໄຊ Voso.vn (ເວັບໄຊການຄ້າເອເລັກໂຕນິກຂອງບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ Viettel-Viettel Post) ສົມທົບກັບກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ເຂົ້າຮ່ວມລາຍການ “ຂາຍສະບຽງອາຫານເຄືອນທີ່ດ້ວຍລາຄາປົກກະຕິ” ຢູ່ 34 ອົງການໄປສະນີ ແນໃສ່ສະໜອງສະບຽງອາຫານທີ່ຈໍາເປັນຢ່າງຄົບຖ້ວນໃຫ້ຊາວນະຄອນໂຮ່ຈີມິນ ແລະບັນດາແຂວງພາກໃຕ້.
ຍສໝ - ຕົ້ນເດືອນມິຖຸນາ 2021, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ, ກະຊວງຖະແຫຼງຂ່າວ - ການສື່ສານ ໄດ້ສົມທົບກັນຈັດຕັ້ງການລະດົມໂຄງການສົ່ງຂໍ້ຄວາມ “ທົ່ວປວງຊົນສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” ໃນປະຕູຖານຂໍ້ມູນເອເລັກໂຕນິກມະນຸດສະທຳແຫ່ງຊາດ 1408.
ວັນທີ 12 ກໍລະກົດ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2021.
ຍສໝ - ທ່ານນາງ Michele Wee, ຜູ້ອຳນວຍການໃຫຍ່ທະນາຄານ Standard Chartere VietNam ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ໄດ້ສືບຕໍ່ນຳບັນດາກາລະໂອກາດດຳເນີນທຸລະກິດ ແລະ ການລົງທຶນທີ່ ໜ້າສົນໃຈ ຍ້ອນບັນດາພື້ນຖານທີ່ເຂັ້ມແຂງ, ຄວາມໄວໃນການເຕີບໂຕເສດຖະກິດສູງ, ທ້ອງຕະຫຼາດ ພາຍໃນປະເທດນັບມື້ນັບໄດ້ຮັບການເປີດກວ້າງ, ຄ່າແຮງງານຕໍ່າ ແລະ ມີກຳລັງແຮງງານຢ່າງຫຼວງຫຼາຍ, ເຂົ້າຮ່ວມໃນສັນຍາການຄ້າເສລີຫຼາຍສະບັບ ແລະ ມີຍຸດທະສາດທີ່ຕັ້ງພູມສາດຍຸດທະສາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢື້ນຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ຫຍ້ອງຍໍບັນດາຄວາມມານະພະຍາຍາມ, ລຳບາກ, ການເສຍສະຫຼະຂອງຖັນແຖວແພດໝໍຢູ່ໂຮງໝໍ.
ຍສໝ - ຫວ່າງມໍ່ໆນີ້ໃນຕົ້ນເດືອນກໍລະກົດ, ຢູ່ປະເທດເຢຍລະມັນ, ກຸ່ມບໍລິສັດການເງິນນາໆຊາດ HSBC ໄດ້ຈັດກອງປະຊຸມສຳມະນາທາງໄກໄກ ເພື່ອແນະນຳກາລະໂອກາດການລົງທຶນຢູ່ບັນດາປະເທດອາຊຽນ ກັບບັນດາວິສາຫະກິດສະຫະພາບເອີຣົບ (EU) ແລະ ອັງກິດ; ແນະນຳນະໂຍບາຍດຶງດູດການລົງທືນຂອງຫວຽດນາມ, ກາລະໂອກາດຈາກສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA), ລະຫວ່າງຫວຽດນາມ ແລະ ອັງກິດ (UKVFTA).
ໃນບົດຂຽນລົງວັນທີ 9 ກໍລະກົດ, Sputnik ໄດ້ຊີ້ແຈ້ງວ່າປະສິດທິຜົນແຫ່ງການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ແມ່ນບໍ່ອາດປະຕິເສດໄດ້.
ຍສໝ - ຕາມການວິເຄາະຂອງ ໜັງສືພິມ Sputnik (ລັດເຊຍ) , ມີສັນຍານຫຼາຍຢ່າງຊີ້ໃຫ້ເຫັນວ່າຂອບຂະໜາດເສດຖະກິດຂອງຫວຽດນາມອາດຈະບັນລຸ 500 ຕື້ USD ໃນທ້າຍປີ 2021...
ຍສໝ - ກ່າວຄຳເຫັນທີ່ການໂອ້ລົມເຈລະຈາ “ບັນດາບັນຫາກ່ຽວກັບແມ່ນ້ຳຂອງ” ໂດຍກອງທຶນສັນຕິພາບ ແລະ ພັດທະນາ ຫວຽດນາມ ຈັດຕັ້ງໃນວັນທີ 8 ກໍລະກົດ, ທ່ານນາງ ເຈິ່ນບາວງອກ - ຫົວໜ້າກົມຮ່ວມມືເສດຖະກິດຫຼາຍຝ່າຍ (ກະຊວງການຕ່າງປະເທດ) ຖືວ່າ: ການທູດປະຊາຊົນຈະແມ່ນກົນໄກສຳຄັນເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ການພົວພັນຮ່ວມມືມິດຕະພາບລະຫວ່າງບັນດາປະເທດ…
ຕອນບ່າຍວັນທີ 8 ກໍລະກົດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະກົດ ແບບທາງໄກ, ເພື່ອແຈ້ງໃຫ້ຊາບກ່ຽວກັບບັນຫາບັນຫາການຕ່າງປະເທດທີ່ໜ້າສົນໃຈ, ພິເສດ, ບັນຫາຄວາມໝັ້ນຄົງ, ອະທິປະໄຕທະເລໝູ່ເກາະ ກໍຄືບັນດາທັດສະນະຂອງ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດໂຄວິດ - 19 ທີ່ພວມແຜ່ລະບາດໃນທົ່ວໂລກ.
ຍສໝ - ທ່ານ Donald Lambert, ຜູ້ຊ່ຽວຊານດ້ານການພັດທະນາພາກເອກະຊົນ ຂອງ ADB ໃຫ້ຮູ້ວ່າ: ຫວຽດນາມຕ້ອງຍູ້ແຮງການປະຕິຮູບເສດຖະກິດ, ເປີດກວ້າງບົດບາດຂອງພາກເອກະຊົນໃນການຊຸກຍູ້ການພັດທະນາຂອງປະເທດຕື່ມອີກ.
ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ສະໜາມບິນສາກົນ ໂນ້ຍບາຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 Commirnaty ຂອງ Pfizer/BioNtech ລວມທັງໝົດ 97.110 ໂດສ. ນີ້ແມ່ນວັກຊິນງວດທຳອິດ ໃນຍອດຈຳນວນວັກຊິນ Pfizer/BioNtech 31 ລ້ານໂດສ ເຊິ່ງ Pfizer ໄດ້ໃຫ້ຄຳໝັ້ນສັນຍາສະໜອງ ໃຫ້ແກ່ ຫວຽດນາມ ໃນປີ 2021.
ຈີນ ແມ່ນປະເທດບ້ານໃກ້ເຮືອນຄຽງສຳຄັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານກັບ ຫວຽດນາມ.
ຍສໝ - ໂດຍປະຕິບັດຕາມທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດ່າວຫງອກຢູງ ໃຫ້ຮູ້ວ່າ: ໃນຕົ້ນເດືອນກໍລະກົດ ຈະຜັນຂະຫຍາຍການໜູນຊ່ວຍໂດຍກົງໃຫ້ແກ່ຄົນງານ ແລະ ວິສາຫະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19.
ຍສໝ - ພາຍຫຼັງການສັກທົດລອງວັກຊິນກັນໂຄວິດ - 19 Nano Covax ຄັ້ງທຳອິດຂອງໄລຍະທີ 3 ໃຫ້ແກ່ຜູ້ອາສາສະໝັກ 1000 ຄົນ, ນັບແຕ່ວັນທີ 2 ກໍລະກົດ ມີຜູ້ອາສາສະໝັກກວ່າ 900 ຄົນ ທຳອິດໄດ້ຮັບການທົດລອງສັກວັກຊິນກັນໂຄວິດ - 19 ຊຶ່ງເປັນວັກຊິນຜະລິດຢູ່ຫວຽດນາມ.
ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຢ່າງດີ ຍ້ອນມີຄວາມມານະພະຍາຍາມ ແລະຄວາມຕັດສິນໃຈຂອງລັດຖະບານ, ນີ້ແມ່ນຄຳຢັ້ງຢືນຂອງທ່ານ Sudo Kazunori ຜູ້ອຳນວຍການໃຫຍ່ Hitachi Asia Vietnam.
ຍສໝ - ໃນສະພາບການຜັນແປທີ່ສັບສົນຂອງການລະບາດພະຍາດ COVID-19, ເສດຖະກິດຂອງຫວຽດນາມ ຍັງຮັກສາລະດັບເຕີບໂຕໄດ້ 5,64%, ເຊິ່ງແມ່ນການເຕີບໂຕທີ່ດີ ເມື່ອທຽບກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ.
ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທງລອງ ເນັ້ນໜັກວ່າ, ນີ້ແມ່ນບັ້ນເຄື່ອນໄຫວສັກວັກຊິນໃຫຍ່ທີ່ສຸດມາຮອດປະຈຸບັນ, ທ່ານຍັງໃຫ້ຮູ້ວ່າ, ໃນເດືອນ ກໍລະກົດ ນີ້, ຫວຽດນາມ ຈະຮັບວັກຊິນກັນໂຄວິດ-19 ຈຳນວນແຕ່ 8 ຫາ 10 ລ້ານໂດສ ແລະ ເຈລະຈາເພື່ອໃຫ້ຄົບ 150 ລ້ານໂດສ ຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາກັບລັດຖະບານ.
ຍສໝ - ສະຖາບັນເຄມີສາດ - ສະຖາບັນບັນດິດວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຫາກໍ່ຄົ້ນຄວ້າວິທີການໃໝ່ສໍາເລັດ ໃນການສັງລວມ ຢາ Favipiravir ສຳລັບການປິ່ນປົວ SARS-CoV-2 ໃນຫ້ອງທົດລອງ.
ໂດຍສືບຕໍ່ບັນດາໝາດຜົນສຳຄັນ ແລະ ມີຄວາມປະທັບໃຈໃນປີ 2020, ເສດຖະກິດມະຫາພາກ ຫວຽດນາມ ສືບຕໍ່ມີສະຖຽນລະພາບ, ການຜະລິດດຳເນີນທຸລະກິດໃນຊຸມເດືອນຕົ້ນປີ ຢູ່ໃນທ່າພັດທະນາຢ່າງຈະແຈ້ງ ແລະ ບັນລຸໄດ້ບັນດາໝາກຜົນທີ່ດີພໍຄວນ.
ຍສໝ - ວັນທີ 27 ມິຖຸນາ, ມີນັກຂ່າວ ແລະ ຜູ້ຊ່ວຍວຽກງານການສື່ມວນຊົນ ປະມານ 50 ຄົນ ຂອງບັນດາຫ້ອງການສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຢູ່ໂຮງໝໍປອດສູນກາງ (ຮ່າໂນ້ຍ).
ກົມຄຸ້ມຄອງຄຸນນະພາບ (ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ) ໃຫ້ຂ່າວວ່າ ຄະນະນັກຮຽນຫວຽດນາມທັງໝົດ 4 ຄົນທີ່ເຂົ້າຮ່ວມການແຂ່ງຂັນໂອລີມປິກວິຊາຄອມພິວເຕີສາກົນປີ 2021 ລ້ວນແຕ່ຍາດໄດ້ຜົນງານສູງດ້ວຍຫຼຽນເງິນ 4 ຫຼຽນ.
ຕອນບ່າຍວັນທີ 29 ມິຖຸນາ, ທີ່ສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງພັກ, ຫ້ອງວ່າການສໍານັກງານປະທານປະເທດ ຈັດຕັ້ງພິທີສົ່ງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດ ແຫ່ງ ສປປ ລາວ ເດີນທາງກັບເມືອປະເທດ, ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງຈົບງາມ.
2 ຝ່າຍໄດ້ສົມທົບກັນຊອກຫາແຫຼ່ງທຶນ ແລະ ຍູ້ໄວການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ທາງຄົມມະນາຄົມຍຸດທະສາດ, ໃນນັ້ນມີເສັ້ນທາງຄວາມໄວສູງຮ່າໂນ້ຍ - ນະຄອນຫຼວງວຽງຈັນ ແລະ ເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ - ວູ້ງອາງ.
ຕອນເຊົ້າວັນທີ 28 ມິຖຸນາ, ພິທີຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ ແລະລັດລາວ ໄດ້ຈັດຕັ້ງຢ່າງສົມກຽດຢູ່ທໍານຽບປະທານປະເທດ. ທ່ານ ຫງວຽນຊວນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະພັນລະຍາ ເປັນປະທານພິທີຕ້ອນຮັບ.
ຍສໝ - ບົດລາຍງານໄດ້ສັງລວມສະຖິຕິບັນດາໝາກຜົນທີ່ບັນລຸໄດ້, ບາງບັນຫາທີ່ຄ້າງຄາຂອງວຽກງານພົວພັນຕ່າງປະເທດປະຊາຊົນເວົ້າລວມ, ຈາກນັ້ນຍົກອອກມາບັນດາຂໍ້ລິເລີ່ມ, ຂໍ້ສະເໜີເພື່ອປັບປຸງ, ພັດທະນາ, ປ່ຽນແປງໃໝ່ ແລະຍົກສູງປະສິດທິຜົນຂອງວຽກງານພົວພັນຕ່າງປະເທດປະຊາຊົນໃນສະພາບການໃໝ່.