ຜັນຂະຫຍາຍ 34 ສະຖານທີ່ຂາຍສິນຄ້າເຄື່ອນທີ່ດ້ວຍລາຄາປົກກະຕິຢູ່ນະຄອນໂຮ່ຈີມິນ

10:13 | 15/07/2021

ແຕ່ວັນທີ 13 ກໍລະກົດ, ເວັບໄຊ Voso.vn (ເວັບໄຊການຄ້າເອເລັກໂຕນິກຂອງບໍລິສັດໃຫຍ່ຫຸ້ນສ່ວນໄປສະນີ Viettel-Viettel Post) ສົມທົບກັບກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ເຂົ້າຮ່ວມລາຍການ “ຂາຍສະບຽງອາຫານເຄືອນທີ່ດ້ວຍລາຄາປົກກະຕິ” ຢູ່ 34 ອົງການໄປສະນີ ແນໃສ່ສະໜອງສະບຽງອາຫານທີ່ຈໍາເປັນຢ່າງຄົບຖ້ວນໃຫ້ຊາວນະຄອນໂຮ່ຈີມິນ ແລະບັນດາແຂວງພາກໃຕ້.

ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການປະຈຳ ICAPP ຄັ້ງທີ 34 ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການປະຈຳ ICAPP ຄັ້ງທີ 34
ໂລກລະບາດ Covid-19 ໄດ້ເກີດຂຶ້ນຢູ່ 34 ປະເທດ ແລະ ເຂດແຄ້ວນໃນໂລກ ໂລກລະບາດ Covid-19 ໄດ້ເກີດຂຶ້ນຢູ່ 34 ປະເທດ ແລະ ເຂດແຄ້ວນໃນໂລກ
ຜັນຂະຫຍາຍ 34 ສະຖານທີ່ຂາຍສິນຄ້າເຄື່ອນທີ່ດ້ວຍລາຄາປົກກະຕິຢູ່ນະຄອນໂຮ່ຈີມິນ
ແຜນທີ່ 34 ອົງການໄປສະນີຂອງ Viettel Post ທີ່ຂາຍສະບຽງອາຫານເຄື່ອນທີ່ດ້ວຍລາຄາປົກກະຕິ. ພາບ: ບ້າວແອັງ.

ຕາມນັ້ນແລ້ວ, ເວັບໄຊ ຫວໍຊໍ່ ຈະສະໜອງສິນຄ້າປະເພດຕ່າງໆ ຄື: ສະບຽງອາຫານ, ຜັກ, ຫົວ, ໝາກໄມ້ ແລະສິ່ງທີ່ຈໍາເປັນຢູ່ 34 ອົງການໄປສະນີ, ສັງກັດ 18 ເມືອງຂອງນະຄອນໂຮ່ຈີມິນ. ບັນດາຜະລິດຕະພັນທີ່ຂາຍຢູ່ສະຖານທີ່ຂາຍເຄື່ອງເຄື່ອນທີ່ດ້ວຍລາຄາປົກກະຕິມີລາຄາຕໍ່າກວ່າ ຫຼື ເທົ່າກັບລາຄາທີ່ໄດ້ກໍານົດຕາມລາຍການໂດຍພະແນກອຸດສາຫະກໍາ ແລະການຄ້ານະຄອນໂຮ່ຈີມິນ ຊີ້ນໍາ. ສະເພາະວັນທີ 13 ກໍລະກົດ, ສິນຄ້າ 13 ໂຕນທໍາອິດໄດ້ແຈກຢາຍເຖິງ 34 ສະຖານທີ່ຂາຍເຄື່ອງເຄື່ອນທີ່ດ້ວຍລາຄາປົກກະຕິຂອງ Viettel Post.

ເພື່ອຮັກສາລາຄາເປັນປົກກະຕິ, ເວັບໄຊການຄ້າເອເລັກໂຕນິກ ຫວໍຊໍ່ ໄດ້ເຊື່ອມຕໍ່ກັບຜູ້ສະໜອງ ແລະຜູ້ຜະລິດເພື່ອມີວິທີດີທີ່ສຸດໃຫ້ແກ່ຜູ້ບໍລິໂພກ. ນອກຈາກນັ້ນ, ຫວໍຊໍ່ ກໍຮັບປະກັນແຫຼ່ງສະໜອງຜະລິດຕະພັນ, ຊ່ວຍໃຫ້ລູກຄ້າ ອຸ່ນອ່ຽນໃຈ, ບໍ່ຕ້ອງຫ່ວງໃຍຍ້ອນຂາດແຄນສິນຄ້າ ຫຼື ສະບຽງອາຫານບໍ່ຮັບປະກັນຄຸນນະພາບ. ເພາະສະນັ້ນ, ຕະຫຼາດສິນຄ້າເວົ້າລວມ ແລະອາຫານສົດປະເພດຕ່າງໆ ຄື: ຜັກ, ຫົວ, ໝາກໄມ້ ເວົ້າສະເພາະ ຈະບໍ່ມີສະພາບລາຄາຂຶ້ນຫຼາຍຄືໃນຊຸມວັນຜ່ານມາ.

ບໍ່ພຽງແຕ່ຮັບປະກັນກ່ຽວກັບການສະໜອງສິນຄ້າ ເທົ່ານັ້ນ, ຫວໍຊໍ່ ຍັງຜັນຂະຫຍາຍ 2 ຮູບການຊື້ສິນຄ້າຢ່າງສະດວກສະບາຍໃຫ້ແກ່ຜູ້ບໍລິໂພກ ຢູ່ນະຄອນໂຮ່ຈີມິນ ອີກດ້ວຍ. ສໍາລັບຮູບການຊື້ສິນຄ້າທາງອອນລາຍ, ລູກຄ້າສາມາດເຂົ້າເວັບໄຊ https://voso.vn/ສິນຄ້າລາຄາປົກກະຕິ ຫຼື ເວັບໄຊການຄ້າເອເລັກໂຕນິກ ຫວໍຊໍ່ ໃນສະມາດໂຟນ, ຄັດເລືອກລາຍຊື່ຜະລິດຕະພັນສັງກັດລາຍການ “ອຸ່ນອ່ຽງໃຈຢູ່ກັບບ້ານ-ທຸກສິ່ງທຸກຢ່າງໂດຍ ຫວໍຊໍ່ ຮັບຜິດຊອບ”. ສຳລັບໃບສັ່ງຊື້ສິນຄ້າບໍ່ເກີນ 5 ກິໂລກຣາມໃນນະຄອນໂຮ່ຈີມິນຈະເສຍຄ່າຂົນສົ່ງ 15.000 ດົ່ງ/ໃບ. ນອກນັ້ນ, ຜູ້ຊື້ຍັງໄດ້ຫຼຸດລາຄາຕື່ມອີກ 15.000 ດົ່ງ ເມື່ອຊໍາລະເງິນຜ່ານແອັບ VNPay. ໂດຍອີງໃສ່ເຕັກໂນໂລຢີ ແລະຕາໜ່າງມອບສົ່ງສິນຄ້າຂອງ Viettel Post, ຫວໍຊໍ່ ສາມາດຫຼຸດຜ່ອນໄລຍະທາງ ແລະເວລາມອບສົ່ງສິນຄ້າ. ຖ້າລູກຄ້າ ສັ່ງຊື້ສິນຄ້າກ່ອນ 11 ໂມງທ່ຽງ, ໃບສັ່ງຊື້ ສິນຄ້າຈະສົ່ງເຖິງມືລູກຄ້າ ກ່ອນເວລາ 16 ໂມງຂອງວັນດຽວກັນ.

ນອກນີ້, ຜູ້ບໍລິໂພກ ສາມາດມາຊື້ສິນຄ້າໂດຍກົງຢູ່ 34 ອົງການໄປສະນີຂອງ Viettel Post ຕາມຂໍ້ມູນຢູ່ທີ່ https://bit.ly/diembinhongiaHCM. ເພື່ອໃຫ້ການຊື້ສິນຄ້າດໍາເນີນຢ່າງວ່ອງໄວ ແລະສະດວກທີ່ສຸດ, ເວັບໄຊການຄ້າເອເລັກໂຕນິກ ຫວໍຊໍ່ ໄດ້ອອກແບບບັນດາຊອງສະບຽງອາຫານທີ່ຫຼາກຫຼາຍ ດ້ວຍປະລິມານເໝາະສົມເພື່ອໃຊ້ໃນຫຼາຍມື້. ຍ້ອນເຫດນັ້ນ, ສາມາດຈໍາກັດການອອກນອກບ້ານຂອງປະຊາຊົນ, ປະຕິບັດການຮັກສາໄລຍະຫ່າງໃນສັງຄົມ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.