ຫວຽດນາມ ມີແຫຼ່ງກຳລັງດ້ານການເງິນຢ່າງພຽງພໍເພື່ອສັກວັກຊິນໃຫ້ແກ່ປະຊາຊົນໝົດທຸກຄົນ

16:35 | 14/07/2021

ຍ​ສ​ໝ - ຕົ້ນ​ເດືອນ​ມິ​ຖຸ​ນາ 2021, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ, ກະ​ຊວງ​ຖະ​ແຫຼງ​ຂ່າວ - ການ​ສື່​ສານ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ການລະດົມໂຄງ​ການ​ສົ່ງ​ຂໍ້​ຄ​ວາມ “ທົ່ວ​ປວງ​ຊົນ​ສະ​ໜັບ​ສະ​ໜູນການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19” ໃນ​ປະ​ຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ມະ​ນຸດ​ສະ​ທຳ​ແຫ່ງ​ຊາດ 1408.

ເພີ່ມ​ທະ​ວີ​ກຳ​ລັງ​ຄວບ​ຄຸມ, ປ້ອງ​ກັນ​ຊາຍ​ແດນ​ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄ​ວິດ - 19 ເພີ່ມ​ທະ​ວີ​ກຳ​ລັງ​ຄວບ​ຄຸມ, ປ້ອງ​ກັນ​ຊາຍ​ແດນ​ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄ​ວິດ - 19
ຫວຽດ​ນາມ​​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ ໂລກ​ລະ​ບາດ​ໂຄ​ວິດ - 19 ໃຫ້​ແກ່ມຽນ​ມາ ຫວຽດ​ນາມ​​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ ໂລກ​ລະ​ບາດ​ໂຄ​ວິດ - 19 ໃຫ້​ແກ່ມຽນ​ມາ
ຫວຽດນາມ ມີແຫຼ່ງກຳລັງດ້ານການເງິນຢ່າງພຽງພໍເພື່ອສັກວັກຊິນໃຫ້ແກ່ປະຊາຊົນໝົດທຸກຄົນ
ທ່ານ ​ໂດ​ວັນ​ຈ​ຽນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽ​ດ​ນາມ

ດ້ວຍ​ເງິນອຸ​ປະ​ຖຳ 115 ຕື້​ດົ່ງ ຈາກໂຄງ​ການ​ສົ່ງ​ຂໍ້​ຄວາມອຸ​ປະ​ຖຳ, 8.082 ຕື້​ດົ່ງຈາກກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ແລະ ແຫຼ່​ງ​ງົບ​ປະ​ມານ​ຈາກ​ລັດ​ຖະ​ບານ, ຫວຽດ​ນາມ ມີແຫຼ່ງ​ກຳ​ລັງດ້ານ​ການ​ເງິນ​ຢ່າງ​ພຽງ​ພໍ​ເພື່ອ​ປະ​ຕິ​ບັດບັ້ນ​ຍຸດ​ທະ​ສາດ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 150 ລ້ານ​ໂດສ ໃຫ້​ແກ່​ປະ​ຊາ​ຊົນ.​

ຂໍ້​ມູນ​ດັ່ງ​ກ່າວ ໂດຍທ່ານ ​ໂດ​ວັນ​ຈ​ຽນ - ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽ​ດ​ນາມ ໄດ້​ຍົກ​ອອກ​ມາ​ຢູ່​ພິ​ທີ​ປະ​ກາດ​ບັ້ນ​ນຳ​ໃຊ້​ງົ​ບ​ປະ​ມານ​ຜ່ານ​ການ​ສົ່ງ​ຂໍ້​ຄວາມ​ສະ​ໜັບ​ສະ​ໜູນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຄັ້ງ​ທີ 1 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ກໍ​ລະ​ກົດ ຢູ່​ຮ່າ​ໂນ້ຍ.

ຕົ້ນ​ເດືອນ​ມິ​ຖຸ​ນາ 2021, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ, ກະ​ຊວງ​ຖະ​ແຫຼງ​ຂ່າວ - ການ​ສື່​ສານ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ການລະດົມໂຄງ​ການ​ສົ່ງ​ຂໍ້​ຄ​ວາມ “ທົ່ວ​ປວງ​ຊົນ​ສະ​ໜັບ​ສະ​ໜູນການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19” ໃນ​ປະ​ຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ມະ​ນຸດ​ສະ​ທຳ​ແຫ່ງ​ຊາດ 1408.

ມາ​ຮອດ​ວັ​ນ​ທີ 13 ກໍ​ລ​ະ​ກົດ, ພາຍຫຼັງຜັ​ນ​ຂະ​ຫຍາຍ​ມາ​ເປັນ​ເວ​ລາ 40 ວັນ, ໂຄງ​ການ​ຮັບ​ໄດ້​ຂໍ້​ຄວາມ 2,5 ລ້ານ​ຂໍ້ຄວາມ, ດ້ວຍຍອດ​ເງິນ​ອຸ​ປະ​ຖຳ​ໃຫ້​ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ຂອງ​ລັດ​ຖະ​ບານ ແມ່ນ 115 ຕື້ດົ່ງ.

ຕາມ​ທ່ານ ໂດ​ວັນ​ຈຽນ ແລ້ວ, ພາຍ​ໃຕ້​ວິ​ວັດ​ການ​ຕິດ​ຕາມກວດ​ກາຂອງແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ສະ​ມາ​ຊິກແລ້ວ, ຈຳ​ນວນ​ເງິນນີ້​ຈະ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ໂປງໃສ, ເປີດ​ເຜີຍ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ມີ​ໂອ​ກາດ​ສຳ​ຜັດ​ກັບ​ວັກ​ຊິນ​ຢ່າງ​ສະ​ເໝີ​ພາບ.

ຕາງ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ໂຄງ​ການ, ທ່ານ ໂດ​ວັນ​ຈ​ຽນ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ ​ກຸ​ສົນ, ວິ​ສາ​ຫະ​ກິດ, ພໍ່​ແມ່​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ຊາວ​ຕ່າງ​ປະ​ເທດທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່ ຫ​ວຽດ​ນາມ ທີ່ໄດ້​ອຸ​ປະ​ຖຳ​ເງິນ​ໃຫ້​ແກ່ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ຂອງ ຫ​ວຽດ​ນາມ​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.