ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

17:14 | 29/06/2021

2 ຝ່າຍໄດ້ສົມທົບກັນຊອກຫາແຫຼ່ງທຶນ ແລະ ຍູ້ໄວການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ທາງຄົມມະນາຄົມຍຸດທະສາດ, ໃນນັ້ນມີເສັ້ນທາງຄວາມໄວສູງຮ່າໂນ້ຍ - ນະຄອນຫຼວງວຽງຈັນ ແລະ ເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ - ວູ້ງອາງ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ພິທີຕ້ອນຮັບທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ພິທີຕ້ອນຮັບທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
ການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ກັບ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ພາບ: vietnamnet.vn

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ທີ່ພວມຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເຫັນດີເປັນເອກະພາບສູງກ່ຽວກັບທິດທາງຮ່ວມມືໃນໄລຍະທີ່ຈະມາເຖິງໃນທຸກຂົງເຂດ; ສົມທົບກັນຜັນຂະຫຍາຍບັນດາໂຄງການຮ່ວມມືສຳຄັນລະຫວ່າງ 2 ປະເທດ.

ກ່ຽວກັບໂຄງການຮ່ວມມືພັດທະນາທ່າກ່ຳປັ່ນ ວູ້ງອາງ 1,2,3, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຊົມເຊີຍບໍລິສັດທ່າກ່ຳປັ່ນສາກົນລາວ-ຫວຽດນາມ ທີ່ບັນລຸການເຕີບໂຕດີ, ໄດ້ນຳການຂົນສົ່ງຄອນເທັນເນີທຳອິດເຂົ້າສູ່ການເຄື່ອນໄຫວເມື່ອເດືອນ ເມສາ ຜ່ານມາ. 2 ຝ່າຍໄດ້ສົມທົບກັນຊອກຫາແຫຼ່ງທຶນ ແລະ ຍູ້ໄວການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ທາງຄົມມະນາຄົມຍຸດທະສາດ, ໃນນັ້ນມີເສັ້ນທາງຄວາມໄວສູງຮ່າໂນ້ຍ - ນະຄອນຫຼວງວຽງຈັນ ແລະ ເສັ້ນທາງລົດໄຟ ນະຄອນຫຼວງວຽງຈັນ - ວູ້ງອາງ. ການນຳ 2 ທ່ານໄດ້ເຫັນດີຜັນຂະຫຍາຍສວນສາທາລະນະມິດຕະພາບລາວ - ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໂດຍໄວ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ ໃນປີ 2022.

ການນຳ 2 ທ່ານ ກໍ່ໄດ້ແບ່ງປັນ, ຕີລາຄາກ່ຽວກັບບາງບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ ແລະ ມີປະສິດທິຜົນ. 2 ຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນ, ປະກອບສ່ວນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

vovworld.vn

ເຫດການ
302 Found

Found

The document has moved here.