ປະສິດທິຜົນແຫ່ງການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ແມ່ນບໍ່ອາດປະຕິເສດໄດ້

13:15 | 12/07/2021

ໃນບົດຂຽນລົງວັນທີ 9 ກໍລະກົດ, Sputnik ໄດ້ຊີ້ແຈ້ງວ່າປະສິດທິຜົນແຫ່ງການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ແມ່ນບໍ່ອາດປະຕິເສດໄດ້.

ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19 ແຂວງຮ່າຕີ້ງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ແກ່ແຂວງບໍລິຄໍາໄຊ ສປປ.ລາວ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ -19
ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19
ປະສິດທິຜົນແຫ່ງການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ແມ່ນບໍ່ອາດປະຕິເສດໄດ້
ພາບປະກອບຄັດຈາກ: dangcongsan.vn.

ເຖິງວ່າພະຍາດແຜ່ລະບາດຄັ້ງທີ 4 ກໍາລັງຜັນແປສັບສົນຫຼາຍຢ່າງຢູ່ຫວຽດນາມ ດ້ວຍໄວຣັດສາຍພັນໃໝ່ SARS-CoV-2 ເຮັດໃຫ້ພະຍາດແຜ່ລະບາດໄວກວ່າ, ອັດຕາຜູ້ຕິດພະຍາດສູງກວ່າກໍ່ຕາມ, ແຕ່ຫວຽດນາມ ຍັງແມ່ນໜຶ່ງໃນຈໍານວນໜ້ອຍປະເທດໄດ້ຮັບການຕີລາຄາວ່າຕ້ານພະຍາດໂຄວິດ-19 ສໍາເລັດຜົນດ້ວຍອັດຕາຜູ້ຕິດເຊື້ອ ແລະເສຍຊີວິດແມ່ນໜ້ອຍທີ່ສຸດຢູ່ໃນໂລກ.

ບົດຂຽນຢັ້ງຢືນວ່າ: “ຫວຽດນາມ ຍັງບໍ່ທັນແມ່ນປະເທດຮັ່ງມີ, ມີພື້ນຖານເສດຖະກິດເຂັ້ມແຂງ, ບໍ່ທັນແມ່ນປະເທດທີ່ມີວັດຖຸອຸປະກອນການແພດທັນສະໄໝ, ແຕ່ປະຈຸບັນ, ຫວຽດນາມ ໄດ້ ແລະກໍາລັງກາຍເປັນປະເທດພົ້ນເດັ່ນຢູ່ໂລກໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ເມື່ອເວົ້າວ່າຫວຽດນາມ ຄວບຄຸມພະຍາດມີປະສິດທິຜົນແຖວໜ້າຢູ່ໂລກດ້ວຍອັດຕາຜູ້ຕິດເຊື້ອ ແລະເສຍຊີວິດຕໍ່າແມ່ນຍ້ອນ “ໂຊກດີ” ນັ້ນແມ່ນຂາດພາວະວິໄສ ແລະບໍ່ເຫັນກວ້າງມອງໄກ”.

la.qdnd.vn

ເຫດການ
302 Found

Found

The document has moved here.