ເສດຖະກິດຫວຽດນາມ ເຕີບໂຕດີພໍສົມຄວນໃນ 6 ເດືອນຕົ້ນປີ 2021

08:51 | 04/07/2021

ຍສໝ - ໃນສະພາບການຜັນແປທີ່ສັບສົນຂອງການລະບາດພະຍາດ COVID-19, ເສດຖະກິດຂອງຫວຽດນາມ ຍັງຮັກສາລະດັບເຕີບໂຕໄດ້ 5,64%, ເຊິ່ງແມ່ນການເຕີບໂຕທີ່ດີ ເມື່ອທຽບກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ.

ຫວຽດນາມຊຸກຍູ້ການເຊື່ອມໂຍງເສດຖະກິດສາກົນ ເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ຫວຽດນາມຊຸກຍູ້ການເຊື່ອມໂຍງເສດຖະກິດສາກົນ ເພື່ອສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາແບບຍືນຍົງໃນພາກພື້ນ
ຫວຽດນາມຢັ້ງຢືນຄວາມສຳຄັນຂອງເສດຖະກິດໝູນວຽນ ຫວຽດນາມຢັ້ງຢືນຄວາມສຳຄັນຂອງເສດຖະກິດໝູນວຽນ

ໂດຍສືບຕໍ່​ບັນ​ດາໝາກຜົນທີ່ສຳຄັນ ແລະ ໜ້າປະທັບໃຈໃນປີ 2020, ເສດຖະກິດມະຫາພາກຂອງຫວຽດນາມ ສືບຕໍ່ມີສະ​ຖຽນ​ລະ​ພາບ; ການຜະລິດ ແລະ ທຸລະກິດໃນຊຸມເດືອນທຳອິດຂອງປີ ໄດ້ມີ​ການຟື້ນຕົວຢ່າງຈະແຈ້ງ ແລະ ບັນລຸໝາກຜົນທີ່ດີ​ພໍ​ສົມ​ຄວນ. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກ ​ທີ່​ການ​ຖະ​ແຫຼງຂ່າວເພື່ອປະກາດສະຖິຕິເສດຖະກິດ - ສັງຄົມ ປະ​ຈຳໄຕມາດທີ 2 ແລະ 6 ເດືອນຕົ້ນປີ 2021 ໂດຍກົມໃຫຍ່ສະຖິຕິ ໃນວັນທີ 29 ມິຖຸນາ.

ເສດຖະກິດຫວຽດນາມ ເຕີບໂຕດີພໍສົມຄວນໃນ 6 ເດືອນຕົ້ນປີ 2021
ເສດຖະກິດຫວຽດນາມ ເຕີບໂຕດີພໍສົມຄວນໃນ 6 ເດືອນຕົ້ນປີ 2021. (ພາບປະກອບ: Vietnamnet)

ຕາມນັ້ນແລ້ວ, GDP ຂອງຫວຽດນາມໃນໄຕມາດ 2 ປີ 2021 ເພີ່ມຂຶ້ນ 6,61% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໂດຍທົ່ວໄປ, GDP ໃນ 6 ເດືອນຕົ້ນປີ 2021 ເພີ່ມຂຶ້ນ 5,64% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອີງຕາມຜູ້ຕາງໜ້າຂອງກົມໃຫຍ່ສະຖິຕິ​ແລ້ວ, ໃນສະພາບການທີ່ມີການຜັນແປຢ່າງສັບສົນຂອງການລະບາດຂອງພະຍາດ COVID-19, ເສດຖະກິດຂອງຫວຽດນາມ ຍັງຮັກສາລະດັບ​ການເຕີບໂຕໄດ້ 5,64% ແລະ ນີ້ແມ່ນລະດັບເຕີບໂຕທີ່ດີ​ພໍ​ສົມ​ຄວນ ຖ້າທຽບໃສ່ກັບປະເທດອື່ນໆໃນພາກພື້ນ ແລະ ໃນໂລກ; ເສດຖະກິດມະຫາພາກມີສະຖຽນລະພາບ, ອັດຕາເງິນເຟີ້ ໄດ້ຮັບການຄວບຄຸມໃນລະດັບຕໍ່າ.

ການສະໜອງ ແລະ ຄວາມຕ້ອງການສິນຄ້າພາຍໃນປະເທດ ໄດ້​ຮັບ​ການຮັບປະກັນ, ການຈັດຊື້ສິນຄ້າ, ການບໍ​ລິ​ໂພກ ແລະ ການສົ່ງອອກເພີ່ມຂື້ນ​ສູງ. ຂົງເຂດກະສິກຳ, ປ່າໄມ້ ແລະ ການປະມົງມີລະດັບເຕີບໂຕສູງ​ພໍ​ສົມ​ຄວນ ເຊິ່ງ​ເປັນ​ການຢືນຢັນວ່າ ການ​ຫັນ​ປ່ຽນໂຄງປະກອບ​ຂອງ​ຂະ​ແໜງ​ການ ມີຄວາມປະສິດທິຜົນ, ຮັບປະກັນການສະໜອງສະບຽງອາຫານ ແລະ ສິນຄ້າທີ່ຈຳເປັນ.

ມູນຄ່າການສົ່ງອອກສິນຄ້າໃນ 6 ເດືອນຕົ້ນປີ ກໍ່ບັນລຸ 157,63 ຕື້ USD, ເພີ່ມຂຶ້ນ 28,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄວາມຕ້ອງການສິນຄ້າໃນຕະຫລາດໂລກ ກຳລັງຟື້ນຕົວ ແລະ ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ຍູ້ແຮງການສົ່ງອອກ, ໂດຍສະເພາະແມ່ນບັນດາວິສາຫະກິດ ເພື່ອໜູນໃຊ້ສັນຍາການຄ້າເສລີທີ່ໄດ້ລົງນາມເປັນຢ່າງດີ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.