ປີ 2021, ຂອບຂະໜາດເສດຖະກິດຂອງຫວຽດນາມ​ອາດບັນລຸ 500 ຕື້ USD

17:10 | 11/07/2021

ຍສໝ - ຕາມການວິເຄາະຂອງ ໜັງສືພິມ Sputnik (ລັດເຊຍ) , ມີ​ສັນ​ຍານຫຼາຍ​ຢ່າງຊີ້ໃຫ້ເຫັນວ່າຂອບຂະໜາດເສດຖະກິດຂອງຫວຽດນາມອາດຈະບັນລຸ 500 ຕື້ USD ໃນທ້າຍປີ 2021...

ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ​ໃນ 6 ເດືອນ​ຕົ້ນ​ປີ 2021 ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ​ໃນ 6 ເດືອນ​ຕົ້ນ​ປີ 2021
ມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸ 904 ລ້ານໂດລາ ມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2021 ບັນລຸ 904 ລ້ານໂດລາ
ພາບປະກອບ
ພາບປະກອບ

ບົດຂຽນໄດ້ຄັດສະເໜີບົດລາຍງານການປະເມີນຂອງທະນາຄານພັດທະນາສິງກະໂປ (DBS) ເຊິ່ງໄດ້​ໃຫ້​ຂໍ້​ສັງ​ເກດວ່າ ເສດຖະກິດຂອງຫວຽດນາມມີຄວາມສາມາດບົ່ມຊ້ອນທີ່ຈະຂະຫຍາຍຕົວໄດ້ໃນລະດັບ 6 - 6,5% ໃນທົດສະວັດຕໍ່ໄປ, ເນື່ອງຈາກມີການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ແລະເພີ່ມສະມັດຕະພາບການຜະລິດຢ່າງ​ແຮງ.

ຖ້າຮັກສາລະດັບການເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍຢູ່ໃນລະດັບ 6 - 6,5%, ພື້ນຖານເສດຖະກິດຫວຽດນາມຈະໃຫຍ່ກ່ວາຂອບຂະໜາດເສດຖະກິດຂອງ ສິງກະໂປ ໃນ 10 ປີຕໍ່ໜ້າ.

ຄວາມຈິງ, ໃນປີ 2020, ຂອບຂະໜາດພື້ນ​ຖານເສດຖະກິດຂອງຫວຽດນາມ ບັນລຸ​ໄດ້ປະມານ 343 ຕື້ USD, ຢືນຢູ່ອັນ​ດັ​ບ 40 ໃນບັນຊີລາຍຊື່ປະເທດທີ່ມີພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ແລະຢືນອັນດັບທີ 4 ໃນອາຊຽນ. ເຖິງວ່າຈະມີການລະບາດຂອງ Covid-19 ກໍ່​ຕາມ, ແຕ່ເສດຖະກິດຂອງຫວຽດນາມຍັງມີການເຕີບໂຕ, ຢືນຢັນ​ທີ່​ຕັ້ງທີ່ເຂັ້ມແຂງໃນ 4 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ຖັດຈາກອິນໂດເນເຊຍ, ໄທ ແລະຟີລິບປິນ.

ເນື່ອງຈາກການຂະຫຍາຍຕົວຂອງເສດຖະກິດທີ່ເປັນໜ້າປະຫລາດໃຈ ເຖິງວ່າຈະມີຜົນກະທົບຈາກໂລກລະບາດ Covid-19, ແຕ່ຫວຽດນາມກໍ່​ຍັງໄດ້ສະແດງໃຫ້ເຫັນຄວາມບຸກທະລຸທີ່ໜ້າຊົມເຊີຍ. ໃນສະພາບການໂລກລະບາດໄດ້ແຜ່​ລ​ະ​ບາດທົ່ວໂລກ, ຫວຽດນາມໄດ້ມີນະໂຍບາຍເງິນຕາ ແລະປີ​ການ​ເງິນຢ່າງຕັ້ງໜ້າ ເພາະສະນັ້ນຈຶ່ງມີການເຕີບໂຕທາງດ້ານເສດຖະກິດໃນທາງບວກ. ​ພື້ນ​ຖານເສດຖະກິດຫວຽດນາມ ກໍ່ຍັງມີຄວາມ​ສາ​ມາດ​ຕ້ານ​ທານ ແລະ ຮັກສາການເຕີບໂຕຂອງການສົ່ງອອກທີ່ສູງ ເຊິ່ງນີ້ແມ່ນບັນດາມໍລະດົກສຳຄັນທີ່​ສຸດ.

ໄຊພອນ

ເຫດການ
302 Found

Found

The document has moved here.