ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ

14:46 | 07/07/2021

ຈີນ ແມ່ນປະເທດບ້ານໃກ້ເຮືອນຄຽງສຳຄັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານກັບ ຫວຽດນາມ.

ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດຊາຍ​ແດນ​ແຫ່ງ​ຊາດ ໄປ​ພ້ອມ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​​ເຂດຊາຍ​ແດນ​ແຫ່ງ​ຊາດ ໄປ​ພ້ອມ​ກັບ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ທະ​ເລ​ຕາ​ເວັນ​ອອກ: ການ​ເຈ​ລະ​ຈາ ແລະ ບັນ​ດາ​ການ​ກະ​ທຳ​​ຂູ່ເຂັນແບບ​ໃໝ່ ທະ​ເລ​ຕາ​ເວັນ​ອອກ: ການ​ເຈ​ລະ​ຈາ ແລະ ບັນ​ດາ​ການ​ກະ​ທຳ​​ຂູ່ເຂັນແບບ​ໃໝ່
ໜ້າຫຼັກ/ຂ່າວເດັ່ນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ. ພາບ:TTXVN

ໂດຍໄດ້ຮັບຄຳເຊື້ອເຊີນຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ຕອນຄ່ຳວັນທີ 6 ກໍລະກົດ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດທາງອອນລາຍ ລະຫວ່າງ ພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນທົ່ວໂລກ. ກອງປະຊຸມມີຫົວຂໍ້ “ເພື່ອຄວາມຜາສຸກຂອງປະຊາຊົນ, ຄວາມຮັບຜິດຊອບຂອງພັກການເມືອງ”, ຄາດຄະເນວ່າຈະມີການເຂົ້າຮ່ວມຂອງຜູ້ແທນ ປະມານ 10 ພັນຄົນ ທີ່ມາຈາກ 500 ພັກການເມືອງ ແລະ ອົງການຈັດຕັ້ງໃນໂລກ.

ຈີນ ແມ່ນປະເທດບ້ານໃກ້ເຮືອນຄຽງສຳຄັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານກັບ ຫວຽດນາມ. ສອງພັກໄດ້ສ້າງຕັ້ງການພົວພັນ ນັບແຕ່ຊຸມວັນທຳອິດເມື່ອສ້າງຕັ້ງຂຶ້ນ ແລະ ມີການພົວພັນທີ່ສະໜິດແໜ້ນໃນຕະຫຼອດໄລຍະປະຫວັດສາດຂອງທັງສອງພັກ. ເລື່ອງພັກກອມມູນິດ ຫວຽດນາມ ຈັດສົ່ງຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ ແມ່ນໂອກາດເພື່ອຍົກສູງທີ່ຕັ້ງບົດບາດບົນເວທີສາກົນ ຂອງ ຫວຽດນາມ ແລະ ພັກກອມມູນິດ ຫວຽດນາມ, ສະແດງໃຫ້ເຫັນແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ຂອງພັກ ແລະ ລັດ ກັບເພື່ອນມິດສາກົນ, ສະແດງໃຫ້ເຫັນຄວາມເຄົາລົບນັບຖືຂອງເຮົາຕໍ່ ຈີນ ແລະ ການພົວພັນສອງພັກ, ສອງລັດ ຫວຽດນາມ - ຈີນ, ມີເຈດຕະນາດີ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງປອດໄສ ແລະ ໝັ້ນຄົງ. ພິເສດ, ເລື່ອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເຂົ້າຮ່ວມ ແລະ ມີບົດກ່າວປາໄສຢູ່ກອງປະຊຸມກໍ່ຄືຢັ້ງຢືນ ຄວາມເຄົາລົບນັບຖືຂອງ ພັກກອມມູນິດ ຫວຽດນາມ ຢູ່ໃນລະດັບສູງສຸດ ຕໍ່ພັກກອມມູນິດ ຈີນ, ການພົວພັນສອງພັກ, ສອງລັດ ຫວຽດນາມ - ຈີນ, ສະແດງໃຫ້ເຫັນວ່າ ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຖືການພົວພັນຕ່າງປະເທດຜ່ານຊ່ອງທາງຂອງພັກ ເປັນສຳຄັນ, ບົນພື້ນຖານສະເໝີພາບ, ເຄົາລົບນັບຖືເຊິ່ງກັນແລະກັນ, ພ້ອມແລ້ວທີ່ຈະພ້ອມກັບບັນດາພັກການເມືອງ, ບັນດາປະເທດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃຈບັນດາວຽກງານລວມຂອງໂລກ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນທົ່ວໂລກ, ຊຸກຍູ້ການເສີມຂະຫຍາຍບົດບາດຂອງບັນດາພັກ ໃນການພັດທະນາ ແລະ ຍົກສູງຊີວິການເປັນຢູ່ຂອງປະຊາຊົນຢູ່ແຕ່ລະປະເທດ.

vovworld.vn

ເຫດການ
302 Found

Found

The document has moved here.