ທ່ານ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກເລ​ຮ່​ວາຍ​ຈຸງເຮັດ​ວຽກ​ກັບ​ສະ​ຫະ​ພັນ​ມິດ​ຕະ​ພາບ

11:56 | 28/06/2021

ຍ​ສ​ໝ - ​ບົດ​ລາຍ​ງານ​ໄດ້​ສັງ​ລວ​ມ​ສະ​ຖິ​ຕິ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ບາງ​ບັນ​ຫາ​ທີ່​ຄ້າງ​ຄາ​ຂອງວຽກ​ງານ​ພົວ​ພັ​ນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນເວົ້າ​ລວມ, ຈາກ​ນັ້ນ​ຍົກ​ອອກ​ມາ​ບັນ​ດາ​ຂໍ້​ລິ​ເລີ່ມ, ຂໍ້​ສະ​ເໜີ​ເພື່ອ​ປັບ​ປຸງ, ພັດ​ທະ​ນາ, ປ່ຽນ​ແປງ​ໃໝ່ ແລະຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານພົວ​ພັ​ນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ໃນ​ສະ​ພາບການ​ໃໝ່.

Danh Chanh Da - ນັກ​ຂ່າວຊາວ​​ເຜົ່າຂະ​ແມ ທີ່​ໄດ້​ຮັບຫຼຽນ​ໄຊ​ຮ່ວມ​ມື​ມິດ​ຕະ​ພາບ​ສາ​ກົນ Danh Chanh Da - ນັກ​ຂ່າວຊາວ​​ເຜົ່າຂະ​ແມ ທີ່​ໄດ້​ຮັບຫຼຽນ​ໄຊ​ຮ່ວມ​ມື​ມິດ​ຕະ​ພາບ​ສາ​ກົນ
ວຽກງານ​ໜູນ​ຊ່ວຍຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດ: ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ສະ​ພາບ​ການ​ໃໝ່ ວຽກງານ​ໜູນ​ຊ່ວຍຂອງ​ອົງ​ການ​ຈັດ​ຕັ້ງ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຕ່າງ​ປະ​ເທດ: ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ສະ​ພາບ​ການ​ໃໝ່
ທ່ານ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກເລ​ຮ່​ວາຍ​ຈຸງເຮັດ​ວຽກ​ກັບ​ສະ​ຫະ​ພັນ​ມິດ​ຕະ​ພາບ
ທ່ານຟານ​ແອັງ​ເຊີນ ຮອງ​ປະ​ທານເລ​ຂາ​ທິ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບຫວຽດ​ນາ​ມ​ ໄດ້​ລາຍ​ງານ​ຕໍ່​ທ່ານເລ​ຮ່​ວາຍ​ຈຸງ​ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ພົວ​ພັນ​ຕ່າງ​ປະ​ເທດ

ຫວ່າງ​ແລ້ວນີ້, ຢູ່​ຮ່າ​ໂນ້ຍ, ຄະ​ນະຜູ້​ແທນ​ຄະ​ນະ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກໂດຍ​ທ່ານເລ​ຮ່​ວາຍ​ຈຸງ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນມາ​ຢ້ຽມ​ຢາມແລະເຮັດ​ວຽກ​ຢູ່ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບຫວຽດ​ນາມ.

ທີ່​ການ​ເຮັດ​ວຽກ, ໂດຍ​ຕາ​ງ​ໜ້າ​ການ​ນຳ​ສະ​ຫະ​ພັນບັນ​ດາອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ, ທ່ານຟານ​ແອັງ​ເຊີນ ຮອງ​ປະ​ທານເລ​ຂາ​ທິ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບຫວຽດ​ນາ​ມ​ ໄດ້​ລາຍ​ງານ​ຕໍ່​ທ່ານເລ​ຮ່​ວາຍ​ຈຸງ​ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ພົວ​ພັນ​ຕ່າງ​ປະ​ເທດກ່ຽວ​ກັບບັນ​ດາ​ບາດ​ກ້າວ​ເຕີບ​ໃຫຍ່ ແລະພັດ​ທະ​ນາ​ຂອງ ສະ​ຫະ​ພັນ​ບັນ​ດາອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ​ໃນ​ໄລ​ຍະ​ເວ​ລາ​ເກືອບ 30 ປີ​ທີ່​ຜ່ານ​ມາແລະຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ ສະ​ຫະ​ພັນ​ບັນ​ດາອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບໃນ​ໄລ​ຍະ 2021 – 2025, ວິ​ໄສ​ທັດ 2030.

​ບົດ​ລາຍ​ງານ​ໄດ້​ສັງ​ລວ​ມ​ສະ​ຖິ​ຕິ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ບາງ​ບັນ​ຫາ​ທີ່​ຄ້າງ​ຄາ​ຂອງວຽກ​ງານ​ພົວ​ພັ​ນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນເວົ້າ​ລວມ, ຈາກ​ນັ້ນ​ຍົກ​ອອກ​ມາ​ບັນ​ດາ​ຂໍ້​ລິ​ເລີ່ມ, ຂໍ້​ສະ​ເໜີ​ເພື່ອ​ປັບ​ປຸງ, ພັດ​ທະ​ນາ, ປ່ຽນ​ແປງ​ໃໝ່ ແລະຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານພົວ​ພັ​ນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ໃນ​ສະ​ພາບການ​ໃໝ່.

ທ່ານເລ​ຮ່​ວາຍ​ຈຸງຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕາງ​ປະ​ເທດສູນ​ກາງໄດ້​ເນັ້ນ​ໜັກ​ວ່າ: ສະ​ຫະ​ພັນບັນ​ດາອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຕ້ອງ​ກຳ​ນົດ​ເປົ້າ​ໝາຍ​ຢ່າງ​ຈະ​ແຈ້ງ, ຄົ້ນ​ຄ້​ວາ​ວິ​ທີ​ການ​ເຄື່ອນ​ໄຫວພ້ອມ​ທັງ​ຍົກ​ອອກ​ມາ​ບັນ​ດາ​ການ​ຄາດ​ຄະ​ເນ, ຈຳ​ແນກ​ເປົ້າ​ໝາຍ​ໃນ​ແຕ່​ລະ​ຂົງ​ເຂດ​ໜ້າ​ທີ່​ລະ​ອຽດ…

ໃນ​ໂອ​ກາດນີ້, ທ່ານເລ​ຮ່​ວາຍ​ຈຸງ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງໄດ້​ມາ​ຢ້ຽມ​ຢາມ​ຫ້ອງ​ມູນ​ເຊື້ອ​ສະ​ຫະ​ພັນ​ມິ​ດ​ຕະ​ພາບ, ຮັບ​ຟັງ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດຫງວຽນ​ເຟືອງ​ງາ, ປະ​ທານ​ສະ​ຫະ​ພັນ​ມິດ​ຕະ​ພາບແນ​ະ​ນຳ​ບັນ​ດາ​ພາບ​ພົດ, ເອ​ກະ​ສານ, ວັດ​ຖຸ​ທີ່​ຕິດ​ພັນ​ກັບ​ໄລ​ຍະ​ທາງ​ກໍ່​ສ້າງແລະເຕີບ​ໃຫຍ່​ຂອງສະ​ຫະ​ພັນ​ມິດ​ຕ​ະ​ພາບ, ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນຂອງ ສ​ະ​ຫະ​ພັນ​ມິດ​ຕະ​ພາບຕໍ່​ພາ​ລະ​ກິດ​ປະ​ຕິ​ວັດແລະປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.