ຫວຽດນາມ ແມ່ນທ້ອງຕະຫຼາດອັນດັບໜຶ່ງທີ່ວິສາຫະກິດອາຊຽນ ໄດ້ຊອກຫາ ເພື່ອເປີດກວ້າງການດຳເນີນທຸລະກິດ

12:04 | 13/07/2021

ຍສໝ - ທ່ານນາງ Michele Wee, ຜູ້ອຳນວຍການໃຫຍ່ທະນາຄານ Standard Chartere VietNam ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ໄດ້ສືບຕໍ່ນຳບັນດາກາລະໂອກາດດຳເນີນທຸລະກິດ ແລະ ການລົງທຶນທີ່ ໜ້າສົນໃຈ ຍ້ອນບັນດາພື້ນຖານທີ່ເຂັ້ມແຂງ, ຄວາມໄວໃນການເຕີບໂຕເສດຖະກິດສູງ, ທ້ອງຕະຫຼາດ ພາຍໃນປະເທດນັບມື້ນັບໄດ້ຮັບການເປີດກວ້າງ, ຄ່າແຮງງານຕໍ່າ ແລະ ມີກຳລັງແຮງງານຢ່າງຫຼວງຫຼາຍ, ເຂົ້າຮ່ວມໃນສັນຍາການຄ້າເສລີຫຼາຍສະບັບ ແລະ ມີຍຸດທະສາດທີ່ຕັ້ງພູມສາດຍຸດທະສາດ.

ໃນຕົ້ນເດືອນກໍລະກົດ ຈະຜັນຂະຫຍາຍການໜູນຊ່ວຍຄົນງານ ແລະ ວິສາຫະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ໃນຕົ້ນເດືອນກໍລະກົດ ຈະຜັນຂະຫຍາຍການໜູນຊ່ວຍຄົນງານ ແລະ ວິສາຫະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19
ກາລະໂອກາດ ແລະຄວາມສາມາດບົ່ມຊ້ອນໃນການລົງທຶນຢູ່ຫວຽດນາມ ຂອງວິສາຫະກິດສິງກະໂປ ກາລະໂອກາດ ແລະຄວາມສາມາດບົ່ມຊ້ອນໃນການລົງທຶນຢູ່ຫວຽດນາມ ຂອງວິສາຫະກິດສິງກະໂປ

ທະນາຄານ Standard Chartere VietNam ໄດ້ເປີດເຜີຍຜົນຂອງການສຳຫຼວດ "ການດຳເນີນທຸລະກິດບໍ່ມີພົມແດນ: ແລວທາງການຄ້າພາຍໃນກຸ່ມອາຊຽນ" ໃນນັ້ນໄດ້ມີການພິຈາລະນາເຖິງບັນດາກາລະໂອກາດທີ່ອາດຊຸກຍູ້ວິວັດການເຕີບໂຕຂ້າມຊາຍແດນໃນພາກພື້ນ.

ຫວຽດນາມ ແມ່ນທ້ອງຕະຫຼາດອັນດັບໜຶ່ງທີ່ວິສາຫະກິດອາຊຽນ ໄດ້ຊອກຫາ ເພື່ອເປີດກວ້າງການດຳເນີນທຸລະກິດ
(ພາບປະກອບ: vietnamplus)

ກ່ຽວກັບບັນດາທ້ອງຕະຫລາດເປົ້າໝາຍໃນອາຊຽນ, 80% ຂອງວິສາຫະກິດທີ່ໄດ້ສຳຫຼວດ ໄດ້ໃຫ້ຮູ້ວ່າ ພວກເຂົາກຳລັງສຸມໃສ່ການເປີດກວ້າງການດຳເນີນງານຢູ່ສິງກະໂປ, 60% ມຸ່ງໄປສູ່ປະເທດໄທ ແລະ 59% ມຸ່ງໄປສູ່ປະເທດຫວຽດນາມ. ປະເທດສິງກະໂປ ໄດ້ຮັບຖືວ່າເປັນຕະຫຼາດທີ່ໜ້າສົນໃຈໃນການສ້າງຕັ້ງສຳນັກງານ, ຫ້ອງການຄ້າຂາຍ ແລະ marketing (79%) ແລະ ບັນດາສູນ R&D (ການຄົ້ນຄວ້າ ແລະ ການພັດທະນາ) ແລະ ສູນປະດິດສ້າງໃນລະດັບພາກພື້ນ (73%).

ບັນດາວິສາຫະກິດທີ່ເຂົ້າຮ່ວມການສຳຫຼວດ ຍັງຊີ້ແຈ້ງໃຫ້ເຫັນຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍຢ່າງໃນພາກພື້ນ. ໃນນັ້ນ, ຄວາມສ່ຽງສາມຢ່າງໃຫຍ່ທີ່ສຸດແມ່ນ ບັນຫາການລະບາດຂອງພະຍາດ COVID-19 ແລະ ບັນຫາທີ່ກ່ຽວຂ້ອງກັບສຸຂະພາບ (75%), ຄວາມຂາດສະຖຽນລະພາບທາງດ້ານການເມືອງ ແລະ ຂໍ້ຂັດແຍ່ງທາງການຄ້າ (60%), ການຟື້ນຕົວຂອງພື້ນຖານເສດຖະກິດຊັກຊ້າ ແລະ ຄວາມຕ້ອງການໃນການບໍລິໂພກຫຼຸດລົງ (49%).

ຜູ້ນຳວິສາຫະກິດທີ່ເຂົ້າຮ່ວມການສຳຫຼວດ ກ່າວວ່າ ຕ້ອງໄດ້ເອົາໃຈໃສ່ສ້າງຕັ້ງການພົວພັນຮ່ວມມື / ຮ່ວມທຸລະກິດ ເພື່ອເພີ່ມທະວີການທີ່ມີໜ້າ (53%), ຊຸກຍູ້ບັນດາການລິເລີ່ມພັດທະນາແບບຍືນຍົງ ແລະ ESG (ສະພາບແວດລ້ອມ, ສັງຄົມ, ການບໍລິຫານ) (53%) ແລະ ຈັດຕັ້ງປະຕິບັດໂຄງການຫັນເປັນດິຈິຕອນ (52%).

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.