ບັນລຸໝາກຜົນຫຼາຍຢ່າງໃນວຽກງານການທູດປະຊາຊົນ

10:20 | 14/07/2021

ວັນທີ 12 ກໍລະກົດ, ທີ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2021.

ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ
ຫວຽດນາມ ແມ່ນທ້ອງຕະຫຼາດອັນດັບໜຶ່ງທີ່ວິສາຫະກິດອາຊຽນ ໄດ້ຊອກຫາ ເພື່ອເປີດກວ້າງການດຳເນີນທຸລະກິດ ຫວຽດນາມ ແມ່ນທ້ອງຕະຫຼາດອັນດັບໜຶ່ງທີ່ວິສາຫະກິດອາຊຽນ ໄດ້ຊອກຫາ ເພື່ອເປີດກວ້າງການດຳເນີນທຸລະກິດ
ບັນລຸໝາກຜົນຫຼາຍຢ່າງໃນວຽກງານການທູດປະຊາຊົນ
ທ່ານນາງ ຫງວຽນເຝືອງງາ ປະທານ VUFO. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ທ່ານ ຟານແອັງເຊີນ ຮອງປະທານທັງເປັນເລຂາທິການໃຫຍ່ VUFO ໄດ້ລາຍງານໂດຍຫຍໍ້ກ່ຽວກັບບົດລາຍງານສະຫຼຸບວຽກງານຂອງອົງການປະຈໍາການໃນ 6 ເດືອນຕົ້ນປີ ແລະຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2021. ບົດລາຍງານໄດ້ຊີ້ໃຫ້ເຫັນວ່າການເຄື່ອນໄຫວການທູດປະຊາຊົນຂອງ VUFO ບັນລຸໄດ້ຜົນງານຢ່າງຕັ້ງໜ້າໃນຂົງເຂດຕ່າງໆ. ໃນສະພາບພະຍາດໂຄວິດ-19 ສືບຕໍ່ຜັນແປສັບສົນ, VUFO ຂົນຂວາຍການບໍລິຈາກເງິນສົດ ແລະວັດຖຸອຸປະກອນການແພດໄດ້ເກືອບ 4,2 ຕື້ດົ່ງ ເພື່ອສະໜັບສະໜູນປະຊາຊົນລາວ, ປະຊາຊົນ ກໍາປູູເຈຍ, ຊາວກໍາປູເຈຍເຊື້ອຊາດຫວຽດນາມ ແລະປະຊາຊົນອິນເດຍ ປ້ອງກັນ, ຕ້ານພະຍາດໂຄວິດ-19.

ຄຽງຂ້າງກັນນັ້ນ, ສໍາລັບວຽກງານຂອງອົງການຈັດຕັ້ງຕ່າງປະເທດບໍ່ຂຶ້ນກັບລັດຖະບານ, VUFO ສືບຕໍ່ເປັນເຈົ້າການຮັກສາການຕິດຕໍ່, ໜູນຊ່ວຍ, ແບ່ງປັນທາງດ້ານຂໍ້ມູນ, ຂົນຂວາຍການສະໜັບສະໜູນຂອງອົງການຈັດຕັ້ງສຳລັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ກໍ່ຄືເຫດການການເມືອງທີ່ສໍາຄັນຍິ່ງຂອງປະເທດ. 38 ອົງການຈັດຕັ້ງຕ່າງປະເທດບໍ່ຂຶ້ນກັບລັດຖະບານ ໄດ້ໃຫ້ 50 ບ້ວງເງິນຊ່ວຍເຫຼືອດ້ວຍມູນຄ່າທັງໝົດແມ່ນປະມານ 18 ຕື້ດົ່ງເພື່ອສະໜັບສະໜູນຫວຽດນາມ ປ້ອງກັນ, ຕ້ານພະຍາດໂຄວິດ-19.

ທີ່ກອງປະຊຸມ, ຜູ້ແທນຫຼາຍທ່ານໄດ້ເຫັນດີເປັນເອກະພາບ, ໃນ 6 ເດືອນ ທ້າຍປີ, VUFO ຄວນສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ປະຕິບັດບົດສະຫຼຸບຂອງກົມການເມືອງກ່ຽວກັບບາງໜ້າທີ່ຈຸດສຸມເພີ່ມທະວີວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ພັດທະນາດ້ານເສດຖະກິດ-ສັງຄົມ. ພ້ອມກັນນັ້ນ ແມ່ນສືບຕໍ່ປ່ຽນແປງໃໝ່ ແລະຍົກສູງວຽກງານການທູດປະຊາຊົນໃນສະພາບການໃໝ່ໃຫ້ມີປະສິດທິຜົນ.

la.qdnd.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.