ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ລົງ​ກວດ​ກາ​ວຽ​ກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ວິງ​ລອງ

15:18 | 15/07/2021

ທ່ານຮອງລັດຖະມົນຕີ ໂດຊວັນຕວຽນ ໄດ້ແນະນຳທ້ອງຖິ່ນໂດຍກົງ ໃຫ້ຂັ້ນຕອນຄວບຄຸມໂລກລະບາດຢູ່ບ່ອນທີ່ຖືກປິດເຂດວ່າ ໃນເບື້ອງຕົ້ນ ແມ່ນຕ້ອງປິດເຂດໃນວົງກ້ວາງ, ພາຍຫຼັງກວດກາ, ຕີລາຄາໂລກລະບາດ, ເອົາຕົວຢາງວິໄຈຫາເຊື້ອແລ້ວ ຈະຮັດແຄບເຂົ້າ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວູ​ດຶກ​ດາມ: ​ການບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ​​ແມ່ນ​ຮັກ​ສາ​ໄລ​ຍະ​ຫ່າງ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວູ​ດຶກ​ດາມ: ​ການບຸ​ລິ​ມະ​ສິດ​ສູງ​ທີ່​ສຸດ​​ແມ່ນ​ຮັກ​ສາ​ໄລ​ຍະ​ຫ່າງ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ
ຮ່າ​ໂນ້ຍ: ​ບໍ່​ເຕົ້າໂຮມ​ກັນກ່​ວາ 10 ຄົນ​ຢູ່​ເຂດ​ສາ​ທາ​ລະ​ນະເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຮ່າ​ໂນ້ຍ: ​ບໍ່​ເຕົ້າໂຮມ​ກັນກ່​ວາ 10 ຄົນ​ຢູ່​ເຂດ​ສາ​ທາ​ລະ​ນະເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ລົງກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ວິງລອງ (ພາບ: TTXVN)
ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ລົງກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ ວິງລອງ (ພາບ: TTXVN)

ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19, ຕອນບ່າຍວັນທີ 14 ກໍລະກົດ, ຄະນະປະຕິບັດງານຂອງ ກະຊວງສາທາລະນະສຸກ ໂດຍທ່ານ ໂດຊວັນຕວຽນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ເປັນຫົວໜ້າຄະນະ, ມາກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ແຂວງ ວິງລອງ. ນີ້ແມ່ນໜຶ່ງໃນບັນດາແຂວງ ທີ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍທີ່ສຸດໃນຊຸມຊົນ.

ທ່ານຮອງລັດຖະມົນຕີ ໂດຊວັນຕວຽນ ໄດ້ແນະນຳທ້ອງຖິ່ນໂດຍກົງ ໃຫ້ຂັ້ນຕອນຄວບຄຸມໂລກລະບາດຢູ່ບ່ອນທີ່ຖືກປິດເຂດວ່າ ໃນເບື້ອງຕົ້ນ ແມ່ນຕ້ອງປິດເຂດໃນວົງກ້ວາງ, ພາຍຫຼັງກວດກາ, ຕີລາຄາໂລກລະບາດ, ເອົາຕົວຢາງວິໄຈຫາເຊື້ອແລ້ວ ຈະຮັດແຄບເຂົ້າ. ພ້ອມທັງ, ຍູ້ແຮງການເຜີຍແຜ່ໂຄສະນາການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນເຂດແຍກຕົວ, ປິດເມືອງ, ດຳເນີນການພົ່ນຢາຂ້າເຊື້ອຢູ່ບັນດາຄອບຄົວທີ່ມີຜູ້ຕິດເຊື້ອ, ຜູ້ສຳຜັດໃກ້ກັບຜູ້ຕິດເຊື້ອ, ຮຽກຮ້ອງຕ້ອງແບ່ງວຽກງານຄວາມຮັບຜິດຊອບຢ່າງລະອຽດ ໃຫ້ແກ່ຜູ້ປະຕິບັດງານຢູ່ບັນດາປ້ອມຄວບຄຸມຂອງເຂດຖືກປິດ; ບັນດາກຸ່ມຮັບຜິດຊອບວຽກງານ Covid – 19 ໃນຊຸມຊົນ ຕ້ອງເພີ່ມທະວີການກວດກາ, ຕິດຕາມກວດກາຢ່າງຕໍ່ເນື່ອງ, ເອົາໃຈໃສ່ເປັນພິເສດເຖິງການຮັບປະກັນເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນໃນເຂດຖືກປິດ, ແຍກຫ່າງໃນສັງຄົມ.

ເມື່ອລົງກວດກາຢູ່ເຂດແຍກຕົວລວມໝູ່ ເຊິ່ງເປັນສະຖານທີ່ພວມແຍກຕົວຜູ້ສຳຜັດໃກ້ກັບຜູ້ຕິດເຊື້ອ 193 ຄົນ, ທ່ານຮອງລັດຖະມົນຕີ ໄດ້ເນັ້ນວ່າ ຄະນະບໍລິຫານເຂດແຍກຕົວຕ້ອງປະຕິບັດຂັ້ນຕອນແຍກຕົວຢ່າງເຂັ້ມງວດ, ເອົາໃຈໃສ່ຕໍ່ການຄວບຄຸມບັນດາເປົ້າໝາຍແຍກຕົວໃຫ້ເປັນຢາງດີ, ປະຕິບັດການຂ້າເຊື້ອຢ່າງເປັນປະຈຳ, ຕິດຕາມກວດກາຢ່າງເຄັ່ງຄັດ, ບໍ່ປະໃຫ້ເກີດການຕິດເຊື້ອຕໍ່ກັນໃນເຂດແຍກຕົວ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.