ການສຶກສາຫວຽດນາມ ໄດ້ຮັບການຕີລາຄາວ່າ ມີປະສິດທິຜົນສູງໃນການລົງທຶນ

12:09 | 17/07/2021

ຍ​ສ​ໝ - ວັນ​ທີ 14 ກໍ​ລະ​ກົດ, ສະ​ຖາ​ບັນ​ວິ​ທະ​ຍາ​ສາດການສຶກສາ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ກາ​ນ​ສຶກ​ສາ​ຫວຽດ​ນາມ 2011 – 2020” ພາຍ​ໃຕ້​ຮູບ​ການ​ທາງ​ອອນ​ລາຍ ສົມ​ທົບ​ກັບ​ໂດຍ​ກົງ. ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຳ​ມະ​ນາ​ມີ ນັກ​ບໍ​ລິ​ຫານ, ພະ​ນັກ​ງານສ້າງ​ນະ​ໂຍ​ບາຍ, ນັກ​ຊ່ຽວ​ຊານ, ນັກ​ວິ​ທະ​ຍາ​ສາດ​ທີ່​ມີ​ຊື່​ສຽງ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ກວ່າ 1.000 ຄົນ...

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ລົງ​ກວດ​ກາ​ວຽ​ກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ວິງ​ລອງ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ລົງ​ກວດ​ກາ​ວຽ​ກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ວິງ​ລອງ
ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ສັນ​ຍາ​ອາ​​ລັ​ກ​ຂາ​ການ​ລົງ​ທຶນ ຫວຽດ​ນ​າມ - EU ແລະ ໜູນ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ອາ​ຊີບຫາ​ປາ ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ສັນ​ຍາ​ອາ​​ລັ​ກ​ຂາ​ການ​ລົງ​ທຶນ ຫວຽດ​ນ​າມ - EU ແລະ ໜູນ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ອາ​ຊີບຫາ​ປາ
ການສຶກສາຫວຽດນາມ ໄດ້ຮັບການຕີລາຄາວ່າ ມີປະສິດທິຜົນສູງໃນການລົງທຶນ
ບັນ​ດາ​ນັກ​ຮຽນ​ຮູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ (ພາບ: qdnd.vn)

ທ່ານ​ເລ​ແອັງ​ວິງ, ຮອງ​ຫົວ​ໜ້າ​ຜູ້​ຮັບ​ຜິດ​ຊອບສະ​ຖາ​ບັນວິ​ທະ​ຍາ​ສາດການ​ສຶກ​ສາ ຫວຽດ​ນາມ ຖື​ວ່າ: ໝາກ​ຜົນ​ຂອງ 10 ປີ​ມານີ້ ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ​ໄດ້​ປະ​ຕິ​ບັດ​ການ​ຊຸກ​ຍູ້​ການ​ເຜີຍແຜ່ການສຶກສາ, ປັບ​ປຸງ​ສະ​ພາບ​ການ​ຂາດ​ຄ​ວາມ​ສະ​ເໝີ​ພາບ, ຮັກ​ສາ​ຄຸນ​ນະ​ພາບ​ການ​ສຶກ​ສາ​ຢູ່​ລະ​ດັບ​ສູງ​ໃນ​ໂລກ ເມືອ​ທຽບ​ໃສ່​ກັບ​ລາຍ​ຮັບສະເລ່ຍ​ປານ​ກາງ​ຕໍ່​ຫົວ​ຄົນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໄປ​ຄຽງ​ຄູ່​ກັ​ນ​ນັ້ນ ກໍ​ຍັ​ງ​ມີ​ບັນ​ດາ​ສິ່ງ​ທີ່ຍັງຄົງ​ຄ້າງໃນ​ລະ​ບົບ, ຫຼັກສູດ, ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ພື້ນ​ຖານ​ໂຄງ​ລ່າງ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ພວມ​ຄິດ​, ພວມ​ປະ​ຕິ​ບັດ, ພວມ​ເຊື່ອ​ໝັ້ນ​ ລ້ວ​ນ​ແຕ່​ອາດ​ຈະຕ້ອງໄດ້​ປ່ຽນ​ແປງ​.

ໃນ​ໄລ​ຍະ 10 ປີ​ຜ່ານ​ມາ, ຈຳ​ນວນ​ນັກ​ຮຽ​ນ​ອະ​ນຸ​ບານ​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຮາກ​ຖານ​ອະ​ນຸ​ບານ​ພາກ​ລັດ. ຢູ່​ຂັ້ນປະ​ຖົມ ແລະ ມັດ​ທະ​ຍົມ​ຕອນ​ຕົ້ນ ກໍມີ​ການ​ເພີ່ມ​ຂຶ້ນ​ເລັກໜ້ອຍ, ຂັ້ນມັດ​ທະ​ຍົມ​ຕອນ​ປາຍຫຼຸດ​ລົງ​ໜ້ອຍ​ໜຶ່ງ​ແຕ່​ຕົວ​ເລກ​ຄ​າດ​ຄະ​ເນ​ສອງ​ສົ້ນ​ນີ້ ອາ​ດ​ຈະ​ເພີ່ມ​ຂຶ້ນ​ໃນ 10 ປີ​ຈະ​ມາ​ເຖິງ. ການ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍ​າ​ໄລ ສະ​ແດງ​ໃຫ້​ເຫັນການ​ເພີ່ມ​​ຂອບ​ຂະ​ໜາດຂຶ້ນ​ພໍ​ສົມ​ຄວນ​ໃນ​ໄລ​ຍະ 20 ປີ​ຜ່ານ​ມາ ດ້ວຍ​ນັກ​ສຶກ​ສາ​ຍິງ​ກ່​ວາ 50%. ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັບ​ແຕ່​ປີ 2010 ຂອບ​ຂະ​ໜາດ​ນັກ​ສຶກ​ສາ​ບໍ່​ປຽນ​ແປງ​ຫຼາຍ, ອັດ​ຕາສ່ວນ​ຜູ້​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ​ຍັງ​ຕ່ຳ​ເມື່ອ​ທ​ຽບ​ໃສ່​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ຂະ​ແໜງ​ການ​ສຶກ​ສາ​ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ແມ່ນ​ພື້ນ​ຖານການ​ສຶກ​ສາ​ທີ່​ມີ​ປະ​ສິດ​ທິ​ຜົນ​ສູງ​ໃນ​ການ​ລົງ​ທຶນ ເມື່ອ​ທຽບ​ໃສ່​ກັບ​​ປະ​ເທດອື່ນໆ​. ບັນ​ດາ​ເງື່ອນ​ໄຂ​ຮັບ​ປະ​ກັນ​ກ່ຽວ​ກັບ​ຖັນ​ແຖວ​ພະ​ນັກ​ງານຄຸ້ມຄອງຄູ​ອາ​ຈານ, ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ພື້ນ​ຖານ​ວັດ​ຖຸ ຫຼື​ການ​ເງິນ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຜົນ​ງານຫຼາຍ​ຢ່າງ​ ແຕ່​ກໍຍັງ​ມີ​ບັນ​ດາຂໍ້ຄົງ​ຄ້າງ​ທີ່​ຕ້ອງ​ແກ້​ໄຂ.

​ກອງ​ປະ​ຊຸມ​ສຳ​ມະ​ນາ​ມີ 6 ວາ​ລະ, ເພື່ອ​ແນ​ໃສ່ປະຕິບັດສຳ​ສຳ​ເລັດ​ບົດ​ລາຍ​ງານ​ການ​ໄຈ້​ແຍກ​ຂະ​ແໜງ​ການ​ສຶກ​ສາ ຫວຽດ​ນາມ 2011 – 2020, ປະ​ກອບ​ສ່ວນ​ໃຫ້​ແກ່​ຂະ​ແໜງ​ການ​ສຶກ​ສາ ຫວຽດ​ນາ​ມ, ພິ​ເສດ​ແມ່ນ​ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2045.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.