ໂຄສະນາກາລະໂອກາດການລົງທຶນຢູ່ຫວຽດນາມ ກັບບັນດາວິສາຫະກິດ EU ແລະ ອັງກິດ

17:18 | 12/07/2021

ຍສໝ - ຫວ່າງມໍ່ໆນີ້ໃນຕົ້ນເດືອນກໍລະກົດ, ຢູ່ປະເທດເຢຍລະມັນ, ກຸ່ມບໍລິສັດການເງິນນາໆຊາດ HSBC ໄດ້ຈັດກອງປະຊຸມສຳມະນາທາງໄກໄກ ເພື່ອແນະນຳກາລະໂອກາດການລົງທຶນຢູ່ບັນດາປະເທດອາຊຽນ ກັບບັນດາວິສາຫະກິດສະຫະພາບເອີຣົບ (EU) ແລະ ອັງກິດ; ແນະນຳນະໂຍບາຍດຶງດູດການລົງທືນຂອງຫວຽດນາມ, ກາລະໂອກາດຈາກສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ອີຢູ (EVFTA), ລະຫວ່າງຫວຽດນາມ ແລະ ອັງກິດ (UKVFTA).

ກາລະໂອກາດ ແລະຄວາມສາມາດບົ່ມຊ້ອນໃນການລົງທຶນຢູ່ຫວຽດນາມ ຂອງວິສາຫະກິດສິງກະໂປ ກາລະໂອກາດ ແລະຄວາມສາມາດບົ່ມຊ້ອນໃນການລົງທຶນຢູ່ຫວຽດນາມ ຂອງວິສາຫະກິດສິງກະໂປ
ຫວຽດນາມ ພວມມີແງ່ຫວັງໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາທ່າອ່ຽງດ້ານການຄ້າ, ການລົງທຶນ ແລະ ການຜະລິດທົ່ວໂລກໃນປະຈຸບັນ ຫວຽດນາມ ພວມມີແງ່ຫວັງໄດ້ຊົມໃຊ້ຜົນປະໂຫຍດຈາກບັນດາທ່າອ່ຽງດ້ານການຄ້າ, ການລົງທຶນ ແລະ ການຜະລິດທົ່ວໂລກໃນປະຈຸບັນ

ທ່ານປະລິນຍາເອກ ຫງວຽນແມັ້ງຫາຍ, ທີ່ປຶກສາຮັບຜິດຊອບພາກສ່ວນການລົງທືນຂອງ ສະຖານທູດຫວຽດນາມ ປະຈຳເຢຍລະມັນ ໄດ້ຍົກໃຫ້ເຫັນບັນດາກາລະໂອກາດການເຕີບໂຕຢູ່ຫວຽດນາມ ກໍ່ຄື ບັນດາກາລະໂອກາດທີ່ບັນດາວິສາຫະກິດ EU ແລະ ອັງກິດສາມາດກຳໄດ້. ຫວຽດນາມ ໄດ້ປະຕິບັດນະໂຍບາຍຫັນປ່ຽນໂຄງປະກອບເສດຖະກິດຄືນໃໝ່ ເພື່ອຍົກສູງຄຸນນະພາບການເຕີບໂຕ, ປະສິດທິພາບແຮງງານ ແລະ ກຳລັງການແກ່ງແຍ້ງຂອງພື້ນຖານເສດຖະກິດ.

ໂຄສະນາກາລະໂອກາດການລົງທຶນຢູ່ຫວຽດນາມ ກັບບັນດາວິສາຫະກິດ EU ແລະ ອັງກິດ
ທ່ານປະລິນຍາເອກ ຫງວຽນແມັ້ງຫາຍ, ທີ່ປຶກສາຮັບຜິດຊອບພາກສ່ວນການລົງທືນຂອງ ສະຖານທູດຫວຽດນາມ ປະຈຳເຢຍລະມັນ.

ກະຊວງແຜນການ ແລະ ການລົງທືນ ກຳລັງຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ກ່ຽວກັບຍຸດທະສາດການຮ່ວມມືດ້ານການລົງທຶນຕ່າງປະເທດ ໄລຍະ 2021-2030 ໃນນັ້ນ ມີການສ້າງແຜນຂັ້ນຕອນເພື່ອດຶງດູດ FDI “ລຸ້ນໃໝ່”, ຫັນຈຸດສຸມຈາກການດຶງດູດນັກລົງທຶນທີ່ເໝາະສົມກັບຜະລິດຕະພັນຂອງຫວຽດນາມ ໄປສູ່ການພັດທະນາສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ເງື່ອນໄຂການລົງທືນທີ່ເໝາະສົມກັບປະເພດການລົງທືນ ທີ່ຫວຽດນາມມຸ່ງໄປສູ່ໃນອະນາຄົດ.

ກ່ຽວກັບຜົນກະທົບຂອງ FTA ລະຫວ່າງຫວຽດນາມ - ອີຢູ, ແລະ ຫວຽດນາມ - ອັງກິດ, ທ່ານປະລິນຍາເອກ ຫງວຽນແມັ້ງຫາຍ ໄດ້ເນັ້ນໜັກວ່າ: ສັນຍາ EVFTA ແລະ UKVFTA ບໍ່ພຽງແຕ່ຊຸກຍູ້ການເຄື່ອນໄຫວການຄ້າລະຫວ່າງ EU ແລະ ອັງກິດກັບຫວຽດນາມເທົ່ານັ້ນ, ຫາກຍັງຊ່ວຍຊຸກຍູ້ FDI ເຂົ້າຫວຽດນາມນຳອີກ, ສ່ວນໃຫຍ່ແມ່ນຍ້ອນຜົນກະທົບຢ່າງຕັ້ງໜ້າ ຈາກການລົບລ້າງອັດຕາພາສີ 99% ແລະ ການຫຼຸດຜ່ອນສິ່ງກີດຂວາງຕ່າງໆ.

ຂໍ້ຕົກລົງສອງສະບັບດັ່ງກ່າວ ຍັງຊ່ວຍຊຸກຍູ້ການພັດທະນາຊັບພະຍາກອນມະນຸດ, ໂດຍສະເພາະ ແມ່ນການບຳລຸສ້າງວິຊາຊີບຢູ່ຫວຽດນາມ; ເພີ່ມທະວີການພົວພັນດ້ານວັດທະນະທຳ - ສັງຄົມລະຫວ່າງສອງຝ່າຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.