ຫວຽດ​ນາມ ຊົມ​ເຊີຍ​ປະ​ຊາ​ຄົມ​ສາ​ກົນ​ ແບ່ງ​ປັນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19

11:43 | 09/07/2021

ຕອນບ່າຍວັນທີ 8 ກໍລະກົດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະກົດ ແບບທາງໄກ, ເພື່ອແຈ້ງໃຫ້ຊາບກ່ຽວກັບບັນຫາບັນຫາການຕ່າງປະເທດທີ່ໜ້າສົນໃຈ, ພິເສດ, ບັນຫາຄວາມໝັ້ນຄົງ, ອະທິປະໄຕທະເລໝູ່ເກາະ ກໍຄືບັນດາທັດສະນະຂອງ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດໂຄວິດ - 19 ທີ່ພວມແຜ່ລະບາດໃນທົ່ວໂລກ.

ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຂອງ Pfizer/BioNtech ກວ່າ 97.000 ໂດ​ສ ງວດ​ທຳ​ອິດ​ໄດ້​ສົ່ງ​ມາ​ຮອ​ດ ຫວຽດ​ນາມ ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ​ຂອງ Pfizer/BioNtech ກວ່າ 97.000 ໂດ​ສ ງວດ​ທຳ​ອິດ​ໄດ້​ສົ່ງ​ມາ​ຮອ​ດ ຫວຽດ​ນາມ
ສະ​ຖານ​ທູດ ອາ​ເມ​ລິ​ກາ ມອບ​ອຸ​ປະ​ກອນ​ໃນ​ຫ້ອງກວດ​ວິ​ໄຈ​ຫ​າ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ສະ​ຖານ​ທູດ ອາ​ເມ​ລິ​ກາ ມອບ​ອຸ​ປະ​ກອນ​ໃນ​ຫ້ອງກວດ​ວິ​ໄຈ​ຫ​າ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ
ຫວຽດ​ນາມ ຊົມ​ເຊີຍ​ປະ​ຊາ​ຄົມ​ສາ​ກົນ​ ແບ່ງ​ປັນ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VOV)

ໃນການຖະແຫຼງຂ່າວ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງ ຕໍ່ການໜູນຊ່ວຍຂອງ ສປຊ, ບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ໃນການໜູນຊ່ວຍ, ແບ່ງປັນວັກຊິນ ໃຫ້ແກ່ ຫວຽດນາມ ເພື່ອສະກັດກັ້ນໂລກລະບາດ.

ທ່ານນາງກ່າວວ່າ:“ໃນສະພາບການໂລກລະບາດມີການຜັນແປຢ່າງສັບສົນ, ຫວຽດນາມ ຂໍສະແດງຄວາມຊົມເຊີຍ, ຕີລາຄາສູງ ແລະ ປາດຖະໜາວ່າ ບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ຄວນຍົກສູງນ້ຳໃຈສາມັກຄີ, ຄວາມຮັບຜິດຊອບ, ເພີ່ມທະວີການແບ່ງປັນຂໍ້ມູນ, ເຕັກໂນໂລຢີ, ການເງິນ, ສາທາລະນະສຸກ, ພິເສດແມ່ນວັກຊິນ ເພື່ອພ້ອມກັນປ້ອງກັນ, ຄວບຄຸມໂລກລະບາດ, ກັບຄືນສູ່ສະພາບເປັນປົກກະຕິໂດຍໄວ. ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 Astra Zeneca ຈຳນວນ 4,4 ລ້ານໂດສ, ວັກຊິນ Spunik V 2000 ໂດສ, ວັກຊິນ Sinopham 500 ໂດສ, ວັກຊິນ Pfizer ເກຶອບ 100.000 ໂດສ ແລະ ໃນໄລຍະຈະມາເຖິງ ຈະຮັບວັກຊິນ Moderna ຈຳນວນ 2 ລ້ານໂດສ ອີກດ້ວຍ”.

ທ່ານນາງ ເລທິທູຮັ່ງ ກໍແບ່ງປັນວ່າ, ດ້ວຍເນື້ອໃນຈິດໃຈຄວາມຮັບຜິດຊອບຮ່ວມແຮງຮ່ວມໃຈ ພ້ອມກັບປະຊາຄົມສາກົນຄວບຄຸມໂລລະບາດ, ຫວຽດນາມ ກໍໄດ້ປະກອບສ່ວນຈຳນວນເງິນ 500.000 USD ເຂົ້າໃນກົນໄກ COVAX

​vovworld.vn

ເຫດການ
302 Found

Found

The document has moved here.