ຫວຽດນາມຕ້ອງເປີດກວ້າງບົດບາດຂອງພາກເອກະຊົນໃນການຊຸກຍູ້ການພັດທະນາປະເທດຊາດ

14:46 | 08/07/2021

ຍສໝ - ທ່ານ Donald Lambert, ຜູ້ຊ່ຽວຊານດ້ານການພັດທະນາພາກເອກະຊົນ ຂອງ ADB ໃຫ້ຮູ້ວ່າ: ຫວຽດນາມຕ້ອງຍູ້ແຮງການປະຕິຮູບເສດຖະກິດ, ເປີດກວ້າງບົດບາດຂອງພາກເອກະຊົນໃນການຊຸກຍູ້ການພັດທະນາຂອງປະເທດຕື່ມອີກ.

ສະ​ຖານ​ທູດ ອາ​ເມ​ລິ​ກາ ມອບ​ອຸ​ປະ​ກອນ​ໃນ​ຫ້ອງກວດ​ວິ​ໄຈ​ຫ​າ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ສະ​ຖານ​ທູດ ອາ​ເມ​ລິ​ກາ ມອບ​ອຸ​ປະ​ກອນ​ໃນ​ຫ້ອງກວດ​ວິ​ໄຈ​ຫ​າ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃຫ້​ແກ່ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ
ວັກຊີນ Pfizer ຫລາຍກວ່າ 90.000 ໂດສ ມາຮອດຫວຽດນາມໃນວັນທີ 7 ກໍລະກົດ ວັກຊີນ Pfizer ຫລາຍກວ່າ 90.000 ໂດສ ມາຮອດຫວຽດນາມໃນວັນທີ 7 ກໍລະກົດ
ພາບປະກອບ
ພາບປະກອບ

ວັນທີ 7 ກໍລະກົດ, ທະນາຄານພັດທະນາອາຊີ (ADB) ໄດ້ປະກາດການອະນຸມັດການຊ່ວຍເຫຼືອດ້ານເຕັກນິກທີ່ມີມູນຄ່າ 4,6 ລ້ານໂດລາສະຫະລັດ ເພື່ອຊ່ວຍລັດຖະບານຫວຽດນາມເພີ່ມທະວີການຮ່ວມມືພາກລັດ - ເອກະຊົນ, ການພັດທະນາພາກເອກະຊົນແລະການປະຕິຮູບລັດວິສາຫະກິດ.

ຕາມທ່ານ Donald Lambert ແລ້ວ, ການຊ່ວຍເຫຼືອດ້ານເຕັກນິກໃໝ່ຂອງ ADB ຈະຊ່ວຍໃຫ້ຄຳແນະນຳດ້ານນະໂຍບາຍກ່ຽວກັບ PPP ແລະ ການພັດທະນາພາກເອກະຊົນ, ທົດລອງບັນດາໂຄງການທີ່ນຳໃຊ້ບັນດາຫຼັກການ G20 ກ່ຽວກັບການລົງທືນດ້ານພື້ນຖານໂຄງລ່າງທີ່ມີຄຸນນະພາບ, ເພີ່ມທະວີກຳລັງລະບອບລະບຽບການກ່ຽວກັບ PPP ແລະ ພັດທະນາພາກເອກະຊົນ.

ບ້ວງການຊ່ວຍເຫຼືອດ້ານເຕັກນິກນີ້ ຈະສະໜອງການໃຫ້ຄຳປຶກສາດ້ານນະໂຍບາຍ, ຊ່ວຍກະກຽມໂຄງການພື້ນຖານໂຄງລ່າງ ແລະ ເພີ່ມທະວີກຳລັງລະບອບລະບຽບການເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດແບບຍືນຍົງ. ບ້ວງການຊ່ວຍເຫຼືອດັ່ງກ່າວປະກອບມີເງິນຊ່ວຍເຫຼືອລ້າຈາກລັດຖະບານການາດາແມ່ນ 2,7 ລ້ານໂດລາສະຫະລັດ ແລະ ເງິນຊ່ວຍເຫຼືອລ້າຈາກລັດຖະບານອົດສະຕາລີ 1,9 ລ້ານໂດລາສະຫະລັດ ເຊິ່ງລ້ວນແຕ່ແມ່ນ ADB ຄຸ້ມຄອງ.

ໄຊພອນ

ເຫດການ
302 Found

Found

The document has moved here.