UNDP ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບົດ​ລາຍ​ງານ UPR

12:16 | 17/07/2021

ຍ​ສ​ໝ - ຫວຽດ​ນາມ​ ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ກ້າວ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ສິດ​ທ​ິ​ດ້ານເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ ເຊິ່ງ​ໄດ້​ສ່ອງ​ແສງ​ຜ່ານ​ບັນ​ດາ​ການປັບປຸງໃນ​ດັດ​ຊະ​ນີຄວາມ​ທຸກ​ຍາກຫຼາຍ​ແງ່​ມູມ, ຄວາມກ້າວ​ໜ້າ​ໃນ​ການ​ບໍ​ລິ​ຫານ​ພາກ​ລັດ ແລະ ລັດ​ແຫ່​ງ​ສິດ​ອຳ​ນາດ​ນິ​ຕິ​ບັນ​ຍັດ…

ອົງການ UNDP ສະແດງຄວາມຊົມເຊີຍ ຫວຽດນາມ ໃນການເຜີຍແຜ່ສະຖິຕິກ່ຽວກັບຄວາມທຸກຍາກຈາກຫຼາຍດ້ານ ອົງການ UNDP ສະແດງຄວາມຊົມເຊີຍ ຫວຽດນາມ ໃນການເຜີຍແຜ່ສະຖິຕິກ່ຽວກັບຄວາມທຸກຍາກຈາກຫຼາຍດ້ານ
UNDP ປະກາດບົດລາຍງານພິເສດຊາວໜຸ່ມຫວຽດນາມ ກະທຳເພື່ອດິນຟ້າອາກາດ UNDP ປະກາດບົດລາຍງານພິເສດຊາວໜຸ່ມຫວຽດນາມ ກະທຳເພື່ອດິນຟ້າອາກາດ
UNDP ສະ​ແດງ​ຄວາ​ມ​ຊົມ​ເຊີຍ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດ​ບົດ​ລາຍ​ງານ UPR

ເດັກ​ນ້ອຍ​ເຂ​ດ​ພູສູງ (ພາບ: TTXVN)

ຕາມ​ຂໍ້​ມູນ​ຈາກ​ໂຄງ​ການ​ພັດ​ທະ​ນາ ສ​ປ​ຊ (UNDP) ແລ້ວ, ທ່ານ​ນາງ ຫົວ​ໜ້າ​ຜູ້​ຕາງ​ໜ້າ​ UNDP ປະ​ຈຳ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ໃນ​ການ​ປະ​ຕິ​ບັດບົດ​ລາຍ​ງານ​ກາງ​ສະໄໝ ໃນ​ການ​ອາສາສະໝັກປະ​ຕິ​ບັດ​ບັນ​ດາ​ຂໍ້​ສະ​ເໜີ​ແນະ​ຂອງ ຫວຽດ​ນາມ ທີ່ຕົກ​ລົງປະຕິບັດ​ຕາມ​ກົນ​ໄກ​ກວດ​ກາ​ຄືນປະ​ຈຳ​ໄລ​ຍະໂດຍທົ່ວໄປກ່ຽວ​ກັບ​ສິດ​ທິ​ມະ​ນຸດ (UPR) ອາຍຸການ ​ທີ III ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ, ສະ​ແດງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມືຫຼາຍ​ຝ່າຍ ແລະ ລັດ​ແຫ່ງ​ສິດ​ອຳ​ນາດ​ນິ​ຕິ​ບັນ​ຍັດ.

​ທ່ານ​ນາງ Caitlin Wiesen ໄດ້​ຕີ​ລາ​ຄາ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ລັດ​ຖະ​ບານ ຫວຽດ​ນາມ ໃນ​ການ​ຕິດ​ຕາມ​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ​້ສະ​ເໜີ​ແນະ​ຂອງ UPR ອາຍຸການ ທີ III, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ ເລື່ອງ ຫວຽດ​ນາມ ອາ​ສາ​ສະ​ໝັກ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບົດ​ລາຍ​ງານ​ກາງ​ສະໄໝ ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ແລະ ການ​ຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ສະ​ເໜີແນະ​ທີ່​ໄດ້​ສະ​ເໜີ​ ແລະ ຕົກ​ລົງປະຕິບັດ​ໃນ​ອາຍຸການ ​ທີ III.

ບົດ​ລາຍ​ງານ​ກາງ​ສະໄໝ ຂອງ UPR ແມ່ນ​ກາ​ລະ​ໂອ​ກາດ ເພື່ອ​ໃຫ້ ຫວຽດ​ນາມ ຫວນ​ຄືນ​ຄວາມ​ຄືບ​ໜ້​າ​ໃນ​ການ​ປະ​ຕິ​ບັດ, ບັນ​ດາ​ສິ່ງ​ທີ່​ບັນ​ລຸ​ໄດ້​ກໍ່​ຄື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ຈຳ​ເປັນ​ຕ້ອງ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ.

ທ່ານ​ນາງ​ຜູ້​ຕາງ​ໜ້າ UNDP ປະ​ຈຳ ຫວຽດ​ນາມ ຖື​ວ່າ ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຄວາມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ສິດ​ກ່ຽວ​ກັບ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະທຳ ເຊິ່ງ​ສ່ອງ​ແສງ​ຜ່ານ​ບັນ​ດາ​ການ​ປັບ​ປຸງ​ໃນ​ດັດ​ຊະ​ນີ​ຄວາມ​ທຸກ​ຍາກຫຼາຍ​ແງ່​ມູມ, ຄວາມ​ກ້າວ​ໜ້າ​ໃນ​ການ​ຄຸ້ມ​ຄອງ​​ພາກ​ລັດ ແລະ ລັດ​ແຫ່ງ​ສິດ​ອຳ​ນາດ​ນິ​ຕິ​ບັນ​ຍັດ. ທຸກໆ​ຫົວ​ຂໍ້​ນີ້​ລ້ວນ​ແຕ່​ໄດ້​ເຕື້ອງ​ເຖິງ​ໃນບັນ​ດາ​ຂໍ້​ສະ​ເໜີ​ແນະຂອງ UPR ອາຍຸການ ​ທີ III.

ບັນ​ດາ​ຄວາມ​ກ້າວ​ໜ້າ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ສະ​ເໜີແນະ​ໃນ​ທຸກ​ຂ​ົງ​ເຂດ​ທີ່​ຊ່ວຍ​ໃຫ້​ຫວຽດ​ນາມ ສາ​ມາດ​ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ເລັດ​ຂອງ​ຕົນ​ກໍ່​ຄື ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ທີ່​ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດ​ສິ່ງ​ທ້າ​ທາຍ​ທີ່​ຄ້າຍ​ຄື​ກັນ ແລະ ອາດ​ຈະ​ຂຶ້ນ​ນຳ​ໜ້າ​ໃນອາຍຸການ ​ທີ IV ຂອງ UPR ທີ່ຈະ​ເລີ່ມ​ຕົ້ນ​ແຕ່​ປີ 2024.

ກ​ົນ​ໄກ UPR ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2008 ແລະ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜົນ​ງານ​ອັນ​ພົ້ນ​ດັ່ນ​ຂອງ ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ບົນຫຼັກ​ການ​ໂປ່ງ​ໃສ, ຍຸ​ຕິ​ທຳ, ບໍ່​ຈຳ ​ແນກ​ປະ​ເທດ​ໃຫຍ່ຫຼື​ນ້ອຍ.

ນັບ​ແຕ່​ເວ​ລາ​ກ​ົນ​ໄກ UPR ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ການກວດ​ກາ 3 ອາຍຸການ UPR ໃນ​ຊຸມ​ປີ 2009, 2014 ແລະ 2019, ປັດ​ຈຸ​ບັນ, ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ສະເໜີແນະ​ຕົກ​ລົງ​ຕາມ UPR ອາຍຸການ ​ທີ III ບົນ​ແຜນ​ການ​ສັງ​ລວມ ທີ່​ໄດ້​ຮັບ​ການ​ອະນຸມັດຜ່ານ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ ໃນຂໍ້​ຕົກ​ລົງ​ເລກ​ທີ 1975/ QĐ-TTg, ໃນ​ນັ້ນ​ມີ​ໜ້າ​ທີ່​ອາ​ສາ​ສະ​ໝັກສ້າງ​ບົດ​ລາຍ​ງານ​ກາງ​ສະໄໝ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.