ການທູດປະຊາຊົນຈະແມ່ນກົນໄກສຳຄັນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈໃນການຮ່ວມມືພັດທະນາອະນຸພາກພື້ນແມ່ນ້ຳຂອງ

16:35 | 10/07/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ເຈ​ລະ​ຈາ “ບັນ​ດາ​ບັນ​ຫາ​ກ່​ຽວ​ກັບ​ແມ່​ນ້ຳ​ຂອງ” ໂດຍກອງ​ທຶນ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ ຫວຽດ​ນາມ ຈັດ​ຕັ້ງ​ໃນ​ວັນ​ທີ 8 ກໍ​ລະ​ກົດ, ທ່ານ​ນາງ ເຈິ່ນ​ບາວ​ງອກ - ຫົວ​ໜ້າ​ກົມ​ຮ່ວມ​ມື​ເສດ​ຖະ​ກິດຫຼາຍ​ຝ່າຍ (ກະ​ຊວງ​ການ​ຕ່າງ​ປະ​ເທດ) ຖື​ວ່າ: ການ​ທູດ​ປະ​ຊາ​ຊົນ​ຈະ​ແມ່ນ​ກົນ​ໄກ​ສຳ​ຄັນ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ…

ກອງປະຊຸມຄະນະປະທານ VUFO ຄັ້ງທີ VI: ການລາຍງານ ແລະ ການອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ ກອງປະຊຸມຄະນະປະທານ VUFO ຄັ້ງທີ VI: ການລາຍງານ ແລະ ການອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ
ເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການລະດົມ ຂອງການຊ່ວຍເຫຼືອບໍ່ສັງກັດລັດຖະບານຕ່າງປະເທດ ໃນວຽກງານການທູດປະຊາຊົນ ເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການລະດົມ ຂອງການຊ່ວຍເຫຼືອບໍ່ສັງກັດລັດຖະບານຕ່າງປະເທດ ໃນວຽກງານການທູດປະຊາຊົນ
ການທູດປະຊາຊົນຈະແມ່ນກົນໄກສຳຄັນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈໃນການຮ່ວມມືພັດທະນາອະນຸພາກພື້ນແມ່ນ້ຳຂອງ
ພາ​ບ​ປະ​ກອບ

ການ​ໂອ້​ລົມເຈ​ລະ​ຈາ “ບັນ​ດາ​ບັນ​ຫາ​ແມ່​ນ້ຳ​ຂອງ” ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຮຽນ​ຮູ້, ນັກ​ຄົ້ນ​ຄ້​ວາ, ນັກ​ການ​ທູດ ແລະ ພະ​ນັກ​ງານ​ການ​ນຳ​ທີ່​ມາ​ຈາກ ສະ​ມາ​ຄົມ​ແມ່​ນ້ຳ​ຂອງ​ສາ​ກົນ, ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ ຫວຽດ​ນາມ, ກະ​ຊວງ​ການ​ຕ່າງ​ປະ​ເທດ…

ໂດຍ​ຄວາມ​ຮັບ​ຮູ້​ຂອງ​ມະ​ຫາ​ຊົນ, ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ, ການ​ຮ່ວມ​ມື​ສາ​ກົນ, ຄວາມ​ໝັ້ນ​ຄົງ​ແຫຼ່ງ​​ແມ່​ນ້ຳ​ຂອງ… ແມ່ນ​ບັນ​ດາ​ບັນ​ຫາ​ທີ່ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື, ໄຈ້​ແຍກ, ຕີ​ລາ​ຄາ, ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​​ສະ​ເພາະ​ໜ້າ ແລະ ໃນ​ໄລ​ຍະ​ຍາວສຳ​ລັບ ຫວຽດ​ນາມ ກໍ່​ຄື​ປະ​ຊາ​ຄົມ​ສາ​ກົນ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

ເມຶ່ອເວົ້າ​ເຖິງ​ບັນ​ດາ​ກົ​ນ​ໄກ ແລະ ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ຢູ່​ເຂດ​ແມ່​ນ້ຳ​ຂອງ, ທ່ານ​ນາງ ເຈິ່ນ​ບ໋າວງອກ, ຫົວ​ໜ້າ​ກົມ​ຮ່ວມ​ມື​ເສດ​ຖະ​ກິດຫຼາຍ​ຝ່າຍ (ກະ​ຊວງ​ການ​ຕ່າງ​ປະ​ເທດ) ຖື​ວ່າ: ບັນ​ຫາ​ທີ່​ໄດ້​ວາງ​ອອກ​ໃນ​ປັດ​ຈຸ​ບັນ​ ແມ່ນຄວາມ​ໄວ້​ເນ​ື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຍັງບໍ່​ສູງ​ປານ​ໃດ, ສິ່ງນີ້​ພວມ​ກີດ​ຂວາງ​ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ. ໃນ​ສະ​ພາບ​ການ​ປັດ​ຈຸ​ບັນ, ການ​ທູດປະ​ຊາ​ຊົນ​ຈະ​ແມ່ນ​ກົນ​ໄກ​ສວມ​ບົດ​ບາດ​ສຳ​ຄັນ​ເພື່ອ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ນຳ​ກັນ…

ທີ່​ການ​ໂອ້​ລົມເຈ​ລະ​ຈາ, ບັນ​ດາ​ຜູ້​ແທນ​ຖື​ວ່າ ບັນ​ຫາ​ແມ່​ນ້ຳ​ຂອງ​ແມ່ນ​ບັນ​ຫາ​ໃຫຍ່ ບໍ່​ພຽງ​ແຕ່​ສຳ​ລັບ ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ໂລກເມື່ອ​ບັນ​ຫານີ້​ກ່ຽວ​ຂ້ອງ​ເຖິງ​ການ​ພັດ​ທະ​ນາ ແລະ ຄວາມ​ໝັ້ນ​ຄົງ​ອີກ​ດ້ວຍ… ປັດ​ຈຸ​ບັນ, ຄວາມຮັບ​ຮູ້​ກ່ຽວ​ກັບ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ແລະ ບັນ​ດາ​ບັນ​ຫາ​ໃນ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ​ຍັງ​ບໍ່​ທັນ​ຄົບ​ຖ້ວນ, ມີຫຼາຍ​ຄັ້ງ​ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາ​ຄວາມ​ສ່ຽງ​ແຕ່​ບໍ່​ຖື​​ການ​ຮ່ວມ​ມືເປັນ​ສຳ​ຄັນ​.

ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ແມ່ນ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ບັນ​ດາ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ, ພ້ອມ​ກັນ​ພັດ​ທະ​ນາ​ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ. ບັນ​ດາ​ປະ​ເທດ​ໃນ​ພາກ​ພື້​ນ ຄວນ​ຮັບ​ຮອງ​ເອົາ​ກ​ານ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເພື່ອ​ເພີ່ມ​ທະ​ວີ​ຂໍ້​ມູນ​ຂ່າວ​ສານ, ການຄົ້ນ​ຄ້​ວາ, ສ້າງ​ນະ​ໂຍ​ບາຍ​ໃນ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ແຕ່​ລະ​ປະ​ເທດ ແລະ ທົ່ວ​ພາກ​ພື້ນ. ຊຸກ​ຍູ້​ການ​ຮັບ​ຮອງ​ເອົາ​ສັນ​ຍາ​ອາ​​ລັ​ກ​ຂາ​ການ​ລົງ​ທຶນ ຫວຽດ​ນ​າມ - EU ແລະ ໜູນ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ອາ​ຊີບຫາ​ປາ.

ທ່ານ ດິງ​ຕວນ​ທັ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ໄດ້​ສະ​ເໜີ​ໃຫ້​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ຝ​ລັ່ງ - ຫວຽດ​ນາມ ສືບ​ຕໍ່​ຊຸກ​ຍູ້​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ ສະ​ມາ​ຊິກ EU ຮັບ​ຮອງ​ເອົາ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ - EU, ໜູນ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ອາ​ຊີບຫາ​ປາໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - EU ແລະ ບາງ​ບັນ​ຫາ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.