ແຂວງເທືອທຽນເຫວ້ ສູ້ຊົນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ

13:14 | 16/07/2021

ຍສໝ - ຄະນະກຳມະການປະຊາຊົນແຂວງເທືອທຽນເຫວ້ ໄດ້ປະກາດໃຊ້ຂໍ້ກຳນົດວ່າດ້ວຍການອະນຸມັດໂຄງການ “ພັດທະນາການທ່ອງທ່ຽວ ແຂວງເທືອທຽນເຫວ້ ກາຍເປັນຂະແໜງເສດຖະກິດປາຍແຫຼມ”.

ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຫວຽດນາມ - ອີຢີບ
ງານຕະຫຼາດນັດການທ່ອງທ່ຽວສາກົນຮ່າໂນ້ຍ ຈະຈັດຕັ້ງແຕ່ວັນທີ 29 ກໍລະກົດ ຮອດວັນທີ 1 ສິງຫາ ງານຕະຫຼາດນັດການທ່ອງທ່ຽວສາກົນຮ່າໂນ້ຍ ຈະຈັດຕັ້ງແຕ່ວັນທີ 29 ກໍລະກົດ ຮອດວັນທີ 1 ສິງຫາ

ຕາມນັ້ນແລ້ວ, ໃນປີ 2025, ການທ່ອງທ່ຽວຂອງແຂວງເທືອທຽນເຫວ້ ຈະສູ້ຊົນດຶງດູດນັກທ່ອງທ່ຽວ ປະມານ 6 ລ້ານເທື່ອຄົນ, ໃນນັ້ນນັກທ່ອງທ່ຽວສາກົນປະມານ 45 - 50%; ລາຍຮັບທັງໝົດຈາກການທ່ອງທ່ຽວແມ່ນປະມານ 13.000 ຕື້ດົ່ງ; GRDP ຂອງການທ່ອງທ່ຽວ ປະກອບສ່ວນປະມານ 14% ເມື່ອທຽບໃສ່ GRDP ຂອງແຂວງ (92.000-95.000 ຕື້ດົ່ງ); ຈຳນວນໂຮງແຮມ ແລະ ຣີສອດທ່ອງທ່ຽວ ບັນລຸມາດຕະຖານລະດັບ 5 ດາວແມ່ນ 10 ແຫ່ງ; ໄລຍະເວລາຂອງການພັກເຊົາ ສະເລ່ຍແມ່ນເກີນ 2 ວັນ; ອັດຕາຄ່າໃຊ້ຈ່າຍສະເລ່ຍແມ່ນ 2.2 ລ້ານດົ່ງ / ຄົນ.

ແຂວງເທືອທຽນເຫວ້ ສູ້ຊົນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ
ແຂວງເທືອທຽນເຫວ້ ສູ້ຊົນນຳການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມ.

ຮອດປີ 2030, ສູ້ພະຍາຍາມດຶງດູດນັກທ່ອງທ່ຽວ ໄດ້ປະມານ 8 ລ້ານເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນປະມານ 50-55%; ລາຍຮັບທັງໝົດ ຈາກການທ່ອງທ່ຽວ ແມ່ນປະມານ 20.000 ຕື້ດົ່ງ; GRDP ຂອງການທ່ອງທ່ຽວ ປະກອບສ່ວນປະມານ 15% ເມື່ອທຽບໃສ່ GRDP ຂອງແຂວງ (120.000-150.000 ຕື້ດົ່ງ); ຈຳນວນໂຮງແຮມ ແລະ ຣີສອດທ່ອງທ່ຽວບັນລຸມາດຕະຖານລະດັບ 5 ດາວ ແມ່ນ 15 ແຫ່ງ; ໄລຍະເວລາຂອງການພັກເຊົາສະເລ່ຍແມ່ນເກີນ 2 ວັນ; ອັດຕາຄ່າໃຊ້ຈ່າຍສະເລ່ຍແມ່ນກວ່າ 2,5 ລ້ານດົ່ງ/ຄົນ.

ຄະນະກຳມະການປະຊາຊົນແຂວງເທືອທຽນເຫວ້ ໄດ້ສຸມໃສ່ການລົງທຶນກໍ່ສ້າງພື້ນຖານໂຄງລ່າງໃຫ້ແກ່ການພັດທະນາການທ່ອງທ່ຽວ, ໃຫ້ບຸລິມະສິດພື້ນຖານໂຄງລ່າງໃນການພັດທະນາການທ່ອງທ່ຽວແບບທັນສະໄໝ ແລະ ຍືນຍົງ; ຫັນເປັນຫຼາຍຮູບຫຼາຍແບບ ແລະ ຍົກສູງຄຸນນະພາບຂອງຜະລິດຕະພັນການທ່ອງທ່ຽວຫຼັກແຫຼ່ງ, ມີເອກະລັກຂອງແຂວງເທືອທຽນເຫວ້.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.